• ເມືອງຊຽງຄໍ້ ແຂວງຫົວພັນ ຈັດພິທີປາຖະ
  • ເມືອງກວັນ ແຂວງຫົວພັນໄດ້ສຳເລັດພິທີເ
  • ເມືອງຮ້ຽມ ແຂວງຫົວພັນ ຈັດພິທີ ປາຖະກະ
  • ເມືອງຮ້ຽມ ແຂວງຫົວພັນ ປາຖະກະຖາ ວັ້ນສ
  • ກອງປະຊຸມຄົບຄະນບໍລິຫານງານພັກເມືອງຊ
  • ເມືອງຮ້ຽມແຂວງຫົວພັນປິດຊຸດຮຽນທິດສະ
 

ເມືອງຊຽງຄໍ້ ແຂວງຫົວພັນ ຈັດພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ

ເມືອງຊຽງຄໍ້ ແຂວງຫົວພັນ ຈັດພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ   &nbs...
 

ເມືອງກວັນ ແຂວງຫົວພັນໄດ້ສຳເລັດພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະ 10 ວັນໃຫ້ເລຂາ, ຄະນະພັກບ້ານ

ເມືອງກວັນ ແຂວງຫົວພັນໄດ້ສຳເລັດພິທີ​ເປີດຊຸດ​ຝຶກ​ອົບຮົມ​ທິດ​ສະ​ດີກາ​ນ​ເມືອງ​-ການ​ປົກຄອງ ​ໄລຍະ 10 ວັນ...
 

ເມືອງຮ້ຽມ ແຂວງຫົວພັນ ຈັດພິທີ ປາຖະກະຖາ ວັນສ້າງຕັ້ງກໍາມະບານລາວ ຄົບຮອບ 67 ປີ ແລະ ວັນສ້າງພັກກອມມູນິດຫວຽດນາມ ຄົບຮອບ 93 ປີ.

ເມືອງ​ຮ້ຽ​ມ ແຂວງ​ຫົວ​ພັນ ຈັດພິທີ ປາຖະກະຖາ ວັນສ້າງຕັ້ງກໍາມະບານລາວ ຄົບຮອບ 67 ປີ ແລະ ວັນສ້າງພັກ...
 

ເມືອງຮ້ຽມ ແຂວງຫົວພັນ ປາຖະກະຖາ ວັ້ນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ

ເມືອງ​ຮ້ຽ​ມ ແຂວງ​ຫົວ​ພັນ ​ປາ​ຖະ​ກະ​ຖາ ວັ້ນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ   ...
 

ກອງປະຊຸມຄົບຄະນບໍລິຫານງານພັກເມືອງຊຽງຄໍ້ ກາງສະໄໝຂອງກອງປະຊຸມໃຫຍ່ຄັ້ງທີ XI

ກອງປະຊຸມຄົບຄະນບໍລິຫານງານພັກເມືອງຊຽງຄໍ້ ກາງສະໄໝຂອງກອງປະຊຸມໃຫຍ່ຄັ້ງທີ XI    &...
 

ເມືອງຮ້ຽມແຂວງຫົວພັນປິດຊຸດຮຽນທິດສະດີການເມືອງ-ການປົກຄອງຊັ້ນຕົ້ນຊຸດທີ III

ເມືອງ​ຮ້ຽມ ແຂວງ​ຫົວ​ພັ​ນປິດຊຸດ​ຮຽນທິດສະດີການເມືອງ - ການປົກຄອງຊັ້ນຕົ້ນຊຸດທີ III  &...
Previous
Next

ຂ່າວໃໝ່

ເມືອງຮ້ຽມແຂວງຫົວພັນປິດຊຸດຮຽນທິດສະດີການເມືອງ-ການປົກຄອງຊັ້ນຕົ້ນຊຸດທີ III

ເມືອງ​ຮ້ຽມ ແຂວງຫົວພັປິດຊຸດຮຽນທິດສະດີການເມືອງ - ການປົກຄອງຊັ້ນຕົ້ນຊຸດທີ III

        ວັນ​ທີ 30 ທັນ​ວາ 2022 ຜ່ານ​ມານີ້ ​ເມືອງ​ຮ້ຽມ ແຂວງ​ຫົ​ວ​ພັນ​ໄດ້​ຈັດ​ພິ​ທີ​ປິດການ​ຮຽນ-ການ​ສອນ ການ​ເມືອງ ແລະ ການ​ປົກ​ຄອງ​ຊັ້ນ​ຕົ້ນ​ຊຸດ​ທີ 3 ​ ຂຶ້ນ​ຢູ່​ທີ່​ສະ​ໂມ​ສອນ​ຂອງ​ເມືອງ ໂດຍເປັນ​ກຽດ​ເຂົ້າ​ຮ່ວມ​​ຂອ​ງ​ທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳແນວຄິດທິດສະດີ, ທ່ານ ໄຫວ​ທອງ ບຸນ​ມະ​ນີ​ວັນ ຮອງ​ເລ​ຂາ​ພັກ​ເມືອງ​ຜູ້​ປະ​ຈຳ​ການ, ມີ​ບັນ​ດາ​ທ່ານ ຄະ​ນະ​ປະ​ຈຳ, ກຳ​ມະ​ການ​ພັກ​ເມືອງ, ຫົວ​ໜ້າ​-ຮອງ​ຫົວ​ໜ້າກົມ​ກອງ​ຫ້ອງ​ການ, ພະ​ນັກ​ງານ, ລັດ​ຖະ​ກອນ​ພ້ອ​ມ​ດ້ວຍ​​ນັກ​ສຶກ​ສາ​ເຂົ້າ​ຮ່ວມ.

   ພິ​ທີ​ດັ່ງ​ກ່າວ ທ່ານ ​ອຳ​ພອນ ລາ​ທິ​ກົມ ກຳ​ມະ​ການ​ພັກ​ເມືອງ ຫົວ​ໜ້າ​ຫ້ອງ​ການ-ການ​ເງິນ​ເມືອງ​ ຄະ​ນະ​ຮັບ​ຜິດ​ຊອບ​ການ​ຮຽນ-ການ​ສອນ ການ​ເມືອງ ແລະ  ການ​ປົກ​ຄອງ​ຊັ້ນ​ຕົ້ນ​ຊຸດ​ທີ 3 ໄດ້ຜ່ານບົດສະຫຼຸບ​ການຮຽນ-ການ​ສອນທິດສະດີການເມືອງ-ການປົກຄອງ ຊັ້ນຕົ້ນ ລະ​ບົບ 3 ເດືອນຊຸດທີ 3, ​ການ​ຮຽນ-ການ​ສອນຊຸດນີ້​ໄດ້ມີພະ​ນັກ​ງານ​ນຳ​ພາ​ຄຸ້ມ​ຄອງ, ພະ​ນັກ​ງານ​ຫຼັກ​ແຫຼ່ງ​ຈາກຂົງ​ເຂດ​ປົກ​ຄອງ, ກອງບັນຊາການທະຫານເມືອງ, ກອງ​ພັນ 585,  ກອງບັນຊາການ ​ປກ​ສ ເມືອງ ແລະ ຄູ​ອາ​ຈານ ຈາກໝວດໂຮງຮຽນໃນຂອບເຂດທົ່ວເມືອງທັງໝົດ 50 ທ່ານ, ຍິງ 13 ທ່ານ, ອາ​ຈານ​ສອນ 8 ທ່ານ, ຫຼັກສູດການຮຽນ-ການສອນຄັ້ງນີ້ປະກອບມີ 8 ວິຊາມີ: ວິ​ຊາ ​ປັນ​ຊະ​ຍາ, ເສດ​ຖະ​ສາດ​ການ​ເມືອງ, ຄຸ້ມ​ຄອງ​ເສດ​ຖະ​ກິດ, ລັດ​ທິ​ສັງ​ຄົມ​ນິ​ຍົມ​ວິ​ທະ​ຍາ, ວິ​ຊາ​ລັດ ແລະ ກົດ​ໝາຍ, ການ​ເມືອງວິ​ທະ​ຍາ, ວິ​ຊາ ການ​ປົກ​ຄອງ ແລະ ວິ​ຊາ ກໍ່​ສ້າງ​ພັກ ແລະ ຂົນ​ຂວາຍກໍ່​ສ້າງ​ຮາກ​ຖານ, ມີ​ທັງ​ໝົດ 13 ໜ່ວຍກິດ, 204 ຊົ່ວໂມງ. ຜ່ານການຮຽນ-ການ​ສອນ, ຄົ້ນຄ້ວາຮ່ຳຮຽນ ເຮັດໃຫ້ນັກສຶກສາມີຄວາມຮັບຮູ້ໃໝ່ ແລະ ກໍາໄດ້ບັນດາຫຼັກມູນພື້ນຖານດ້ານທິດສະດີມາກ - ເລນິນ, ແນວຄິດໄກສອນພົມວິຫານ, ກົດໜາຍ, ນິຕິກໍາ, ມະຕິ, ແນວທາງນະໂຍບາຍຂອງພັກ ແລະ ລັດ, ຄວາມຮູ້ດ້ານທັດສະນະຫຼັກໝັ້ນຂອງຊົນຊັ້ນກໍາມະກອນ, ຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເຊື່ອໝັ້ນຕໍ່ພາລະກິດປ່ຽນແປງໃໝ່. ສ້າງໃຫ້ນັກສຶກສາ ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້, ຄວາມສາມາດໃນການນໍາພາ, ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຂອງພັກນໍາໄປໜູນໃຊ້ເຂົ້າໃນໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ມີການພັດທະນາໂດຍສອດຄ່ອງກັບສະພາບຄວາມເປັນຈິງຂອງແຕ່ລະວຽກງານ. ການຮຽນ-ການສອນ ຄັ້ງນີ້ສາມາດຄັດເລືອກຜົນງານຂອງອາຈານສອນ ແລະ ນັກ​ສຶກ​ສາໂດຍໄດ້ສະແດງອອກ:  ອາຈານສອນດີ ມີ 4 ສະຫາຍ, ອາຈານສອນເກັ່ງ 4 ສະຫາຍ,  ນັກສຶກສາ ຮຽນດີ - ຮຽນເກັ່ງ 50 ຄົນ ເທົ່າກັບ 100%. ພິທີ ທີ່ມີ​ຄວາມ​ຫມາຍ​ສຳ​ຄັນນີ້ ທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳແນວຄິດທີດສະດີ ໄດ້ເປັນກຽດ ມອບໃບຢັ້ງຢືນໃຫ້ນັກ​ສຶກ​ສາ ທິດສະດີການເມືອງ-ການປົກຄອງຊັ້ນ​ຕົ້ນ​ລະ​ບົບ 3 ເດືອນ​ຊຸດ​ທີ 3 ຈຳນວນ 50 ທ່ານ, ຍິງ 13 ທ່ານ ພ້ອມ​ທັງມີຄຳເຫັນຊີ້ນຳຫຼາຍບັນຫາທີ່ສຳຄັນເປັນຕົ້ນ: ທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນໃນການຮໍ່າຮຽນ ດ້ານທິດສະດີການເມືອງ-ການປົກຄອງເຊິ່ງເປັນສິ່ງທີ່ຈຳເປັນ ໃນການກໍ່ສ້າງພັກພະນັກງານໃຫ້ມີຄວາມຮູ້ຄວາມສາມາດ ນອກນັ້ນ ຍັງໄດ້ຮຽກຮ້ອງໃຫ້ນັກ​ສຶກ​ສາທີ່ໄດ້​ຮໍ່າຮຽນໃນຄັ້ງນີ້  ຈົ່ງເອົາໃຈໃສ່ໃນການຝຶກຝົນຫຼໍ່ຫຼອມຕົນເອງ, ​ພັດ​ທະ​ນາ​ຕົນ​ເອງ  ແລະ  ນຳເອົາຄວາມຮູ້ຄວາມສາມາດທີ່ໄດ້​ຄົ້ນ​ຄ້​ວາສຶກສາຮໍ່າຮຽນ​ເພື່ອ​ນຳໄປໜູນໃຊ້ເຂົ້າໃນການຈັດ​ຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງໃຫ້ມີຜົນສຳເລັດ ແລະ ມີ​ຄວາມກ້າວໜ້າຂຶ້ນເລື້ອຍໆ.

ກອງປະຊຸມດັ່ງກ່າວ ໄດ້ດຳເນີນມາເປັນເວລາ 01 ຕອນ ແລະ ໄດ້ສຳເລັດລົງ ດ້ວຍອັນໝາກຜົນອັນຈົບງາມ.

ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ຊົມເຊີມວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ

ວາລະສານອາລຸນໃໝ່

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 6  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

210133
ມື້ນີ້ມື້ນີ້20
ມື້ວານນີ້ມື້ວານນີ້168
ອາທິດນີ້ອາທິດນີ້297
ເດືອນນີ້ເດືອນນີ້4694
ທັງໝົດທັງໝົດ210133

 

?>