ວັນທີ 2-3 ພະຈິກ 2022 ຜ່ານມານີ້, ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ສໍາເລັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານພະນັກງານ - ລັດຖະກອນ ແລະ ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022. ກອງປະຊຸມໄດ້ດໍາເນີນມາເປັນເວລາ 2 ວັນ ຢູ່ທີ່ຫ້ອງປະຊຸມຊັ້ນ IV ຕືກຫ້ອງວ່າການປົກຄອງ ແຂວງຫົວພັນ ຫຼັງເກົ່າ, ພາຍໃຕ້ການເປັນປະທານຂອງ ສະຫາຍ ຕົ່ງລີ ເຕັ່ງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ. ມີບັນດາທ່ານຕາງໜ້າມາຈາກພະແນກພາຍໃນແຂວງ, ຄະນະກວດກາພັກ-ລັດ, ຄະນະຈັດຕັ້ງແຂວງ ພ້ອມດ້ວຍພະນັກງານ - ລັດຖະກອນ, ສະມາຊິກພັກ ເຂົ້າຮ່ວມທັງໝົດ 18 ສະຫາຍ, ຍິງ 8 ສະຫາຍ.
ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງບົດສະຫຼຸບການນໍາພາ-ຊີ້ນໍາຂອງຄະນະພັກ ໃນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງປະຈໍາປີ 2022, ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານພະນັກງານ - ລັດຖະກອນປະຈໍາປີ 2022 ແລະ ແຜນການປະຈໍາປີ 2023 ເຊີ່ງໄດ້ຍົກໃຫ້ເຫັນດ້ານດີຜົນງານທີ່ຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ດ້ານອ່ອນຄົງຄ້າງທີ່ຈະໄດ້ປັບປຸງແກ້ໄຂໃນຕໍ່ໜ້າ, ກອງປະຊຸມຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບໃຫ້ຈະແຈ້ງສົມບູນຂຶ້ນຕື່ມ. ໃນກອງປະຊຸມໄດ້ຜ່ານບົດສໍາຫຼວດຕົນເອງ ແລະ ລົງຄະແນນສຽງປິດລັບເພື່ອປະເມີນຜົນພະນັກງານ-ລັດຖະກອນ ແລະ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຜ່ານການປະເມີນຜົນຕົວຈິງສະມາຊິກພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແມ່ນໄດ້ 18 ສະຫາຍ, ຍິງ 8 ສະຫາຍ, ແລະ ສະເໜີຄະນະພັກຂັ້ນເທິງຮັບຮອງເອົາເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປະຈຳປີ 2022 ແລະ ຜົນການປະເມີນຂອງພະນັກງານ - ລັດຖະກອນ ຜ່ານການປະເມີນຕີລາຄາ ມີປະເພດດີເລີດ ແລະ ດີ.
ຕອນທ້າຍຂອງພິທີໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ຕົງ ລີເຕັ່ງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ເຊີ່ງທ່ານໄດ້ເໜັ້ນໜັກໃຫ້ ພະນັກງານ, ສະມາຊິກພັກ ຕ້ອງພ້ອມກັນສືບຕໍ່ຮັກສາມູນເຊື້ອຜົນງານຂອງ ຄະນະໂຄສະນາອົບຮົມແຂວງພວກເຮົາທີ່ຍາດມາໄດ້ໃນໄລຍະທີ່ຜ່ານມາເຖິງຈະມີຄວາມຫຍຸ້ງຫຍາກ ແຕ່ພວກເຮົາກໍ່ພ້ອມກັນເຮັດສຳເລັດໜ້າທີ່ ທີ່ໄດ້ຮັບການມອບໝາຍ, ສືບຕໍ່ຮັກສາຄວາມສາມັກຄີເປັນປືກແຜ່ນຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ເປັນເສນາທິການ ໃນການເຮັດວຽກງານ ການເມືອງ - ແນວຄິດໃຫ້ຄະນະພັກຂັ້ນເທີງຕາມສິດ ແລະ ພາລະບົດບາດຂອງຕົນ; ສຶບຕໍ່ແກ້ໄຂຈຸດອ່ອນຄົງຄ້າງທີ່ໝູ່ຄະນະຕຳນິສົ່ງຂ່າວເພື່ອພ້ອມກັນກ້າວໜ້າ.
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 106 |
![]() | ມື້ວານນີ້ | 230 |
![]() | ອາທິດນີ້ | 1265 |
![]() | ເດືອນນີ້ | 905 |
![]() | ທັງໝົດ | 198885 |