ໃນວັນທີ 10 ມັງກອນ 2013 ຜ່ານມານີ້ ເມືອງຊຽງຄໍ້ ແຂວງຫົວພັນ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງຊຽງຄໍ້ ກາງສະໄໝ ຂອງກອງປະຊຸມໃຫ່ຍຄັ້ງທີ XI ຂື້ນທ່ີສະໂມສອນ ເມືອງຊຽງຄໍ້ ແຂວງຫົວພັນ ພາຍໃຕ້ການເປັນປະທານຂອງທ່ານ ວົງໄຊ ຍະສິງຫອນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຊຽງຄໍ້ ແລະ ເປັນກຽດເຂົ້າຮ່ວມຂອງ ທ່ານ ຮິນທອງ ດວງຈັນສຸກ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຄະນະຫ້ອງການ, ຄະນະພັກຮາກຖານການເມືອງປະຈໍາແຕ່ລະເຂດຕະຫຼອດຮອດເລຂາຄະນະພັກກຸ່ມບ້ານທົ່ວເມືອງເຂົ້າຮ່ວມ.
ຫຼັງຈາກປະທານກອງປະຊຸມໃຫ້ກຽດກ່າວເປີດຢ່າງເປັນທາງການເພື່ອເປັນການຕີລາຄາການນຳພາ-ຊີ້ນຳ ຂອງອົງຄະນະບໍລິຫານງານພັກເມືອງ ແລະ ການຈັດຕັ້ງປະຕິບັດຕາມມະຕິກອງປະຊຸມໃຫ່ຍຄັ້ທີ XI ຂອງຕົນ, ທ່ານ ນວນທອງ ສຸວັນທອນ ຮອງເລຂາພັກເມືອງ ໄດ້ຜ່ານຮ່າງບົດສະຫຼຸບການນຳພາວຽກງານຮອບດ້ານກາງສະໄໝ 2020 – 2022 ແລະ ທິດທາງຮອດປີ 2024 ຂອງຄະນະບໍລິຫານງານພັກເມືອງຊຽງຄໍ້ ສະໄໝທີ XI ໃນນີ້ໄດ້ຕີລາຄາຮອບດ້ານມີຫຼາຍວຽກງານທ່ີພົ້ນເດັ່ນຍົກໃຫ້ເຫັນ ດ້ານການເມືອງແນວຄິດ ຄະນະພັກແຕ່ລະຂັ້ນໄດ້ຖືເອົາວຽກງານການເມືອງແນວຄິດເປັນວຽກງານທີ່ສຳຄັນ ຫັນເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍ ແລະບັນດາເອກະສານຕ່າງໆ ຂອງສູນກາງ, ແຂວງ ແລະ ຂອງເມືອງ ລົງເຜີຍແຜ່ໃຫ້ສະມາຊິກພັກ, ພະນັກງານ - ລັດຖະກອນ, ກຳລັງປະກອບອາວຸດ, ນັກທຸລະກິດ ແລະ ປະຊາຊົນບັນດາເຜົ່າຢ່າງກ້ວາງຂວາງ ແລະ ເປັນປົກກະຕິທຸກຄົນມີຄວາມຮັບຮູ້ເຂົ້າໃຈກຳແໜ້ນ, ຍົກສູງຄວາມເປັນເຈົ້າໃນການຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມເຮັດໃຫ້ບ້ານເມືອງມີຄວາມສະຫງົບໂດຍພື້ນຖານ, ປະຊາຊົນມີຄວາມຕື່ນຕົວປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດ, ເປັນເຈົ້າການເຂົ້າຮ່ວມໃນການພັດທະນາເສດຖະກິດ - ສັງຄົມ ຫັນປ່ຽນການດໍາລົງຊີວິດແບບຄອງເດີມມານຳເຕັກນິກວິຊາການໃໝ່ເຂົ້າໃນການຜະລິດ, ສ້າງອາຊີບແບບໝັ້ນຄົງ, ຕັ້ງໜ້າແກ້ໄຂຄວາມທຸກຍາກນັບມື້ກ້ວາງຂວາງ ແລະ ດີຂຶ້ນເທື່ອລະກ້າວ, ດ້ານການພັດທະນາເສດຖະກິດຄ່ອຍໆມີທ່າກ້າວຂະຫຍາຍຕົວຕີຂຶ້ນ. ຕອນທ້າຍຜູ້ແທນເຂົ້າຮ່ວມກອງປະຊຸມຍັງມີຄວາມຮັບຜິດຊອບສູງ ຍັງໄດ້ປະກອບຄໍາຄິດ ຄຳເຫັນຢ່າງກົງໄປກົງມາໃສ່ບົດສະຫຼຸບ ແລະ ທິດທາງແຜນການ, ບົດສະຫຼຸບແຜນພັດທະນາເສດຖະກິດ - ສັງຄົມ ແລະ ທິດທາງທ້າຍສະໄໝ.
ກອງປະຊຸມດັ່ງກ່າວໄດ້ດໍາເນີນເປັນເວລາ 2 ວັນເຕັມຈິ່ງອັດລົງຢ່າງຈົບງາມ.
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 37 |
![]() | ມື້ວານນີ້ | 168 |
![]() | ອາທິດນີ້ | 314 |
![]() | ເດືອນນີ້ | 4711 |
![]() | ທັງໝົດ | 210150 |