ວັນທີ 26 ຕຸລາ 2023 ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ສໍາເລັດກອງປະຊຸມປະເມີນຜົນການຈັ້ດຕັ້ງປະຕິບັດວຽກງານ ພະນັກງານ-ລັດຖະກອນ ແລະ ປະເມີນຜົນໜວ່ຍພັກ, ສະມາຊິກພັກ, ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ VI ຂອງໜ່ວຍພັກ ຄະນະໂຄສະນາອົບຮົມແຂວງ ປະຈຳປີ 2023 ຢູ່ທີ່ຫ້ອງປະຊຸມຊັ້ນ IV ຕືກສຳນັກງານອົງການປົກຄອງແຂວງຫົວພັນ, ພາຍໃຕ້ການເປັນປະທານຂອງ ສະຫາຍ ຕົ່ງລີ ເຕັ່ງ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ. ມີບັນດາທ່ານຕາງໜ້າມາຈາກພະແນກພາຍໃນແຂວງ, ຄະນະກວດກາພັກ-ລັດແຂວງ, ຄະນະຈັດຕັ້ງແຂວງ ພ້ອມດ້ວຍພະນັກງານ - ລັດຖະກອນ, ສະມາຊິກພັກ ເຂົ້າຮ່ວມທັງໝົດ 15 ສະຫາຍ, ຍິງ 6 ສະຫາຍ.
ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງ ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານພະນັກງານ- ລັດຖະກອນປະຈໍາປີ 2023 ແລະ ແຜນການປະຈໍາປີ 2024, ບົດສະຫຼຸບການນໍາພາ-ຊີ້ນໍາຂອງຄະນະພັກ ໃນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງປະຈໍາປີ 2023 ເຊີ່ງໄດ້ຍົກໃຫ້ເຫັນດ້ານດີຜົນງານທີ່ຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ດ້ານອ່ອນຄົງຄ້າງທີ່ຈະໄດ້ປັບປຸງແກ້ໄຂໃນຕໍ່ໜ້າ, ກອງປະຊຸມຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບໃຫ້ຈະແຈ້ງສົມບູນຂຶ້ນຕື່ມ. ໃນກອງປະຊຸມໄດ້ຜ່ານບົດສໍາຫຼວດຕົນເອງ ແລະ ລົງຄະແນນສຽງປິດລັບເພື່ອປະເມີນຜົນພະນັກງານ-ລັດຖະກອນ ແລະ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ແລະ ສະເໜີຄະນະພັກຂັ້ນເທິງຮັບຮອງເອົາເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປະຈຳປີ 2023 ແລະ ຜົນການປະເມີນຂອງພະນັກງານ - ລັດຖະກອນ ຜ່ານການປະເມີນຕີລາຄາ ມີປະເພດດີເລີດ ແລະ ດີ.
ຕອນທ້າຍຂອງພິທີໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ຕົງ ລີເຕັ່ງ ກໍາມະການພັກແຂວງ,ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ເຊີ່ງທ່ານໄດ້ເໜັ້ນໜັກໃຫ້ ພະນັກງານ, ສະມາຊິກພັກ ຕ້ອງພ້ອມກັນສືບຕໍ່ຮັກສາມູນເຊື້ອຜົນງານຂອງ ຄະນະໂຄສະນາອົບຮົມແຂວງພວກເຮົາທີ່ຍາດມາໄດ້ໃນໄລຍະທີ່ຜ່ານມາເຖິງຈະມີຄວາມຫຍຸ້ງຫຍາກ ແຕ່ພວກເຮົາກໍ່ພ້ອມກັນເຮັດສຳເລັດໜ້າທີ່ ທີ່ໄດ້ຮັບການມອບໝາຍ, ສືບຕໍ່ຮັກສາຄວາມສາມັກຄີເປັນປືກແຜ່ນຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ເປັນເສນາທິການ ໃນການເຮັດວຽກງານ ການເມືອງ - ແນວຄິດໃຫ້ຄະນະພັກຂັ້ນເທີງຕາມສິດ ແລະ ພາລະບົດບາດຂອງຕົນ; ສຶບຕໍ່ແກ້ໄຂຈຸດອ່ອນຄົງຄ້າງທີ່ໝູ່ຄະນະຕຳນິສົ່ງຂ່າວເພື່ອພ້ອມກັນກ້າວໜ້າ.
ກອງປະຊຸມໄດ້ດຳເນີນເປັນເວລາ 1 ຕອນ ແລະ ປິດລົງດ້ວຍໝາກຜົນອັນຈົບງາມ
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 99 |
![]() | ມື້ວານນີ້ | 440 |
![]() | ອາທິດນີ້ | 1996 |
![]() | ເດືອນນີ້ | 539 |
![]() | ທັງໝົດ | 273254 |