ໃນຕອນເຊົ້າວັນທີ 10 ພະຈິກ 2022, ປະທານສະຫະພັນກຳມະບານແຂວງ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ກຸ່ມການເມືອງ ເຊີ່ງມີ ກຳມະບານຮາກຖານຄະນະຈັດຕັ້ງແຂວງ, ກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງ, ກຳມະບານຮາກຖານຄະນະກວດກາ ພັກ-ລັດ ແຂວງ ກຳມະບານຮາກຖານພະແນກພາຍໃນແຂວງເຊີ່ງກອງປະຊຸມດັ່ງກ່າວໄດ້ຈັດຂື້ນຢູ່ທີ່ ຫ້ອງປະຊຸມຊັ້ນ V ຕືກຫ້ອງວ່າການປົກຄອງແຂວງຫົວພັນ ຫຼັງເກົ່າ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ພອງທຳ ທຳມະທອງ, ປະທານສະຫະພັນກຳມະບານແຂວງ ແລະ ທ່ານ ຄຳພວງ ອຳຄາທອງຄຳ, ຮອງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍສະມາຊິກ ກຳມະບານຮາກຖານທັງ 4 ຮາກຖານເຂົ້າຮ່ວມທັງໝົດ 72 ທ່ານ, ຍິງ 33 ທ່ານ.
ໃນກອງປະຊຸມ ໄດ້ຜ່ານບົດສະຫຼຸບລວມການເຄື່ອນໄຫວວຽກງານຂອງກຸ່ມການເມືອງ ເຊີ່ງໄດ້ຍົກໃຫ້ເຫັນດ້ານດີ ຜົນງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ດ້ານອ່ອນຄົງຄ້າງທີ່ຈະຕ້ອງປັບປຸງແກ້ໄຂໃນຕໍ່ໜ້າ ຈາກນັ້ນ ກຳມະບານແຂວງ ໄດ້ຂື້ນຜ່ານ ພາລະບົດບາດ ສິດ ແລະ ໜ້າທີ່ຂອງສະຫະພັນກຳມະບານແຂວງ ແລະ ເອກະສານສຳຄັນຈຳນວນໜື່ງໃຫ້ສະາຊິກ ກຳມະບານທີ່ເຂົ້າຮ່ວມກອງປະຊຸມຮັບຮູ້ ແລະ ເຂົ້າໃຈເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ເປັນຕົ້ນແມ່ນວຽກງານຂອງ ຂະແໜງໂຄສະນາຂ່າວສານ ເກັບກຳຂ່າວ - ຂຽນຂ່າວ, ໃນກອງປະຊຸມຍັງໄດ້ມີຄຳເຫັນແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນເພື່ອເຮັດໃຫ້ວຽກງານກຳມະບານໄດ້ຮັບການພັດທະນາດີຂື້ນເລື້ອຍໆ.
ໃນຕອນທ້າຍກອງປະຊຸມ ທ່ານ ນາງ ພອງທຳ ທຳມະທອງ, ປະທານສະຫະພັນກຳມະບານແຂວງ ຍັງໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນ ທ່ານ ໄດ້ຍ້ອງຍໍ ຊົມເຊີຍ ຕໍ່ການຈັດຕັ້ງປະຕິບັດວຽກງານກຳມະບານທີ່ ກຸ່ມການເມືອງຍາດມາໄດ້ໃນໄລຍະຜ່ານມາ, ທ່ານຍັງໄດ້ຮຽກຮ້ອງສືບຕໍ່ເຮັດວຽກງານການເມືອງແນວຄິດໃຫ້ບັນດາ ສະມາຊິກ ກຳມະບານທີ່ຕົນຮັບຜິດຊອບ ເປັນຕົ້ນແມ່ນ ການເຊື່ອມຊືມບັນດາມະຕິຕ່າງໆ ແລະ ເອກະສານທີ່ສຳຄັນໃຫ້ເລີກເຊີ່ງຕື່ມ, ເອົາໃຈໃສ່ເຮັດວຽກງານປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນການປະຕິບັດນະໂຍບາຍໃນການເລື່ອນຊັ້ນຂັ້ນເງີນເດືອນ, ການປະຕິບັດການຍ້ອງຍໍ, ເອົາໃຈໃສ່ສ້າງຂະບວນການເປັນຕົ້ນແມ່ນ ການເຮັດອະນາໄມ, ສ້າງໜ່ວຍວັນນະຄະດີ ເພື່ອເຮັດໃຫ້ວຽກງານກຳມະບານມີຂະບວນການຟົດຟື້ນຂື້ນ.
ມີ 270 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 90 |
![]() | ມື້ວານນີ້ | 230 |
![]() | ອາທິດນີ້ | 1249 |
![]() | ເດືອນນີ້ | 889 |
![]() | ທັງໝົດ | 198869 |