ໃນວັນທີ 15-16 ສິງຫາ 2023 ຜ່ານມານີ້ ທາງ ຄະນະໂຄສະນາອົບຮົມແຂວງຫົວພັນໄດ້ສົມທົບກັບ ຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະໂຄສະນາອົບຮົມເມືອງກວັນ ໄດ້ຈັດພິທີຝືກອົບຮົມວຽກງານສັງລວມ-ຫາງສຽງສັງຄົມຂື້ນຢູ່ທີ ສະໂມສອນ ເມືອງກວັນແຂວງຫົວພັນ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ອຳພອນ ສອນວິໄລ ຮອງເລຂາພັກເມືອງກວັນ ຜູ້ປະຈຳການ, ມີສະຫາຍ ອົ້ມ ອິນທະລາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ, ມີສະຫາຍ ບຸນເພັງ ຈັນທະດາລາ ຮອງຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງຮັບຜິດຊອບຊຸດອົບຮົມ ແລະ ນັກສຳມະນາກອນເຂົ້າຮ່ວມທັງໝົດ 52 ສະຫາຍ, ຍິງ 14 ສະຫາຍ.
ການຈັດຝືກອົບຮົມໃນຄັ້ງນີ້ເພື່ອເປັນການຈັດຕັ້ງຜັນຂະຫຍາຍແຜນດຳເນີນງານ ແລະ ໂຄງການຈຸດສຸມຂອງວຽກງານໂຄສະນາອົບຮົມ ເຂົ້າສູ່ຊີວິດຕົວຈິງ ແລະ ຝຶກອົບຮົມເປົ້າໝາຍຕ່າງໆ ເວົ້າລວມ, ເວົ້າສະເພາະ ແມ່ນພະນັກງານທີ່ເຮັດວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ໃຫ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບວຽກງານສັງລວມ-ຫາງສຽງສັງຄົມ ຢ່າງເລິກເຊິ່ງ ບົນພື້ນຖານຄວາມຮັບຮູ້ດັ່ງກ່າວ ແມ່ນແນ່ໃສ່ເຮັດໃຫ້ພະນັກງານທີ່ຮັບຜິດຊອບວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ໄດ້ຍົກສູງຄຸນນະພາບທາງດ້ານວິຊາການ, ວິທີການຈັດຕັ້ງປະຕິບັດໃນການຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ທັງປະຕິບັດພາລະບົດບາດ, ສິດ, ໜ້າທີ່ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນຕື່ມ. ຄະນະຮັບຜິດຊອບຊຸດອົບຮົມໄດ້ມີຄວາມຮັບຜິດຊອບຢ່າງສູງເປັນຕົ້ນ ການຂຶ້ນຫ້ອງບັນຍາຍ ແລະ ເຜີແຜ່ນິຕິກຳກ່ຽວຂ້ອງ ໃນການຈັດຕັ້ງເຄື່ອນໄຫວວຽກງານຫາງສຽງ-ສັງຄົມ, ຈັດເປັນກຸ່ມຄົ້ນຄວ້າສົນທະນາຕາມຫົວຂໍ້ຄຳຖາມເຈາະຈີ້ມຂອງບົດຮຽນ ເພື່ອແນ່ໃສ່ສ້າງຄວາມເຂັ້ມແຂງໃຫ້ນັກສຳມະນາກອນ, ກໍ່ຄືຄະນະກຳມະການຄົນຄວ້າ, ວິເຄາະ, ວິໄຈ ຫາງສຽງ-ສັງຄົມ ແລະ ຕາໜາງເພື່ອນຮ່ວມ ມີຄວາມຮັບຮູ້ກຳແໜ້ນແນວທາງຂອງພັກ, ກຳແໜ້ນໜ້າທີ່ການເມືອງໃນການເຮັດວຽກງານການເມືອງແນວຄິດ ຢ່າງໜັກແໜ້ນ ແລະ ຮູ້ຈຳແນກບັນຫາຫາງສຽງແມ່ນຫຍັງ ຂ່າວລືແມ່ນຫຍັງ. ນັກສຳມະນາກອນໄດ້ປະຕິບັດໂມງເວລາເຂົ້ມງວດ ຕັ້ງໜ້າຮັບຟັງການເຜີຍແຜ່ບັນຍາຍເອກະສານຈາກຄູອາຈານ ສາມາຮັບຮູ້ກຳແໜ້ນບົດຮຽນເປັນພື້ນຖານບ່ອນອິງເພື່ອນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໃຫ້ສອດຄອງຖືກຕ້ອງຕາມນິຕິກຳ. ການຈັດຕັ້ງດຳເນີນຊຸດອົບຮົມວຽກງານຫາງສຽງ-ສັງຄົມໃນຊຸດນີ້ ສາມາດປະຕິບັດໄດ້ຕາມແຜນການຄາດໄວ້ ເຊິ່ງມີນັກສຳມະນາກອນເຂົ້າຮວ່ມທັງໜົດ 40 ສະຫາຍ, ຍິງ 11 ສະຫາຍ, ໃນນີ້ມາຈາກຮາກຖາກຸ່ມບ້ານ 11 ສະຫາຍ. ທຽບໃສ່ແຜນການປະຕິບັດໄດ້ 89 %ຂອງເປົ້າໝາຍເຂົ້າຮ່ວມ.
ຊຸດຝືກອົບຮົມຄັ້ງນີ້ເປັນກຽດກ່າວປິດ ແລະ ຮັບຟັງການໂອ້ລົມຈາກ ສະຫາຍ ອຳພອນ ສອນວິໄລ ຮອງເລຂາພັກເມືອງກວັນ ຜູ້ຊີ້ນຳວຽກງານແນວຄິດ-ທິດສະດີຂັ້ນເມືອງ, ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາຜົນສຳເລັດທີ່ຍາດມາໄດ້, ສະແດງຄວາມຍີນດີຕອນຮັບຄະນະຮັບຜິດຊອບຊຸດອົບຮົມວຽກງານ ຫາງສຽງ-ສັງຄົມ ຄັ້ງນີ້ທີ່ໄດ້ນຳເອົາທີ່ບົດຮຽນ ແລະ ນິຕິກຳມາເຜີຍແຜ່ເຊື່ອມຊືມໃຫ້ພະນັກງານທີເຮັດວຽກງານ ຄົ້ນຄວ້າ, ຕິດຕາມ, ເກັບກຳ ສະພາບແນວຄິດຫາງສຽງ-ສັງຄົມ ເຂົ້າສຸ່ລວງເລີກ. ເພື່ອປົກປ້ອງແນວທາງຂອງພັກອັນຖືກຕ້ອງ, ໃນເມື່ອສະພາບປັດຈຸບັນພົບຄວາມຫຍຸ້ງຍາກ ແລະ ມີຫຼາຍອັນເປັນສີ່ງທ້າທ້າຍຕໍໍ່ການນຳພາຂອງພັກ, ການຄຸ້ມຄອງສັງຄົມເປັນຕົ້ນ: ສະພາບຄວາມຫຍຸ້ງຫຍາກທາງດ້ານເສດຖະກິດການເງີນ, ສະພາບປະກົດການຫຍໍ້ທໍ້ ບັນຫາສີ່ງເສບຕິດ ແລະ ອື່ນໆ. ສະນັ້ນຈື່ງຮຽກຮ້ອງໃຫ້ ຄະນະພັກ, ຄະນະນຳແຕ່ລະຂັ້ນຕ້ອງຖືເອົາວຽກງານສືກສາອົບຮົມນຳພາແນວຄິດເປັນກົກ, ນັກສຳມະນາກອນຈົ່ງເຊີດຊູຄວາມເປັນເຈົ້ານຳເອົາບົດຮຽນ, ນິຕິກຳເຜີຍແຜ່ໃຫ້ສັງຄົມມີຄວາມຮັບຮູ້ເຂົ້າໃຈ ເປັນເຈົ້າຄົ້ນຄວ້າ ຕິດຕາມ ແລະ ລາຍງານສະພາບ ແນວຄິດ ຫາງສຽງ-ສັງຄົມຂອງສະມາຊິກພັກ, ພະນັກງານ ປະຊາຊົນບັນດາເຜົ່າໃຫ້ທັນເຫດການ.
ຊຸດຝືກອົບຮົມວຽກງານສັງລວມຫາງສຽງ-ສັງຄົມໄດ້ດຳເນີນມາເປັນເວລາ 2 ວັນເຕັມ ແລະ ປິດລົງດ້ວຍຜົນສຳເລັດອັນຈົບງາມຕາມແຜນການທີຄາດໄວ້
ມີ 49 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 105 |
![]() | ມື້ວານນີ້ | 440 |
![]() | ອາທິດນີ້ | 2002 |
![]() | ເດືອນນີ້ | 545 |
![]() | ທັງໝົດ | 273260 |