ຕອນເຊົ້າວັນທີ 25 ຕຸລາ 2022 ທີ່ຜ່ານມາ ເມືອງກວັນ ໄດ້ຈັດພິທີເຊື່ອມຊືມມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ 9 ສະໄໝທີ X ແລະ ເຊື່ອມຊືມມະຕິກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງທີ 10 ສະໄໝທີ 2 ຂື້ນທີ່ສະໂມສອນຂອງເມືອງ ພາຍໃຕ້ການເປັນປະທານຂອງ ທ່ານ ອຳພອນ ສອນວິໄລ ຮອງເລຂາພັກເມືອງ ຜູ້ປະຈຳການ, ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ ແລະ ຮອງຫົວໜ້າຫ້ອງການ, ພະນັກງານ ລັດຖະກອນ, ກອງບັນຊາການ ປກສ, ປກຊ ເຂົ້າຮ່ວມທັງໝົດ 113 ຄົນ, ຍິງ 43 ຄົນ.
ກອງປະຊຸມໄດ້ນຳເອົາເນື້ອໃນມະຕິກອງປະຊຸມຄັ້ງທີ່ 9 ສະໄໝທີ່ X ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມ ຄັ້ງທີ 10 ສະໄໝທີ 2 ຂອງອົງຄະນະພັກເມືອງກວັນ ແລະ ເອກະສານສຳຄັນຈຳນວນໜື່ງມາເຜີຍແຜ່ເຊື່ອມຊືມ ໃຫ້ພະນັກງານ ລັດຖະກອນ, ສະມາຊິກພັກ ພາຍໃນເມືອງຮັບຮູ້ເຂົ້າໃຈ ແລະ ເຫັນໄດ້ດ້ານດີຜົນງານ, ດ້ານອ່ອນຄົງຄ້າງສິ່ງຄົງຄ້າງທີ່ຈະໄດ້ສືບຕໍ່ ແກ້ໄຂ ແລະ ວາງທິດທາງໃນການນຳພາ-ຊີ້ນຳ 3 ເດືອນທ້າຍປີ (10-11-12) ປີ 2022 ເພື່ອສືບຕໍ່ນຳພາ - ຊີ້ນຳຈັດຕັ້ງປະຕິບັດມະຕິ X ອົງຄະນະພັກແຂວງ ຄະນະບໍລິຫານງານພັກແຂວງໄດ້ກຳນົດວຽກງານ, ຄາດໝາຍ, ຈຸດສຸມ ແລະ ວາງອອກ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.
ພິທີໃນຕັ້ງນີ້ດຳເນີນໄປເປັນເວລາໜື່ງຕອນ ແລະ ປິດລົງໃນຕອນເຊົ້າຂອງວັນດຽວກັນດ້ວຍໝາກຜົນອັນຈົບງາມ.
ມີ 11 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 102 |
![]() | ມື້ວານນີ້ | 230 |
![]() | ອາທິດນີ້ | 1261 |
![]() | ເດືອນນີ້ | 901 |
![]() | ທັງໝົດ | 198881 |