ວັນທີ 17 ພຶດສະພາ 2023 ທີ່ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງຫົວພັນໄດ້ຈັດພິທີປາຖະກະຖາ ວັນປະຫວັດສາດສໍາຄັນຂອງພັກ, ຂອງຊາດ ແລະ ສາກົນ ຄືຶ: ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 64 ປີ, ວັນວິລະກຳ ໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 63 ປີ, ວັນເກີດຂອງປະທານໂຮ່ຈີ່ມິນ ຄົບຮອບ 133 ປີ, ວັນເກີດທ່ານ ກາກມາກ ຄົບຮອບ 205 ປີ, ວັນໄຊຊະນະຂອງສະຫະພາບໂຊວຽດ ເໜືອຟາດເຢຍລະມັນໃນສົງຄາມໂລກຄັ້ງທີ II ຄົບຮອບ 78 ປີ ແລະ ວັນໄຊຊະນະດຽນບຽນຟູ ຄົບຮອບ 69 ປີ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຕົງລີ ເຕັ່ງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີ ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງພ້ອມດ້ວຍພະນັກງານ ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.
ເພື່ອເປັນການໂຄສະນາ-ສຶກສາອົບຮົມໃຫ້ພະນັກງານພາຍໃນຄະນະໂຄສະນາອົບຮົມພວກເຮົາ ມີຄວາມຮັບຮູ້, ເຂົ້າໃຈ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງບັນດາວັນປະຫວັດສາດດັ່ງກ່າວ ເຂົ້າໃນການຝຶກຝົນຫຼໍ່ຫຼອມສະມາຊິກພັກ, ພະນັກງານ ເພື່ອຮັບໃຊ້ຊາດ ຮັບໃຊ້ປະຊາຊົນ, ເພີ່ມທະວີຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງຫົວພັນ ກໍ່ຄືການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ. ເພື່ອປຸກລະດົມນໍ້າໃຈຮັກຊາດ, ຮັກລະບອບໃໝ່, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊີດຊູບົດບາດການນຳພາຂອງພັກ ໄປພ້ອມກັບການປຸກລະດົມຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໂດຍຕິດພັນກັບການຍູ້ແຮງຂະບວນການປະຕິບັດ 2 ວາລະແຫ່ງຊາດກໍ່ຄືການຈັດຕັ້ງປະຕິບັດແຜນພັດທະນະເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ໃນຕໍ່ໜ້ານີ້ ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.
ພິທີດັ່ງກ່າວໄດ້ປິດລົງດ້ວຍໝາກຜົນອັນຈົບງາມ.
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 50 |
![]() | ມື້ວານນີ້ | 200 |
![]() | ອາທິດນີ້ | 383 |
![]() | ເດືອນນີ້ | 692 |
![]() | ທັງໝົດ | 254893 |