ໃນຕອນເຊົ້າວັນທີ 20 ມັງກອນ 2023 ຜ່ານມານີ້ ເມືອງຊຽງຄໍ້ ແຂວງຫົວພັນ ໄດ້ຈັດພິທີປາຖະກະຖາ ເລົ່າມູນເຊື້ອກ່ຽວກັບປະຫັວດຄວາມເປັນມາ, ທາດແທ້, ຜົນງານ ຂອງກອງທັບປະຊາຊົນລາວຄົບຮອບ 74 ປີ(20/01/1949 - 20/01/2023) ຂື້ນຢູ່ທີ່ ສະໂມສອນເມືອງຊຽງຄໍ້ ໃຫ້ກຽດປາຖະກະຖາໂດຍ ທ່ານ ວົງໄຊ ຍະສິງທອນ ກຳມະການພັກແຂວງ, ເລຂາພັກເມືອງເຈົ້າເມືອງຊຽງຄໍ້ ຜູ້ຊື້ນຳວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ມີບັນດາທ່ານການນຳຂອງເມືອງ, ຄະນະພັກ - ຄະນະບັນຊາ ກອງບັນຊາການທະຫານເມືອງ, ຫົວໜ້າ - ຮອງຫົວໜ້າຫ້ອງການ, ພະນັກງານ - ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດອ້ອມຂ້າງເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ ທ່ານ ວົງໄຊ ຍະສິງທອນ ກຳມະການພັກແຂວງ, ເລຂາພັກເມືອງເຈົ້າ ເມືອງ-ເມືອງຊຽງຄໍ້ ຜູ້ຊີ້ນຳວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໄດ້ເລົ່າທົບທວນຄືນມູນເຊື້ອປະຫັວດຄວາມເປັນມາແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວສູ້ຮົບມີໄຊ ຂອງກອງທັບປະຊາຊົນລາວ ແຕ່ລະໄລຍະຜ່ານມາເຊີ່ງມີບາງຕອນ ທ່ານຍັງໄດ້ກ່າວວ່າ ກອງທັບປະຊາຊົນລາວແມ່ນ ກອງທັບທີ່ເກີດມາຈາກ ປະຊາຊົນລາວ, ບັນດາເຜົ່າ ແລະໄດ້ຮັບການສ້າງຕັ້ງຂື້ນຢູ່ເຂດທີ່ໝັ້ນ ຂອງການປະຕິວັດແຫ່ງໜຶ່ງຢູ່ແຂວງຫົວພັນ ໃນວັນທີ 20 ມັງກອນ 1949 ໂດຍແມ່ນທ່ານປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳບັນຊາໂດຍກົງ ນັບແຕ່ມື້ປະກາດສ້າງຕັ້ງເປັນຕົ້ນມາ ກອງທັບເຮົາແມ່ນໄດ້ປະເຊີນໜ້າກັບສັດຕູໂຕຮ້າຍກາດ ແລະຂຽວຂາດທີ່ສຸດ ກອງທັບປະຊາຊົນລາວກໍ່ໄດ້ເຮັດໜ້າທີ່ອັນໜັກໜ່ວງມີກຽດສະຫງ່າ ຂອງຕົນທີ່ປະເທດຊາດ, ພັກ-ລັດ ແລະປະຊາຊົນມອບໝາຍໃຫ້ສາມາດຍາດໄດ້ໄຊຊະນະເປັນກ້າວໆມາຈາກໄຊຊະນະນີ້ໄປສູ້ໄຊຊະນະໃໝ່ ຈາກບັ້ນຮົບນີ້ໄປສູ່ບັ້ນຮົບໃໝ່ ຈົນສາມາດປົດປ່ອຍເອົາປະເທດຊາດອອກຈາກແອກປົກຄອງ ຂອງສັກດີນາ ແລະຈັກກະພັດຜູ້ຮຸກຮານໄດ້ຢ່າງສົມບູນ ໃນວັນທີ 2 ທັນວາ 1975 ແລະ ນຳເອົາຄວາມເປັນເອກະລາດ ມາສູ່ປະເທດຊາດ, ຄວາມມີອິດສະລະພາບ ແລະ ຄວາມຢູ່ດີກິນດີມາສູ່ປະຊາຊົນລາວບັນດາເຜົ່າຄືໃນປະຈຸບັນ.
ໃນຕອນທ້າຍທ່ານ ວົງໄຊ ຍະສິງທອນ ຍັງໄດ້ເນັ້ນໜັກໃຫ້ພະນັກງານ-ລັດຖະກອນ, ສະມາຊິກພັກ, ນັກຮົບຈື່ງສືບຕໍ່ຮັກສາ, ເສີມຂະຫຍາຍທາດແທ້ມູນເຊື້ອອັນຕີງາມ ແລະສະຫງ່າລາສີ ຂອງກອງທັບເຂົ້າໃນການເຝິກຝົນຫຼໍ່ຫຼອມກໍ່ສ້າງຕົນເອງ ແລະມູນໃຊ້ເຂົ້າໃນການເຮັດໜ້າທ່ີວຽກງານ, ປັບປຸງກໍ່ ສ້າງກຳລັງໃຫ້ນັບມື້ມີຄວາມເຂັ້ມແຂງ, ໜັກແໜ້ນກ້າວຂຶ້ນ ຕາມທິດຫັນເປ້ນແບບທັນສະໄໝເຮັດສໍາເລັດໜ້າທີ່ການເມືອງ ຂອງກອງທັບໃນໄລຍະໃໝ່ຢ່າງເລີກເຊີງ.
ພິທີໄດ້ສຳເລັດລົງໃນເວລາ 10 ໂມງ 30 ຂອງວັນດຽວກັນ.
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 26 |
![]() | ມື້ວານນີ້ | 168 |
![]() | ອາທິດນີ້ | 303 |
![]() | ເດືອນນີ້ | 4700 |
![]() | ທັງໝົດ | 210139 |