ພິທີໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 28 ຕຸລາ 2022 ນີ້ ຢູ່ຫ້ອງປະຊຸມນ້ອຍຊັ້ນ 4 ຕືກຫ້ອງວ່າການແຂວງຫຼັງເກົ່າ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ບັນລະຍາຍເອກະສານ ຂອງ ສະຫາຍ ຕົ່ງລີ ເຕັ່ງ, ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ໃນພິທີດັ່ງກ່າວນີ້ມີມະຫາຊົນຜູ້ທີ່ກ້າວໜ້າ ມາຈາກບັນດາຮາກຖານພັກ, ໜ່ວຍພັກ ອ້ອມຂ້າງແຂວງ ມີມະຫາຊົນກ້າວໜ້າເຂົ້າຮຽນທັງໝົດ 7 ສະຫາຍ, ຍິງ 2 ສະຫາຍ
ໃນພິທີ ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ໄດ້ຮັບຟັງການເຊື່ອມຊືມເອກະສານຕ່າງໆ ກ່ຽວກັບການນໍາໃຊ້ເອກະສານອົບຮົມເປົ້າໝາຍຂະຫຍາຍເຂົ້າພັກ ເຊິ່ງປະກອບມີ 17 ຄໍາຖາມ 17 ຄໍາຕອບ ກ່ຽວກັບພັກປະຊາຊົນປະຕິວັດລາວມາຈັດຕັ້ງເຜີຍແຜ່, ຮໍ່າຮຽນໃຫ້ມະຫາຊົນກ້າວໜ້າເຂົ້າໃຈຢ່າງເລິກເຊິ່ງ ຜ່ານການເຊື່ອມຊຶມເອກະສານສຶກສາອົບຮົມເປົ້າໝາຍຂະຫຍາຍເຂົ້າພັກ ໄດ້ເຮັດໃຫ້ມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າ ໄດ້ຮັບຮູ້ເຂົ້າໃຈເບື້ອງຕົ້ນ ກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກ, ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂ ແລະ ຜົນປະໂຫຍດທີ່ຈະໄດ້ຮັບຂອງສະມາຊິກພັກ.
ພ້ອມດຽວກັນນັ້ນ ສະຫາຍ ຕົ່ງລີ ເຕັ່ງ, ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ມອບໃບຢັ້ງຢືນໃຫ້ແກ່ມະຫາຊົນກ້າວໜ້າ ທີ່ໄດ້ຜ່ານການຮຽນສະໜັບສະໜູນຄັ້ງນີ້ ເພື່ອເປັນການຢັ້ງຢືນ ແລະ ເປັນການທົດສອບໃນການຝຶກຝົນຫຼໍ່ຫຼອມວຽກງານຂອງມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າ ຕາມການມອບໝາຍຂອງຂັ້ນເທິງ.
ພິທີດັ່ງກ່າວໄດ້ປິດລົງໃນເວລາ 16: 00 ຂອງວັນດັ່ງກ່າວຢ່າງຈົບງາມ.
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 101 |
![]() | ມື້ວານນີ້ | 230 |
![]() | ອາທິດນີ້ | 1260 |
![]() | ເດືອນນີ້ | 900 |
![]() | ທັງໝົດ | 198880 |