ເພື່ອເຮັດໃຫ້ການສະເຫຼີມສະຫຼອງວັນເກີດ ປະທານຄຳໄຕ ສີພັນດອນ ຄົບຮອບ 100 ປີ ສຳເລັດໄປຕາມຈຸດປະສົງຄາດໝາຍ ທີ່ວາງໄວ້ຄະນະຮັບຜິດຊອບຊີ້ນຳການກະກຽມສະເຫຼີມສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນຄົບຮອບ 100 ປີ ຂັ້ນສູນກາງໄດ້ລົງມາເຄືອນໄຫວເຮັດວຽກ ຢູ່ແຂວງຫົວພັນ.
ກອງປະຊຸມໄດ້ເຜີຍແຜ່ນິຕິກຳຕ່າງໆ ກ່ຽວກັບ ການກະກຽມ ແລະ ສະເຫຼີມສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີເປີດຂື້ນ ໃນເວລາ 8:00 ຂອງວັນທີ 31 ສິງຫາ 2023 ຢູ່ທີ່ຫ້ອງປະຊຸມ ຊັ້ນ5 ຕືກສຳນັກງານປົກຄອງແຂວງຫົວພັນ ເປັນເວລາ 1 ຕອນ. ພາຍໃຕ້ການເປັນປະທານຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ, ຫົວໜ້າກອງເລຂາກະກຽມສະເຫຼີມສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ເພີດ ມາປັນຍາຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານແນວຄິດ, ພັກພະນັກງານ, ມີຫົວໜ້າຫອ້ງວ່າການ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ ຫົວໜ້າພະແນກຖະແຫ່ງຂ່າວ ວັດທະນາທໍາ ແລະ ທ່ອງທ່ຽວ, ຫົວໜ້າກອງບັນຊາການ ປກສ-ປກຊ ແຂວງຫົວພັນ, ເຂລາພັກເມືອງ ເຈົ້າເມືອງ ເມືອງຊຳເໜືອ, ເມືອງວຽງໄຊ, ເມືອງສົບເບົາ, ເມືອງຫົວເມືອງ,ເມືອງຮ້ຽມ ແລະ ຄະນະຮັບຜິດຊອບກະກຽມສະເຫຼີມສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງການເຜີຍແຜ່ ຄຳສັ່ງຂອງຄະນະເຂລາທິການສູນກາງພັກ ສະບັບເລກທີ387/ຄລສພ, ລົງວັນທີ 16 ມີຖຸນາ 2023 ວ່າດ້ວຍການສະເຫຼີມສະຫຼອງ ວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ຜ່ານມະຕິຕົກລົງຂອງຄະນະເຂລາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກະກຽມສະເຫຼີມສະຫຼອງ ວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ສະບັບເລກທີ337/ຄລສພ, ຜ່ານແຜນດຳເນີນງາານຂອງຄະນະຮັບຜິດຊອບ ສະເຫຼີມ ສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ100 ປີ ຈາກຄະນະຮັບຜິດຊອບຂັ້ນສູນກາງພັກ, ຮັບຟັງການລາຍງານກະກຽມ ສະເຫຼີມສະຫຼອງ ວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ຈາກຄະນະພັກ, ອົງການປົກຄອງແຂວງ ແລະ ເມືອງ ຈາກນັ້ນກອງປະຊຸມຍັງໄດ້ປຶກສາຫາລືແຜນການກະກຽມ ຢູ່ຂັ້ນແຂວງ ໃຫ້ໄດ້ຮັບຜົນສຳເລັດຕາມແຜນການທີວາງໄວ້.
ຕອນທ້າຍຂອງກອງປະຊຸມ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນການພັກ, ຮອງເຂລາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າກອງເຂລາກະກຽມສະເຫຼີມສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ຍັງໃຫ້ກຽດໂອລົມຕໍ່ກອງປະຊຸມ ກ່ອນອື່ນເພີ່ນໄດ້ຍ້ອງຍໍຊົມເຊີຍຕໍ່ແຂວງຫົວພັນໄດ້ກະກຽມຄວາມພ້ອມໃນການສະເຫຼີມສະຫຼອງ ວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ແລະ ເພິ່ນຍັງໄດ້ໃຫ້ທິດຊີ້ນຳ ແລະ ເໜັ້ນໜັກຄືນແຜນດຳເນີນງານ ແລະ ບັນດາຄຳເຫັນຂອງບັນດາສະຫາຍທີໄດ້ປະກອບໃນກອງປະຊຸມ ເພື່ອເຮັດໃຫ້ການສະເຫຼີມສະຫຼອງ ວັນເກີດ ປະທານຄຳໄຕ ສີພັນດອນ ຄົບຮອບ 100 ປີ ດຳເນີນໄປຕາມແຜນດ້ວຍໜາກຜົນອັນຈົບງາມ ແລະ ເປັນຂະບວນຟົດຟື້ນ. ໃນໂອກາດທີ່ສະຫາຍພ້ອມດ້ວຍທີມງານຂອງ ຄອສພ ລົງມາເຄື່ອນໄຫວເຮັດວຽກຄັ້ງນີໂອ້ລົມຍັງໄດ້ພົບປະ ແລະ ເຮັດວຽກກັບ ຄະນະໂຄສະນາອົບຮົມແຂວງຫົວພັນກ່ອນອື່ນເພີນໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີໂຄສະນາອົບຮົມແຂວງໄດ້ປະຕິບັດໃນໄລຍະຜ່ານມາ, ເພີ່ນຮຽກຮອງໃຫ້ສືບຕໍ່ເຮັດວຽກງານການເມືອງແນວຄິດໃຫ້ເລີກເຊີ່ງທົ່ວເຖິງແຕ່ລະເປົ້າໝາຍຮັບຮູ້ເຊື່ອມຊືມແນວທາງຂອງພັກ ນະໂຍບາຍລະບຽບກົດໝາຍຂອງລັດ ເພື່ອຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ. ສືບຕໍ່ເປັນເສນາທິການໃຫ້ຄະນະພັກຂັ້ນຂອງຕົນ ໃນການເຮັດວຽກການເມືອງແນວຄິດໃຫ້ດີກ່ວາເກົ່າ.
ກອງປະຊຸມດັ່ງກ່າວໄດ້ດຳເນີນເປັນເວລາ 1 ຕອນ ແລະ ປິດລົງດ້ວຍໝາກຜົນອັນຈົບງາມ
ມີ 36 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 104 |
![]() | ມື້ວານນີ້ | 440 |
![]() | ອາທິດນີ້ | 2001 |
![]() | ເດືອນນີ້ | 544 |
![]() | ທັງໝົດ | 273259 |