ໃນຕອນເຊົ້າວັນທີ 24 ສິງຫາ 2023 ທີ່ຜ່ານມານີ້ ເມືອງຊຳໃຕ້ ໄດ້ຈັດພິທີປາຖະກະຖາ ວັນປະຫວັດສາດສໍາຄັນຂອງພັກ, ຂອງຊາດ ຄື: ວັນຍືດອຳນາດ ຄົບຮອບ 48 ປີ ( 23/8/1975) – (23/8/2023 ), ວັນສ້າງຕັ້ງລັດຖະທຳມະນູນ ຄົບຮອບ 32 ປີ(15/8/1991) – (15/8/2023) ແລະ ວັນສ້າງຕັ້ງອາຊຽນ ຄົບຮອບ 56 ປີ (8/8/1967) – (8/8/2023) ພິທີໄດ້ຈັດຂື້ນຢູ່ທີ ສະໂມສອນເມືອງຊຳໃຕ້. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງຫວັງ ຄູນທອງມີໄຊ ຮອງເລຂາພັກເມືອງຊຳໃຕ້ ຜູ້ປະຈຳການ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າ ຫ້ອງການ, ພະນັກງານ ລັດຖະກອນ, ທະຫານ ຕຳຫຼວດ ເຂົ້າຮ່ວມທັງໝົດ 102 ທ່ານ, ຍິງ 29 ທ່ານ
ເພື່ອເປັນການໂຄສະນາ-ສຶກສາອົບຮົມ ໃຫ້ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ ໃຫ້ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບມູນເຊື້ອ ວັນຍຶດອໍານາດ 23 ສິງຫາ ໃຫ້ກວ້າງຂວາງ ແລະ ເລິກເຊິ່ງ. ເພື່ອປຸກລະດົມການເສີມຂະຫຍາຍມູນເຊື້ອ ວັນຍຶດອຳນາດ 23 ສິງຫາ ເຂົ້າໃນຂະບວນການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງພວກຄົນບໍ່ຫວັງດີ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມ. ເພີ່ມທະວີການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍໃຫ້ມີຄວາມສັກສິດ, ເຊີດຊູນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອພັດທະນາຕົນເອງ, ຄອບຄົວ ແລະ ປະເທດຊາດຫຼຸດພົ້ນອອກຈາກຄວາມທຸກຍາກ.
ພິທີດັ່ງກ່າວໄດ້ໃຊ້ເວລາ 1 ຕອນ ແລະ ປິດລົງດ້ວຍໝາກຜົນອັນຈົບງາມ.
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 93 |
![]() | ມື້ວານນີ້ | 440 |
![]() | ອາທິດນີ້ | 1990 |
![]() | ເດືອນນີ້ | 533 |
![]() | ທັງໝົດ | 273248 |