ໃນວັນທີ 15-16 ພະຈິກ ປີ 2022 ນີ້ ເມືອງຊຳເໜືອ ໄດ້ປະສານສົມທົບກັບຄະນະໂຄສະນາອົບຮົມແຂວງ, ອົງການບໍລິຫານ ແລະ ພັດທະນາຕົວເມືອງ, ແນວລາວສ້າງຊາດເມືອງ ຈັດພິທີ ເຊື່ອມຊືມເອກະສານທີສຳຄັນໃຫ້ ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນໃນ12ໝູ່ບ້ານ ຂອງເມືອງຊຳເໜືອ ຂື້ນທີ່ສະໂມສອນຂອງເມືອງຊຳເໜືອ, ບ້ານມີສຸກ, ບ້ານພັນໄຊ ແລະ ບ້ານນາໜອງບົວ ໂດຍແບ່ງອອກເປັນ 4 ຈຸດ, ຈຸດ ລະ 3 ບ້ານ, ມີຜູ້ເຂົ້າຮ່ວມທັງໝົດ 423 ທ່ານ, ຍິງ 191 ທ່ານ.
ໃນການລົງເຊື່ອມຊືມເອກະສານຄັ້ງນີ້ຄະນະຮັບຜິດຊອບທີ່ມາຈາກພາກສ່ວນກ່ຽວຂ້ອງໄດ້ນຳເອົາເອກະສານຈຳນວນ 5 ບົດເຜີຍແຜ່ໃຫ້ຄະນະພັກ,ອໍານາດການປົກຄອງ ແລະ ປະຊາຊົນໄດ້ຮັບຮູ້ເຂົ້າໃຈເປັນຕົ້ນແມ່ນ: ມູນເຊື້ອ ແລະ ການສືບຕໍ່ປົກປັກຮັກສາເທດສະບານເມືອງຊຳເໜືອ, ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ່ 9 ສະໄໝທີ 10, ມະຕິກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ່ 10 ສະໄໝທີ 12, ຜົນຮ້າຍຂອງ 3 ກະແສແນວຄິດ ແລະ ຂໍ້ຕົກລົງວ່າດ້ວຍການພົວພັນລະຫວ່າງຄະນະປະຈຳສະພາປະຊາຊົນແຂວງ ກັບ ຄະນະປະຈຳແນວລາວສ້າງຊາດແຂວງ. ຈຸດປະສົງໃນການເຜີຍແຜ່ ເຊື່ອມຊືມບັນດາເນື້ອໃນເອກະສານໃນຄັ້ງນີ້ກໍ່ ເພື່ອເປັນ ການສຶກສາອົບຮົມແນວຄິດໃຫ້ປະຊາຊົນຍົກສູງຄວາມຕື່ນຕົວ, ຄວາມເປັນເຈົ້າການປົກປັກຮັກສາ ແລະ ພັດທະນາຕົວເມືອງຊຳເໜືອໃຫ້ກາຍເປັນເມືອງສີຂຽວ, ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ເຮັດໃຫ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 10ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງອົງຄະນະພັກເມືອງຊຳເໜືອບັນລຸຜົນເປັນຈີງ.
ຕອນທ້າຍຂອງກອງປະຊຸມຍັງໄດ້ເປີດໂອກາດໃຫ້ປະຊາຊົນມີຄຳຄິດຄຳເຫັນ ແລະ ຄຳສະເໜີ ຕ່າງໆ ແລະ ຄະນະຮັບຜິດຊອບໄດ້ ແກ້ໄຂຂໍ້ຂ້ອງໃຈ ພ້ອມທັງຮຽກຮ້ອງມາຍັງ ປະຊາຊົນບັນດາເຜົ່າເພີ່ມທະວີຄວາມສາມັກຄີ, ຄວາມເປັນເຈົ້າການເຮັດວຽກງານສຶກສາອົບຮົມລູກຫຼານໃຫ້ມີລະບຽບວິໄນ, ປົກປັກຮັກສາຊັບສິນຂອງລັດ ແລະ ປະຕິບັດກົດລະບຽບຂອງບ້ານ, ເມືອງວາງອອກຢ່າງເຂັ້ມງວດເພື່ອເຮັດໃຫ້ ເທດສະບານເມືອງຊຳເໜືອມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພໂດຍພື້ນຖານ.
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 94 |
![]() | ມື້ວານນີ້ | 230 |
![]() | ອາທິດນີ້ | 1253 |
![]() | ເດືອນນີ້ | 893 |
![]() | ທັງໝົດ | 198873 |