ຄະນະໂຄສະນາອົບຮົມເມືອງກ້ວນໄດ້ຈັດກອງປະຊຸມແນະນໍາໃຫ້ຄະນະກໍາມະການເກັບກໍາຫາງສຽງສັງຄົມຢູ່ຂັ້ນເມືອງ ປະຈໍາປີ 2021.
ຕອນເຊົ້າຂອງວັນທີ 27 ກໍລະກົດ 2021 ນີ້, ຄະນະໂຄສະນາອົບຮົມແຂວງຫົວພັນສົມທົບກັບ ຄະນະໂຄສະນາອົບຮົມເມືອງກວັນ ໄດ້ຈັດກອງປະຊຸມແນະນໍາ ໃຫ້ຄະນະກໍາມະການເກັບກໍາຫາງສຽງ-ສັງຄົມ ປະຈໍາປີ 2021 ຂຶ້ນຢູ່ທີ່ສະໂມສອນຂອງເມືອງ ພາຍໃຕ້ເປັນປະທານຂອງ ທ່ານ ອໍາພອນ ສອນວິໄລ ຮອງເລຂາພັກເມືອງ ຜູ້ປະຈໍາການ, ໂດຍການເຂົ້າຮ່ວມຂອງທ່ານ ນ. ພວງສີ ບຸນທະວົງ ຮອງຫົວຫນ້າຄະນະ ໂຄສະນາອົບຮົມແຂວງຫົວພັນ, ພອ້ມຄະນະວິຊາການ ຄະນະໂຄສະນາອົບຮົມແຂວງຫົວພັນ, ມີກອງເລ ຂາ, ບັນດາທ່ານຄະນະກໍາມະການຄົ້ນຄ້ວາ, ວິເຄາະ, ວິໄຈ ຕິດຕາມເກັບກໍຫາງສຽງ-ສັງຄົມ ຂັ້ນເມືອງເຂົ້າ ຮ່ວມທັງຫມົດມີ 39 ສະຫາຍ, ຍິງ 15 ສະຫາຍ.
ໃຫ້ກຽດກ່າວເປີດກອງປະຊຸມໂດຍສະຫາຍ ອໍາພອນ ສອນວິໄລ ຮອງເລຂາພັກເມືອງ ຜູ້ປະຈໍາການ ຈາກນັ້ນກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ອະທິບາຍບັນຍາຍຊີ້ແຈ້ງຄໍາສັ່ງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການເພີ່ມທະວີວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມໃນໄລຍະໃໝ່ ແລະ ຄໍາແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງ ສະບັບເລກທີ 04 /ຄອສພ ຈາກສະຫາຍຮອງເລຂາພັກເມືອງ ເມືອງກັວນ, ຈາກນັ້ນກອງປະຊຸມໄດ້ຮັບຟັງການບັນຍາຍເອກະສານ 3 ບົດຄື: ບັນຫາຟື້ນຖານກ່ຽວກັບວຽກງານຫາງ ສຽງ-ສັງຄົມ ວິທີເກັບກໍາ ແລະ ການນໍາໃຊ້ຫາງສຽງ-ສັງຄົມ ເຂົ້າໃນວຽກງານການເມືອງ-ແນວຄິດ, ຕາຫນ່າງ ເພື່ອນຮ່ວມງານ ຈາກຄະນະຮັບຜິດຊອບວຽກງານຫ່າງສຽງສັງຄົມ ຂັ້ນແຂວງຈາກນັ້ນກອງປະຊຸມຍັງໄດ້ພ້ອມກັນຄົ້ນຄ້ວາ, ແລກປ່ຽນບົດຮຽນໃນການເຮັດວຽກເກັບກໍາຫ່າງສຽງສັງຄົມລະຫວ່າງຂັ້ນແຂວງ ແລະ ຂັ້ນເມືອງເຊິ່ງໄດ້ເຮັດໃຫ້ຜູ້ເຂົ້າຮ່ວມກອງປະຊຸມມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບບັນຫາພື້ນຖານ ຂອງວຽກງານຫາງສຽງ-ສັງຄົມ ໂດຍສະເພາະແມ່ນຫຼັກການ ແລະ ທິດນໍາໃນການເຮັດວຽກງານຫາງສຽງ-ສັງຄົມ, ຄວາມຫມາຍ ແລະ ຄວາມສໍາຄັນ, ຄວາມແຕກຕ່າງລະຫວ່າງຫາງສຽງ-ສັງຄົມກັບຂ່າວລື, ພາລະບົດບາດ, ຫນ້າທີ່ ຂອງຫນວ່ຍງານທີ່ເຮັດວຽກງານເກັບກໍາຫາງສຽງ-ສັງຄົມ, ມາດຖານ ແລະ ຄຸນທາດຂອງຜູ້ເຮັດວຽກງານເກັບກໍາຫາງສຽງ-ສັງຄົມ, ຜູ້ເຂົ້າຮ່ວມສາມາດຈໍາແນກໄດ້ຄວາມແຕກຕ່າງລະຫວ່າງຫາງສຽງ-ສັງຄົມ ກັບຂ່າວລື, ຮັບຮູ້ບົດບາດ ແລະ ຄວາມສໍາຄັນຂອງຫາງສຽງ-ສັງຄົມ ຕໍ່ກັບວຽກງານການເມືອງ-ແນວຄິດ ແລະ ສາມາດເປັນເສນາທິ ການຊວ່ຍຄະນະພັກ, ຄະນະນໍາ ໃນການເກັບກໍຫາງສຽງສັງຄົມ ແລະ ນໍາພາແນວຄິດຂອງພະນັກງານ, ສະຊິກພັກ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີຄວາມເຊື່ອຫມັ້ນຕໍ່ການນໍາພາຂອງພັກດີຂື້ນ.
ກອງປະຊຸມດັ່ງກ່າວໄດ້ດໍາເນີນເປັນເວລາ 1 ວັນເຕັ້ນ ແລະ ປິດລົງໃນເວລາ
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 67 |
![]() | ມື້ວານນີ້ | 131 |
![]() | ອາທິດນີ້ | 884 |
![]() | ເດືອນນີ້ | 3525 |
![]() | ທັງໝົດ | 155334 |