ໃນຕອນເຊົ້າວັນທີ 07 ກັນຍາ 2023, ຮາກຖານກໍາມະບານ ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ສໍາເລັດ ກອງປະຊຸມປະເມີນຜົນ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2023. ຢູ່ທີ່ຫ້ອງປະຊຸມຊັ້ນ IV ຕືກສຳນັກງານອົງການປົກຄອງແຂວງຫົວພັນ, ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ຄຳພວງ ຄຳບຸດດາພັນ, ຮອງປະທານກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ຕົງລີ ເຕັ່ງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍ ສະມາຊິກກໍາມະບານພາຍໃນ ໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ
ກອງປະຊຸມໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງ 5 ເປັນເຈົ້າ ຂອງກໍາມະບານໃນໄລຍະ 1 ປີ ເຊີ່ງໄດ້ຍົກໃຫ້ເຫັນດ້ານດີ ຜົນງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ດ້ານອ່ອນຄົງຄ້າງທີ່ຈະຕ້ອງປັບປຸງແກ້ໄຂໃນຕໍ່ໜ້າ ກອງປະຊຸມຍັງໄດ້ ພ້ອມກັນປະກອບຄໍາ ຄິດຄໍາເຫັນໃສ່ ບົດສະຫຼຸບໃຫ້ຈະແຈ້ງສົມບູນຂື້ນຕື່ມ ແລະ ໄດ້ຕົກລົງເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານ ຕາມທິດທາງແຜນການ ສູ້ຊົນທີ່ໄດ້ກໍານົດໄວ້ໃນປີ 2024. ຈາກນັ້ນສະມາຊິກກໍາມະບານກໍໄດ້ຜ່ານບົດສໍາຫຼວດຕົນເອງ ແລະ ໄດ້ລົງຄະແນນສຽງປິດລັບ. ເຊີ່ງພາຍໃນ ໜ່ວຍມີສະມາຊິກກຳມະບານທັງໝົດ 22 ສະຫາຍ, ຍິງ 9 ສະຫາຍ,ໃນນັ້ນເປັນສະມາຊິກພັກ 19 ສະຫາຍ, ຍິງ 08 ສະຫາຍ, ເປັນສະມາຊິກຊາວໜຸ່ມ 8 ສະຫາຍ, ຍິງ 4 ສະຫາຍ, ເປັນສະມາຊິກແມ່ຍີງ 9 ສະຫາຍ. ໃນນັ້ນມີໜ້າປະເມີນຕົວຈິງແມ່ນ 15 ສະຫາຍ, ຍິງ 5 ສະຫາຍ, 7 ສະຫາຍບໍ່ໄດ້ເຂົ້າຮ່ວມປະເມີນ. ຜ່ານການປະເມີນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັ້ນ 5 ເປັນເຈົ້າຂອງໜ່ວຍ ກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວງຫົວພັນ ສາມາດຈັດປະຕິບັດບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້. ໃນພິທີ ໄດ້ມອບ-ຮັບ ໃບຍ້ອງຍໍກຳມະບານ 5 ເປັນເຈົ້າ ຂອງປະທານສະຫະພັນກຳມະບານແຂວງ ໃຫ້ບຸກຄົນ ຈໍານວນ 20 ໃບ. ມອບ-ຮັບໃບຢັ້ງຢືນ ແລະ ໃບຍ້ອງຍໍ ກຳມະບານ 5 ເປັນເຈົ້າ ໃຫ້ກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງ ທີ່ບັນລຸຄາດໝາຍການປະເມີນຜົນເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2022.
ໃນໂອກາດດັ່ງກ່າວ ສະຫາຍ ຕົ່ງ ລີເຕັ່ງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຄັ້ງນີ້ ເຊິ່ງກ່ອນອື່ນ ສະຫາຍ ໄດ້ຍ້ອງຍໍ ຊົມເຊີຍ ຕໍ່ຜົນງານໃນການຈັດຕັ້ງປະຕິບັດຂະບວນການ 5 ເປັນເຈົ້າໃນໄລຍະ 1 ປີຜ່ານມາ ແລະ ເໜັ້ນໜັກໃຫ້ສືບຕໍ່ ຮັກສາ ມູນເຊື້ອ ຄວາມສາມັກຄີ ອັນດີງາມດັ່ງກ່າວໃນສົກປີຕໍ່ໆໄປ, ພ້ອມນັ້ນ ໃຫ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມວຽກງານ ການເມືອງ - ແນວຄິດ ໃຫ້ແກ່ຖັນແຖວສະມາຊິກກໍາມະບານ, ເຂົ້າຮ່ວມຂະບວນການ ແລະ ຈັດຕັ້ງປະຕິບັດວຽກງານຕ່າງໆເປັນຕົ້ນວຽກງານວິຊາສະເພາະ, ວຽກງານທີ່ພົວພັນກັບຂໍ້ແຂ່ງຂັນ 5 ເປັນເຈົ້າຂອງກໍາມະບານຈັດຕັ້ງ ປະຕິບັດໃຫ້ມີຜົນສໍາເລັດ ແລະ ພ້ອມກັນແຂ່ງຂັນກັນ ຈັດຕັ້ງປະຕິບັດຕາມເນື້ອໃນຂໍ້ແຂ່ງ ຂັນ 5 ເປັນເຈົ້າໃຫ້ປະກົດຜົນເປັນຈິງ ເພື່ອພັດທະນາວຽກງານກຳມະບານໃຫ້ດີຂື້ນເລື່ອຍໆ.
ມີ 43 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 104 |
![]() | ມື້ວານນີ້ | 440 |
![]() | ອາທິດນີ້ | 2001 |
![]() | ເດືອນນີ້ | 544 |
![]() | ທັງໝົດ | 273259 |