ກອງປະຊຸມຄົບຄະນະ ກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ ດຳເນີນແຕ່ວັນທີ 14-18 ສິງຫາ 2023 ທີ່ຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ.
ກອງປະຊຸມ ໄດ້ຄົ້ນຄວ້າ, ປຶກສາຫາລື ບັນຫາສຳຄັນ ດັ່ງນີ້:
1. ຕີລາຄາຜົນການນຳພາຊີ້ນຳຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄລຍະເຄິ່ງສະໄໝ.
2. ຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງ ທີ IX ໄລຍະເຄິ່ງສະໄໝ ຕິດພັນກັບການປະຕິບັດ ສອງວາລະແຫ່ງຊາດ.
3. ຮ່າງມະຕິ ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ.
4. ດຳເນີນຊີວິດການເມືອງ ພາຍໃນຄະນະບໍລິຫານງານສູນກາງພັກ ໄລຍະເຄິ່ງສະໄໝ. ພາຍຫຼັງທີ່ໄດ້ປຶກສາຫາລືດ້ວຍບັນຍາກາດແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ດ້ວຍຄວາມຮັບຜິດຊອບການເມືອງ, ຄະນະບໍລິຫານງານສູນກາງພັກ ເຫັນດີດ້ານຫຼັກການ ຮັບຮອງເອົາເອກະສານຕົ້ນຕໍຂອງກອງປະຊຸມ ໂດຍມອບໃຫ້ກົມການເມືອງສູນກາງພັກ ຮີບຮ້ອນຊີ້ນຳການປັບປຸງ ໃຫ້ສາມາດເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດ ເຂົ້າສູ່ຂະບວນການວຽກງານຕົວຈິງ ຢູ່ແຕ່ລະອົງຄະນະພັກ ໂດຍໄວ.
1). ຄະນະບໍລິຫານງານສູນກາງພັກ ໄດ້ເປັນເອກະພາບ ແລະ ຢືນຢັນວ່າ: ແນວທາງການເມືອງ ແລະ ແນວທາງການຈັດຕັ້ງ ທີ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ວາງອອກ ແມ່ນຖືກຕ້ອງ, ສອດຄ່ອງ, ປະຊາຊົນລາວບັນດາເຜົ່າ ລ້ວນແຕ່ໃຫ້ການສະໜັບສະໜູນ, ປະເທດເພື່ອນມິດຍຸດທະສາດ, ເພື່ອນມິດສາກົນ ສືບຕໍ່ໃຫ້ຄວາມເຊື່ອໝັ້ນ ແລະ ສະໜັບສະໜູນຊ່ວຍເຫຼືອຢ່າງຕໍ່ເນື່ອງ. ທິດທາງ, ແຜນການ ແລະ ບັນດາຄາດໝາຍສູ້ຊົນທີ່ວາງອອກ ໄດ້ຮັບການຈັດຕັ້ງປະຕິບັດ ມີຄວາມຄືບໜ້າຫຼາຍດ້ານ, ພາຍໃຕ້ການນຳພາ-ຊີ້ນຳຂອງຄະນະບໍລິຫານງານສູນກາງພັກ, ການບໍລິຫານ-ຄຸ້ມຄອງ ຂອງລັດຖະບານ, ອົງການປົກຄອງທ້ອງຖິ່ນ ແລະ ການຕິດຕາມ, ກວດກາ ແລະ ສະໜັບສະໜູນ ຂອງສະພາແຫ່ງຊາດ, ສະພາປະຊາຊົນແຂວງ, ນະຄອນຫຼວງວຽງຈັນ ແລະ ບັນດາອົງການຈັດຕັ້ງໃນລະບົບການເມືອງ ໄດ້ສ້າງພື້ນຖານສຳຄັນ ເຮັດໃຫ້ປະເທດຊາດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ ເຖິງຈະມີຄວາມຫຍຸ້ງຍາກ ແຕ່ຍັງມີທ່າອ່ຽງເຕີບໂຕ ແລະ ຂະຫຍາຍຕົວຕໍ່ເນື່ອງ; ເຖິງວ່າ ສະພາບແວດລ້ອມຂອງໂລກ ໄດ້ມີການຜັນແປໄປຢ່າງສັບສົນ, ຫຼາຍດ້ານບໍ່ເອື້ອອຳນວຍ, ສົ່ງຜົນກະທົບຕໍ່ການພັດທະນາປະເທດຊາດ, ຢູ່ພາຍໃນປະເທດ ສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ເກີດມີສະພາບ ແລະ ບັນຫາເຄັ່ງຮ້ອນດ້ານການເງິນ, ການຂາດແຄນເງິນຕາ-ນໍ້າມັນເຊື້ອໄຟ, ອັດຕາແລກປ່ຽນເງິນຕາເໜັງຕີງແຮງ, ເງິນເຟີ້ສູງ... ແຕ່ກໍສາມາດແກ້ໄຂ ໃຫ້ຜ່ອນຄາຍລົງ ບໍ່ໃຫ້ຕົກເຂົ້າສູ່ວິກິດການ, ລະບົບການເມືອງນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນຮາກ ໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນຂຶ້ນກ່ວາເກົ່າ; ປະຊາຊົນລາວບັນດາເຜົ່າ ໄດ້ເສີມຂະຫຍາຍຈິດໃຈຮັກຊາດ, ມູນເຊື້ອສາມັກຄີເປັນປຶກແຜ່ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ອະນາຄົດຂອງປະເທດຊາດ, ມີຄວາມຕື່ນຕົວເປັນເຈົ້າ ໃນການພັດທະນາ ເພື່ອໃຫ້ພົ້ນຈາກຄວາມທຸກຍາກ ແລະ ຮັ່ງມີຂຶ້ນ.
ພ້ອມນັ້ນ ກໍໄດ້ຕີລາຄາຢ່າງກົງໄປກົງມາ ຕໍ່ຈຸດອ່ອນ-ດ້ານຄົງຄ້າງ ເປັນຕົ້ນ ການແກ້ໄຂຄວາມຫຍຸ້ງຍາກເສດຖະກິດ-ການເງິນ ຍັງບໍ່ມີປະສິດທິຜົນ; ການຈັດຕັ້ງປະຕິບັດວາລະແຫ່ງຊາດ ຍັງບໍ່ທັນແຂງແຮງ ແລະ ກວ້າງຂວາງ; ການຫັນທ່າແຮງ ແລະ ຄວາມສາມາດບົ່ມຊ້ອນ ໃຫ້ເປັນຂະແໜງເສດຖະກິດປາຍແຫຼມຍັງຊັກຊ້າ; ຄວາມທຸກຍາກຂອງປະຊາຊົນ ບໍ່ທັນໄດ້ຮັບການແກ້ໄຂຢ່າງຕັ້ງໜ້າ, ລາຍໄດ້ຕົວຈິງຂອງປະຊາຊົນ ຍັງຕ່ຳ ແລະ ການພັດທະນາ ພື້ນຖານໂຄງລ່າງເສດຖະກິດ-ສັງຄົມ ຍັງມີໜ້ອຍ ໂດຍສະເພາະ ຢູ່ເຂດຊົນນະບົດ; ລະບົບການເມືອງ ຢູ່ຮາກຖານບາງບ່ອນ ບໍ່ເຂັ້ມແຂງ ພາໃຫ້ເກີດປະກົດການຫຍໍ້ທໍ້ ແລະ ບໍ່ສາມາດແກ້ໄຂບັນຫາໄດ້; ການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວັດທະນະທໍາ-ສັງຄົມ ມີຫຼາຍດ້ານບໍ່ທັນບັນລຸຄາດໝາຍ, ການເຂົ້າເຖິງຄຸນນະພາບການບໍລິການດ້ານສຶກສາ, ແຮງງານ, ສະຫວັດດີການສັງຄົມ ແລະ ສາທາລະນະສຸກ ຍັງຈຳກັດ, ການປະລະການຮຽນຂອງນັກຮຽນ ແລະ ຄູສອນ ມີຈຳນວນບໍ່ໜ້ອຍ; ໜໍ່ແໜງທີ່ກະທົບຕໍ່ຄວາມສະຫງົບທາງສັງຄົມ-ການເມືອງ ຫຼາຍດ້ານຍັງຫຼໍ່ແຫຼມ, ບັນຫາຫຍໍ້ທໍ້ຕ່າງໆ ໃນສັງຄົມບໍ່ທັນຫຼຸດລົງ, ບາງດ້ານບາງກໍລະນີ ຍັງມີທ່າອ່ຽງເພີ່ມ; ກົງຈັກການຈັດຕັ້ງຍິ່ງໃຫຍ່ໂຕ, ແຜນກຳນົດພະນັກງານຢູ່ຫຼາຍບ່ອນ ບໍ່ທັນໄດ້ຮັບການປະເມີນ ເພື່ອເປັນບ່ອນອີງໃນການກໍານົດເປົ້າໝາຍບຳລຸງສ້າງ, ສັບຊ້ອນ, ຈັດວາງ ໄດ້ຢ່າງຈະແຈ້ງ, ເປັນລະບົບ ແລະ ບັນຫາອື່ນໆ.
ຄະນະບໍລິຫານງານສູນກາງພັກ ໄດ້ຊີ້ໃຫ້ເຫັນສາເຫດສຳຄັນຕົ້ນຕໍ ທີ່ເປັນປັດໄຈໃນຕົວ ພາໃຫ້ມີຈຸດອ່ອນ-ຂໍ້ຄົງຄ້າງ ໃນນັ້ນ ແມ່ນຄະນະນຳຈຳນວນໜຶ່ງ, ພະນັກງານ-ສະມາຊິກພັກ ຈຳນວນບໍ່ໜ້ອຍ ໃນແຕ່ລະຂັ້ນ ບໍ່ທັນເຂົ້າໃຈເລິກເຊິ່ງ ແລະ ຍັງລັງເລ ຕໍ່ການສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ບໍ່ທັນກຳແໜ້ນບັນດາບັນຫາຕົ້ນຕໍ ທີ່ຕ້ອງແກ້ໄຂຕົວຈິງ ທັງຂາດການທຸ່ມເທ, ການເສຍສະຫຼະ, ຄວາມຮັບຊອບໃນໜ້າທີ່ການເມືອງ ຍັງບໍ່ສູງ ແລະ ບໍ່ທັນຕັດສິນໃຈ ເພື່ອສ້າງການຫັນປ່ຽນໃນວຽກງານຕົວຈິງ ຂອງຕົນ, ກົນໄກ, ລະບອບແບບແຜນ, ການຄຸ້ມຄອງ-ບໍລິຫານລັດຂັ້ນຕ່າງໆ ຍັງບໍ່ຮັບປະກັນຄວາມເຂັ້ມແຂງ, ຍັງມີຫຼາຍຂັ້ນຫຼາຍຂອດ, ອືດອາດຊັກຊ້າ, ຖ່ວງດຶງ ແລະ ບໍ່ສັກສິດຕາມກົດໝາຍ, ເຮັດໃຫ້ການແກ້ໄຂບັນຫາບາງດ້ານບໍ່ທັນກັບສະພາບການ.
ໃນຕໍ່ໜ້ານີ້, ກອງປະຊຸມ ມີຄວາມເປັນເອກະພາບໃຫ້ທັດສະນະວ່າ: ບົນພື້ນຖານຄວາມເດັດດ່ຽວຕັດສິນໃຈສູງ ແລະ ດ້ວຍຄວາມຮັບຜິດຊອບການເມືອງ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງນັ້ນ ປະເທດເຮົາ ຍັງມີກາລະໂອກາດ, ເງື່ອນໄຂທີ່ເອື້ອອຳນວຍ ແລະ ມີທາງອອກ ເພື່ອແກ້ໄຂ ແລະ ຜ່ານຜ່າຄວາມຫຍຸ້ງຍາກ, ສ້າງທ່ວງທ່າໃໝ່ທີ່ໜັກແໜ້ນ, ເຂັ້ມແຂງກວ່າເກົ່າ ໃນການຍູ້ການພັດທະນາໃຫ້ແຂງແຮງກວ່າເກົ່າ ໃນຊຸມປີຕໍ່ໄປ.
ຄະນະບໍລິຫານງານສູນກາງພັກ ເຫັນດີໃນດ້ານຫຼັກການ ກ່ຽວກັບການປັບປຸງ, ດັດແກ້ຕົວເລກຄາດໝາຍດ້ານມະຫາພາກ ກໍຄື ຕົວຊີ້ວັດຈຳນວນໜຶ່ງ ທີ່ເຫັນວ່າ ບໍ່ສອດຄ່ອງ ຫຼື ບໍ່ສາມາດຈັດຕັ້ງປະຕິບັດໄດ້ໂດຍມອບໃຫ້ລັດຖະບານ ແລະ ສະພາແຫ່ງຊາດ ສົມທົບກັນຄົ້ນຄວ້າໃຫ້ເລິກເຊິ່ງ, ລະອຽດ ແລະ ສົມເຫດສົມຜົນວ່າ ຄາດໝາຍໃດ ຈະສາມາດດັດແກ້ດ້ວຍເຫດຜົນອັນໃດ, ຈຳເປັນແທ້ໆຈຶ່ງດັດແກ້, ແຕ່ບາງຄາດໝາຍ ກໍຕ້ອງຢືນບົນຈິດໃຈສູ້ຊົນບຸກບືນ, ສ້າງການຫັນປ່ຽນ ແລະ ຈັດຕັ້ງປະຕິບັດໃຫ້ເປັນຈິງ; ຈາກນັ້ນ ຈຶ່ງລາຍງານກົມການເມືອງສູນກາງພັກ ພິຈາລະນາຕົກລົງຕື່ມ.
ທິດທາງ ແລະ ຄາດໝາຍໃຫຍ່ ໃນທ້າຍສະໄໝ ແມ່ນສືບຕໍ່ຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຢ່າງໜັກແໜ້ນ, ສູ້ຊົນຈັດຕັ້ງປະຕິບັດຄາດໝາຍຂອງມະຕິ, ຂອງແຜນການໃຫ້ບັນລຸຜົນ, ສ້າງພື້ນຖານ ແລະ ທ່ວງທ່າໃໝ່ ໃນການນຳພາປະເທດຊາດ ຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາ, ຍົກສູງບົດບາດນຳພາ ແລະ ລັກສະນະນຳໜ້າ ຂອງພັກ ເພື່ອຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃຫ້ເປັນຮູບປະທຳ. ສືບຕໍ່ຍູ້ແຮງການເຕີບໂຕທາງດ້ານເສດຖະກິດ ຕາມທິດສີຂຽວ ແລະ ຍືນຍົງ ຕິດພັນກັບການພັດທະນາດ້ານວັດທະນະທໍາ-ສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ, ແກ້ໄຂບັນຫາທີ່ຈະພາໃຫ້ເກີດຄວາມບໍ່ມີສະຖຽນລະພາບດ້ານເສດຖະກິດມະຫາພາກ ກໍຄື ການນໍາໄປສູ່ວິກິດການ ດ້ານເສດຖະກິດທີ່ຮ້າຍແຮງ; ສຸມກໍາລັງປັບປຸງຮາກຖານການເມືອງ, ພັດທະນາຊົນນະບົດຢ່າງມີຈຸດສຸມ ແລະ ໃຫ້ມີຄາດໝາຍຈະແຈ້ງ ເພື່ອແກ້ໄຂຄວາມທຸກຍາກ ຂອງປະຊາຊົນໃຫ້ເປັນຮູບປະທຳຫຼາຍຂຶ້ນ ໂດຍມີແຜນຈຸດສຸມ, ແບ່ງງົບປະມານ ເຂົ້າໃສ່ການແກ້ໄຂຄວາມທຸກຍາກຢ່າງສົມເຫດສົມຜົນ; ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງ ແລະ ຫັນປ່ຽນຈະແຈ້ງ; ເພີ່ມທະວີການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍໃຫ້ມີຄວາມສັກສິດ.
2). ຄະນະບໍລິຫານງານສູນກາງພັກ ຄົ້ນຄວ້າ, ພິຈາລະນາ ແລະ ຕົກລົງຮັບຮອງດ້ານຫຼັກການ ຮ່າງມະຕິ ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ ສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ ເຊິ່ງຖືເປັນບັນຫາສຳຄັນ ໃນການສືບຕໍ່ບູລະນະ ແລະ ເພີ່ມເຕີມເສີມຂະຫຍາຍແນວທາງ, ແຜນນະໂຍບາຍ, ແນວຄິດ-ທິດສະດີ ຂອງພັກເຮົາໃຫ້ຈະແຈ້ງ, ຄົບຖ້ວນຂຶ້ນຕື່ມ, ຖືເປັນບັ້ນສຳຄັນໜຶ່ງ ໃນການປ່ຽນແປງໃໝ່ດ້ານແບບແຜນການນຳພາຂອງພັກ, ກົນໄກ, ລະບອບລະບຽບການຈັດຕັ້ງ, ກົງຈັກຂອງພັກ-ລັດເຮົາ ເພື່ອສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ສົມບຸນຍິ່ງຂຶ້ນ ບົນພື້ນຖານການສະຫຼຸບຖອດຖອນບົດຮຽນ ຈາກພຶດຕິກຳຕົວຈິງຈຳນວນໜຶ່ງ ໃນການນຳພາ-ຊີ້ນຳ ກໍຄື ຈາກການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກເຮົາ ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ ເປັນຕົ້ນມາ.
ກອງປະຊຸມມອບໃຫ້ກົມການເມືອງສູນກາງພັກ ສືບຕໍ່ຊີ້ນຳພາກສ່ວນກ່ຽວຂ້ອງ ປັບປຸງຮ່າງມະຕິດັ່ງກ່າວໃຫ້ຮັດກຸມ, ລະອຽດ, ຈະແຈ້ງຕື່ມ ເພື່ອຮັບຮອງເປັນທາງການໂດຍໄວ. ພ້ອມນັ້ນ, ມອບໃຫ້ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານ ຊີ້ນຳພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ, ປັບປຸງບັນດານິຕິກຳຕ່າງໆ ເປັນຕົ້ນ ກົດລະບຽບພັກ, ລັດຖະທຳມະນູນ, ກົດໝາຍ ແລະ ລະບອບ, ລະບຽບການ, ກົນໄກ ທີ່ພົວພັນເຖິງການນໍາພາຂອງພັກ, ການບໍລິຫານ-ຄຸ້ມຄອງ ຂອງລັດ ແນໃສ່ເຮັດໃຫ້ບັນຫາຕ່າງໆ ໃນມະຕິສາມາດຄົ້ນຄວ້າ, ຜັນຂະຫຍາຍ, ຕົກລົງຮັບຮອງ ແລະ ເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງ ໃນເຄິ່ງທ້າຍສະໄໝທີ XI ແລະ ບາງວຽກຈະໄດ້ຈັດຕັ້ງປະຕິບັດ ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.
3). ກ່ຽວກັບການດໍາເນີນຊີວິດການເມືອງ ພາຍໃນຄະນະບໍລິຫານງານສູນກາງພັກ ໄລຍະເຄິ່ງສະໄໝທີ XI ເຊິ່ງມີຄວາມສໍາຄັນເປັນຢ່າງຍິ່ງ, ເປັນການສຳຫຼວດກວດກາຄືນຄວາມຮັບຜິດຊອບການເມືອງລວມໝູ່ ຂອງຄະນະບໍລິຫານງານສູນກາງພັກ ກໍຄື ຂອງບັນດາສະຫາຍກຳມະການສູນກາງພັກ ໃນການນໍາພາ-ຊີ້ນຳ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໃນ 2 ປີເຄິ່ງຜ່ານມາ ເພື່ອຊອກໃຫ້ເຫັນດ້ານຕັ້ງໜ້າທີ່ຕ້ອງເສີມຂະຫຍາຍ ແລະ ດ້ານຄົງຄ້າງ-ຂໍ້ຂາດຕົກບົກຜ່ອງ ທີ່ຈະໄດ້ປັບປຸງແກ້ໄຂ, ບາງຂໍ້ສະຫຼຸບທີ່ຖອດເປັນບົດຮຽນຜ່ານມາ ແນໃສ່ປັບປຸງ ແລະ ຍົກສູງປະສິດທິພາບ ໃນການນຳພາ-ຊີ້ນຳຂອງລວມໝູ່ຄະນະ ກໍຄື ເຊີດຊູຄວາມຮັບຜິດຊອບສ່ວນບຸກຄົນ ຂອງບັນດາສະຫາຍກຳມະການສູນກາງພັກ ໃນທ້າຍສະໄໝ ໃຫ້ແຂງແຮງກວ່າເກົ່າ; ຍົກສູງບົດບາດເປັນຄັນທຸງນຳໜ້າ ໃນການເຕົ້າໂຮມຄວາມສາມັກຄີໃນທົ່ວພັກ ແລະ ທົ່ວປວງຊົນ; ຍົກສູງບົດບາດເປັນຫຼັກແຫຼ່ງ, ເປັນແບບຢ່າງນຳໜ້າດ້ານສະຕິປັນຍາ ຄະນະບໍລິຫານງານສູນກາງພັກ ເຊິ່ງຍາມໃດ ກໍຕ້ອງສະດຸ້ງໄວຕໍ່ບັນຫາ, ຮັບປະກັນລັກສະນະປະດິດສ້າງ, ວິທະຍາສາດ ແລະ ແທດກັບຕົວຈິງ.
ຜ່ານການດໍາເນີນຊີວິດການເມືອງ ພາຍໃນຄະນະບໍລິຫານງານສູນກາງພັກ ໄລຍະກາງສະໄໝຄັ້ງນີ້, ຄະນະບໍລິຫານງານສູນກາງພັກ ຍັງຮັກສາ ແລະ ສືບທອດໄດ້ມູນເຊື້ອອັນດີງາມຂອງພັກ, ມີຄວາມສາມັກຄີແລະ ເປັນເອກະພາບ ຕໍ່ແນວທາງ ແລະ ອຸດົມການ ຂອງພັກຢ່າງໜັກແໜ້ນ, ຍັງໄດ້ຮັບຄວາມເຊື່ອໝັ້ນໄວ້ວາງໃຈຈາກທົ່ວພັກ, ບັນດາສະຫາຍກຳມະການສູນກາງພັກ ສືບຕໍ່ຮັກສາໄດ້ມາດຕະຖານ, ເງື່ອນໄຂຂອງພະນັກງານການນຳຍຸດທະສາດ ຂອງພັກ-ລັດ; ຍັງມີຄວາມໜັກແໜ້ນທາງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມເປັນແບບຢ່າງນຳໜ້າ, ເປັນຫຼັກແຫຼ່ງແກ່ນສານ ແລະ ເປັນເຈົ້າການ ໃນການນຳພາຊີ້ນຳການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ.
ເຖິງຢ່າງໃດກໍຕາມ, ຜ່ານບັ້ນດໍາເນີນຊີວິດການເມືອງຄັ້ງນີ້ ຄະນະບໍລິຫານງານສູນກາງພັກ ກໍຄື ບັນດາສະຫາຍກຳມະການສູນກາງພັກ ລ້ວນແຕ່ເຫັນແຈ້ງຕື່ມ ກ່ຽວກັບການເລັ່ງທວງຂອງສະພາບການ, ບັນຫາທີ່ຕ້ອງແກ້ໄຂ, ສິ່ງທີ່ຕ້ອງກຳຈັດປັດເປົ່າ ແລະ ເຫັນໄດ້ຄວາມຮັບຜິດຊອບຂອງຕົນ ເຊິ່ງຕ້ອງມີຄວາມສະດຸ້ງໄວຕື່ມ ຕໍ່ສິ່ງທີ່ຕ້ອງປັບປຸງ, ບໍ່ວ່າຈະແມ່ນທາງດ້ານວຽກງານ ກໍຄື ການຝຶກຝົນທົດສອບດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ຂອງແຕ່ລະສະຫາຍກຳມະການສູນກາງພັກ.
ຄະນະບໍລິຫານງານສູນກາງພັກ ມີຄວາມເປັນເອກະພາບສູງຕໍ່ການຕີລາຄາສະພາບ, ບັນຫາຈຸດອ່ອນ, ຂໍ້ຄົງຄ້າງ ຕະຫຼອດໄລຍະເຄິ່ງສະໄໝຜ່ານມາ ເຊິ່ງບັນຫາດັ່ງກ່າວ ບໍ່ແມ່ນວ່າ ຫາກໍ່ເກີດຂຶ້ນ ຫຼື ອາດເວົ້າໄດ້ວ່ານອກຈາກຄວາມຄຸມເຄື່ອຕໍ່ເນື່ອງ ຂອງບັນຫາຊໍ້າເຮື້ອ ທີ່ຍັງບໍ່ທັນສາມາດແກ້ໄຂໃຫ້ຕົກໄປ ພັດມີບັນຫາເກີດຂຶ້ນໃໝ່ຕື່ມອີກ ເຊິ່ງສັງຄົມສະແດງຄວາມເປັນຫ່ວງເປັນໄຍ ແລະ ສ່ອງແສງໃຫ້ພັກ-ລັດ ຫຼາຍຂຶ້ນ, ດັ່ງນັ້ນ ຈຶ່ງບໍ່ອະນຸຍາດໃຫ້ການແກ້ໄຂບັນຫາ ແກ່ຍາວອອກໄປຕື່ມອີກ, ຍິ່ງແກ່ຍາວເທົ່າໃດ ບັນຫາຕາມມາກໍຍິ່ງຈະໜັກໜ່ວງຂຶ້ນ, ດ້ວຍເຫດນັ້ນ ຄວາມເດັດດ່ຽວ-ເດັດຂາດ, ກ້າຫານ, ຕັດສິນໃຈ ແກ້ໄຂບັນຫາຢ່າງເອົາຈິງເອົາຈັງ ແລະ ໃຫ້ທັນສະພາບການ ແມ່ນເປັນສິ່ງທີ່ຕ້ອງສະແດງອອກໃຫ້ເຫັນຢ່າງຈະແຈ້ງໃນໄລຍະນີ້ ກໍຄື ໃນເຄິ່ງທ້າຍສະໄໝ ທີ່ຍັງເຫຼືອ.
ບົນຈິດໃຈດັ່ງກ່າວ, ຄະນະບໍລິຫານງານສູນກາງພັກ ໄດ້ສະແດງຄວາມເປັນເອກະພາບ ເພື່ອສ້າງການຫັນປ່ຽນແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໂດຍສະເພາະ ແມ່ນປັບປຸງ ແລະ ຍົກລະດັບຄຸນນະພາບການນຳພາ-ຊີ້ນຳ ໃນຂົງເຂດວຽກງານທີ່ແຕ່ລະສະຫາຍຮັບຜິດຊອບ ບໍ່ວ່າຈະຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ, ແຂງແຮງ, ເປັນລະບົບຄົບຊຸດ ແລະ ເປັນຂະບວນການກວ້າງຂວາງ; ຕ້ອງເຊີດຊູຄວາມເປັນແບບຢ່າງນຳໜ້າ ໃນການກໍ່ສ້າງຝຶກຝົນຕົນເອງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຍົກສູງ ແລະ ນຳໜ້າ ດ້ານຄວາມເປັນແບບຢ່າງ ໃນການເຮັດວຽກທີ່ຖືກຕ້ອງ, ເອົາການເອົາງານ ແລະ ການດຳລົງຊີວິດທີ່ປອດໃສ, ກ້າວໜ້າ, ປະຢັດ, ຕ້ານການຫຼິ້ນກິນຟູມເຟືອຍ ເປັນຕົ້ນ ການເປັນຜູ້ນຳທີ່ດີຕ້ອງສ້າງຄວາມໜ້າເຊື່ອຖືຕໍ່ສັງຄົມ, ສ້າງຄວາມເຊື່ອໝັ້ນສັດທາຈາກປະຊາຊົນ, ຍິ່ງໃນເງື່ອນໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ຄ່າຄອງຊີບສູງ, ຊີວິດການເປັນຢູ່ຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ມີຄວາມຝືດເຄື່ອງຫຍຸ້ງຍາກ ຄືໃນປັດຈຸບັນ, ຍິ່ງຕ້ອງປັບຫຼຸດຄວາມສິ້ນເປືອງດ້ານຕ່າງໆລົງ ເພື່ອປະຢັດງົບປະມານ, ຫຼີກລ່ຽງການໃຊ້ຈ່າຍສ່ວນຕົວ, ການປະດັບປະດາເອ້ຍ້ອງຕົບແຕ່ງທີ່ບໍ່ຈຳເປັນ, ການຮັບແຂກຄົນ, ການໄປເຮັດວຽກຢູ່ພາຍໃນ ແລະ ຕ່າງປະເທດ, ການຈັດງານລ້ຽງໃຫຍ່ໂຕ-ຟູມເຟືອຍ, ການອຸປະໂພກ-ບໍລິໂພກ ສິນຄ້າຕ່າງປະເທດທີ່ມີລາຄາແພງ, ການຫຼິ້ນກິລາປະເພດຕ່າງໆ ທີ່ມີການໃຊ້ຈ່າຍສູງ ຫຼື ມີຊ່ອງຫວ່າງໃນການສວຍໃຊ້ໄປໃນທາງບໍ່ຖືກຕ້ອງ ແລະ ບໍ່ຈົບງາມ ນັບທັງການໃຊ້ເວລາທາງລັດຖະການ ທີ່ບໍ່ຖືກຕ້ອງ. ພ້ອມນັ້ນ ກໍຕ້ອງເປັນແບບຢ່າງນຳໜ້າໃນການປະຕິບັດລະບຽບວິໄນ ແລະ ກົດໝາຍ ຢ່າງເຂັ້ມງວດກວ່າເກົ່າ, ບໍ່ເຮັດໃນສິ່ງທີ່ຈະນຳຄວາມເສຍຫາຍ ໃຫ້ແກ່ໜ້າທີ່ວຽກງານລວມ ກໍຄື ກະທົບຕໍ່ອິດທິພົນ,ຄວາມເຊື່ອຖືຕໍ່ແຕ່ລະສະຫາຍການນຳ, ພະນັກງານຫຼັກແຫຼ່ງ, ສະມາຊິກພັກ-ພະນັກງານແຕ່ລະຂັ້ນ ແລະ ສ້າງຄວາມເສື່ອມເສຍໃຫ້ການນໍາພາລວມ ກໍຄື ຊື່ສຽງ, ພາບພົດບົດບາດ ຂອງພັກ ແລະ ລັດເຮົາ.
ກອງປະຊຸມ ມອບໃຫ້ບັນດາສະຫາຍກຳມະການສູນກາງພັກ ນຳເອົາເນື້ອໃນຈິດໃຈຂອງບົດສຳຫຼວດການນຳພາລວມ, ຜົນຂອງການທາບທາມຄວາມເຊື່ອໝັ້ນໄວ້ວາງໃຈ ແລະ ຄຳເຫັນສົ່ງຂ່າວ ໃນການນຳພາ-ຊີ້ນໍາ ຕະຫຼອດໄລຍະເຄິ່ງສະໄໝຜ່ານມາ ໄປຄົ້ນຄວ້າ ແລະ ພິຈາລະນາ ເພື່ອເປັນພື້ນຖານປັບປຸງ, ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ ກໍຄື ບັນດາບັນຫາທີ່ຕັ້ງຂຶ້ນ ທີ່ກ່ຽວພັນເຖິງໜ້າທີ່, ຄວາມຮັບຜິດຊອບຂອງແຕ່ລະສະຫາຍໃຫ້ມີການຫັນປ່ຽນທີ່ແຂງແຮງ ແລະ ຈະແຈ້ງ. ພ້ອມນັ້ນ ກໍສຸມໃສ່ຊີ້ນຳການຈັດຕັ້ງປະຕິບັດວຽກງານຈຸດສຸມຈຳນວນໜຶ່ງ ໃນທ້າຍສະໄໝ ດັ່ງນີ້:
1). ຕັ້ງໜ້າຜັນຂະຫຍາຍຜົນການດໍາເນີນຊີວິດການເມືອງກາງສະໄໝໃນທົ່ວພັກ ໃຫ້ແຂງແຮງ ແລະເຂົ້າສູ່ຕົວຈິງ, ຖືເປັນມາດຕະການ ແລະ ຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ເພື່ອແກ້ໄຂສິ່ງຫຍໍ້ທໍ້ພາຍໃນກົງຈັກພັກ-ລັດໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ຖືເປັນບັນຫາຮີບດ່ວນ ທີ່ຕ້ອງນຳພາ-ຊີ້ນຳຢ່າງເລິກເຊິ່ງ ເຖິງຖອງ ເພື່ອແກ້ໄຂພະຍາດອາດຍາສິດ, ສໍ້ລາດບັງຫຼວງ, ບັນຫາຊໍ້າເຮື້ອດ້ານເສດຖະກິດ, ການເງິນ-ເງິນຕາ ໃຫ້ຫັນປ່ຽນຈະແຈ້ງ.
2). ປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນ ໃຫ້ໄປຕາມທິດກະທັດຮັດ, ສົມເຫດສົມຜົນ; ຕ້ອງກ້າຫານແກ້ໄຂບັນຫາພະນັກງານ ທີ່ເວົ້າແລ້ວບໍ່ເຮັດ, ສົ່ງເສີມຜູ້ເຮັດແທ້ທໍາຈິງ.
3). ເອົາໃຈໃສ່ຄຸ້ມຄອງ, ດັດສົມລາຄາສິນຄ້າ, ຄ່າຄອງຊີບ, ເບິ່ງແຍງ ແລະ ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ ແລະ ປະຊາຊົນ ໃຫ້ມີຄວາມສະຫງົບ, ສ້າງວຽກເຮັດງານທຳ ແລະ ຍົກຄ່າແຮງງານຂັ້ນຕໍ່າໃຫ້ໄວ ເພື່ອຮັບປະກັນພື້ນຖານການດຳລົງຊີວິດ ຂອງຜູ້ອອກແຮງງານ, ຄົ້ນຄວ້າ ແລະ ມີວິທີການແກ້ໄຂບັນຫາຄູອາສາ, ຍົກສູງຄຸນນະພາບການສຶກສາ ແລະ ການເຂົ້າເຖິງນະໂຍບາຍປິ່ນປົວ ກໍຄື ເຂົ້າເຖິງສະຫວັດດີການ ແລະ ການປະກັນສັງຄົມ ໃຫ້ແທດເຖິງກວ່າເກົ່າ ໂດຍສະເພາະ ຜູ້ມີລາຍຮັບຕໍ່າ, ຜູ້ທຸກຍາກ.
4). ເພີ່ມທະວີ ແລະ ຍົກສູງປະສິດທິພາບ ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ; ການຈັດຕັ້ງ, ພະນັກງານ ຕ້ອງເປັນແບບຢ່າງໃນການເຊີດຊູສະຕິຕໍ່ກົດໝາຍ, ເຄື່ອນໄຫວວຽກງານ, ດຳລົງຊີວິດໃຫ້ຖືກຕາມກົດໝາຍ; ເດັດດ່ຽວແກ້ໄຂສິ່ງຫຍໍ້ທໍ້ຕ່າງໆ ໃນສັງຄົມ.
5). ຫັນລົງກໍ່ສ້າງຮາກຖານການເມືອງ, ປັບປຸງລະບົບການເມືອງ ຢູ່ຮາກຖານໃຫ້ໜັກແໜ້ນ, ເຂັ້ມແຂງ; ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍສະເພາະ ເຂດຊົນນະບົດ, ພູດອຍ, ຊົນເຜົ່າ ເຂດພື້ນຖານປະຕິວັດເກົ່າ; ຍູ້ແຮງການຜະລິດເປັນສິນຄ້າຂອງປະຊາຊົນ ເພື່ອຍົກລະດັບລາຍໄດ້ ຂອງປະຊາຊົນ ໃຫ້ສູງຂຶ້ນຕື່ມ.
6). ສືບຕໍ່ຍູ້ແຮງການຈັດເກັບລາຍຮັບ ດ້ວຍລະບົບທັນສະໄໝ, ຫັນບັນດາຫົວໜ່ວຍທຸລະກິດ ໃຫ້ເຂົ້າໃນລະບົບຖືບັນຊີ, ຫັນການຊຳລະສະສາງຄ່າໂອນກຳມະສິດທີ່ດິນ, ການຊື້-ຂາຍ ອະສັງຫາລິມະຊັບ, ລົດ, ເຂົ້າສູ່ລະບົບທະນາຄານ.
7). ສືບຕໍ່ປັບປຸງສະພາບແວດລ້ອມການລົງທຶນ ດ້ວຍການສົ່ງເສີມການແຂ່ງຂັນ ທີ່ມີຄວາມໂປ່ງໃສ ແລະ ຍຸຕິທໍາ ເຮັດໃຫ້ ສປປ ລາວ ກາຍເປັນເຂດຈຸດສຸມການລົງທຶນ, ເລັ່ງແກ້ໄຂບັນຫາທີ່ເປັນຂອດອັດຕັນຕ່າງໆ.
8). ຍູ້ແຮງການປະຕິຮູບລັດວິສາຫະກິດ, ແຍກກຳມະສິດ ແລະ ສິດໃນການບໍລິຫານ ຢ່າງຈະແຈ້ງ ເພື່ອຮັບປະກັນໃຫ້ລັດວິສາຫະກິດ ສາມາດແຂ່ງຂັນ, ສ້າງຜົນກຳໄລ ແລະ ເປັນເຈົ້າພາທາງ ໃນພື້ນຖານເສດຖະກິດແຫ່ງຊາດ ເປັນກ້າວໆ.
9). ແກ້ໄຂກົນໄກປະສານງານ ລະຫວ່າງຂະແໜງການດ້ວຍກັນ ລະຫວ່າງສູນກາງ ແລະ ທ້ອງຖິ່ນ,ເຮັດໃຫ້ທ້ອງຖິ່ນ ມີຄວາມຮັບຜິດຊອບ, ມີຄວາມເປັນເຈົ້າການຫຼາຍຂຶ້ນ; ການຄຸ້ມຄອງ, ຕິດຕາມ ໂຄງການລົງທຶນ ທັງພາຍໃນ ແລະ ຕ່າງປະເທດຢູ່ທ້ອງຖິ່ນ ຕ້ອງໃຫ້ແຂວງ, ເມືອງ ເຂົ້າຮ່ວມ ແລະ ເປັນເຈົ້າການ; ແກ້ໄຂທັດສະນະ ແລະ ການກະທໍາ ຖິ້ມຄວາມຮັບຜິດຊອບ ແລະ ກ່າວຟ້ອງກັນ.
10). ສືບຕໍ່ຊີ້ນຳການສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ມີຄຸນນະພາບ, ແຂງແຮງ ແລະ ເປັນຂະບວນການຕໍ່ເນື່ອງ ຕິດພັນກັບການກະກຽມກອງປະຊຸມໃຫຍ່ 3 ຂັ້ນ.
11). ເພີ່ມທະວີການໂຄສະນາ, ປຸກລະດົມ ແລະ ຍູ້ຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາສູ່ລວງເລິກ ຕິດພັນກັບການເຂົ້າຮ່ວມຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ກາຍເປັນຂະບວນການກວ້າງຂວາງ ຂອງມະຫາຊົນ; ເອົາໃຈໃສ່ເຜີຍແຜ່, ອະທິບາຍ ຜົນສຳເລັດຂອງການນຳພາ-ຊີ້ນຳ, ການແກ້ໄຂບັນຫາຂອງພັກ-ລັດ, ຕອບຕ້ານການບິດເບືອນ, ໃສ່ຮ້າຍປາຍສີ ຈາກຜູ້ບໍ່ຫວັງດີ.
4). ຄະນະບໍລິຫານງານສູນກາງພັກ ຮຽກຮ້ອງມາຍັງຄະນະພັກແຕ່ລະຂັ້ນ, ສະມາຊິກພັກ-ພະນັກງານແຕ່ລະສະຫາຍ ຈົ່ງຕັ້ງໜ້າເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ, ຜົນງານທີ່ຍາດມາໄດ້ໃນໄລຍະ 2 ປີກວ່າ ເພື່ອພ້ອມກັນຕັດສິນໃຈສູງ ໃນການສືບຕໍ່ທຸ່ມເທສະຕິປັນຍາ, ເຫື່ອແຮງ, ຍົກສູງຄວາມຮັບຜິດຊອບການເມືອງ ເຂົ້າໃສ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 93 |
![]() | ມື້ວານນີ້ | 440 |
![]() | ອາທິດນີ້ | 1990 |
![]() | ເດືອນນີ້ | 533 |
![]() | ທັງໝົດ | 273248 |