ໃນຕອນເຊົ້າ ຂອງວັນທີ 28 ກໍລະກົດ 2023 ຜ່ານມານີ້ເມືອງຊຽງຄໍ້ ແຂວງຫົວພັນ ໄດ້ຈັດກອງປະຊຸມເຊື່ອມຊືມມະຕິ 6 ຂອງສູນກາງພັກ, ມະຕິ 10 ຂອງອົງຄະນະພັກແຂວງຫົວພັນ ແລະ ມະຕິ 13 ຂອງອົງຄະນະພັກເມືອງຂື້ນຢູ່ທີ່ ສະໂມສອນເມືອງຊຽງຄໍ້ ໂດຍການເປັນປະທານ ຂອງທ່ານ ວົງໄຊ ຍະສິງທອນ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງຊຽງຄໍ້, ມີບັນດາທ່ານຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ນາຍ ແລະພົນທະຫານ, ນາຍ ແລະພົນຕຳຫຼວດ ພ້ອມພະນັກງານ-ລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງ ໃນການຈັດກອງປະຊຸມໃນຄັ້ງນີ້ ກໍ່ເພື່ອເຮັດໃຫ້ມະຕິກອງປະຊຸມຄົບຄະນະບໍລິຫານງານສູນການພັກຄັ້ງທີ 6 ສະໄໝທີ XI ຂອງຄະນະບໍລິຫານງານສູນກາງພັກ, ມະຕິ 10 ສະໄໝທີ X ຂອງອົງຄະນະພັກແຂວງຫົວພັນ ແລະມະຕິ 13 ສະໄໝທີ XI ຂອງອົງຄະນະພັກເມືອງຊຽງຄໍ້ ໄດ້ຮັບການຈັດຕັ້ງເຊື່ອມຊືມໃຫ້ທົ່ວເຖີງທຸກເປົ້າໝາຍ ແລະ ຜັນຂະຫຍາຍເຂົ້າສູ່ຕົວຈິງແຕ່ລະຂົງເຂດວຽກງານໃຫ້ເກີດດອກອອກຜົນ, ສະນັ້ນຈື່ງໄດ້ຈັດກອງປະຊຸມນີ້ຂື້ນເພື່ອໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ຕະຫຼອຮອດພໍ່ແມ່ປະຊາຊົນ, ບັນດາເຜົ່າໄດ້ຮັບຮູ້ເຂົ້າໃຈເຖີງຜົນສຳເລັດກອງປະຊຸມຄົບຄະນະບໍລິຫານງານ ຂອງສູນການພັກ, ຂອງແຂວງ, ຂອງເມືອງ, ຈຸດອ່ອນຄົງຄ້າງໃນການຈັດຕັ້ງປະຕິບັດໜ້າທີວຽກງານຜ່ານມາ, ແຕ່ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ຕັດສິນໃຈສູ້ຊົນປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ພ້ອມທັງເສີມຂະຫຍາຍດ້ານຕັ້ງໜ້າ ແລະ ພ້ອມສູ້ຊົນແກ້ໄຂດ້ານອ່ອນຄົງຄ້າງໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.
ກອງປະຊຸມເຊື່ອມຊືມໄດ້ອັດລົງໃນມື້ວັນເວລາດຽວກັນຢ່າງຈົບງາມ
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 99 |
![]() | ມື້ວານນີ້ | 440 |
![]() | ອາທິດນີ້ | 1996 |
![]() | ເດືອນນີ້ | 539 |
![]() | ທັງໝົດ | 273254 |