• ເມືອງຊຽງຄໍ້ ແຂວງຫົວພັນ ຈັດພິທີປາຖະ
  • ເມືອງກວັນ ແຂວງຫົວພັນໄດ້ສຳເລັດພິທີເ
  • ເມືອງຮ້ຽມ ແຂວງຫົວພັນ ຈັດພິທີ ປາຖະກະ
  • ເມືອງຮ້ຽມ ແຂວງຫົວພັນ ປາຖະກະຖາ ວັ້ນສ
  • ກອງປະຊຸມຄົບຄະນບໍລິຫານງານພັກເມືອງຊ
  • ເມືອງຮ້ຽມແຂວງຫົວພັນປິດຊຸດຮຽນທິດສະ
 

ເມືອງຊຽງຄໍ້ ແຂວງຫົວພັນ ຈັດພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ

ເມືອງຊຽງຄໍ້ ແຂວງຫົວພັນ ຈັດພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ   &nbs...
 

ເມືອງກວັນ ແຂວງຫົວພັນໄດ້ສຳເລັດພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະ 10 ວັນໃຫ້ເລຂາ, ຄະນະພັກບ້ານ

ເມືອງກວັນ ແຂວງຫົວພັນໄດ້ສຳເລັດພິທີ​ເປີດຊຸດ​ຝຶກ​ອົບຮົມ​ທິດ​ສະ​ດີກາ​ນ​ເມືອງ​-ການ​ປົກຄອງ ​ໄລຍະ 10 ວັນ...
 

ເມືອງຮ້ຽມ ແຂວງຫົວພັນ ຈັດພິທີ ປາຖະກະຖາ ວັນສ້າງຕັ້ງກໍາມະບານລາວ ຄົບຮອບ 67 ປີ ແລະ ວັນສ້າງພັກກອມມູນິດຫວຽດນາມ ຄົບຮອບ 93 ປີ.

ເມືອງ​ຮ້ຽ​ມ ແຂວງ​ຫົວ​ພັນ ຈັດພິທີ ປາຖະກະຖາ ວັນສ້າງຕັ້ງກໍາມະບານລາວ ຄົບຮອບ 67 ປີ ແລະ ວັນສ້າງພັກ...
 

ເມືອງຮ້ຽມ ແຂວງຫົວພັນ ປາຖະກະຖາ ວັ້ນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ

ເມືອງ​ຮ້ຽ​ມ ແຂວງ​ຫົວ​ພັນ ​ປາ​ຖະ​ກະ​ຖາ ວັ້ນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ   ...
 

ກອງປະຊຸມຄົບຄະນບໍລິຫານງານພັກເມືອງຊຽງຄໍ້ ກາງສະໄໝຂອງກອງປະຊຸມໃຫຍ່ຄັ້ງທີ XI

ກອງປະຊຸມຄົບຄະນບໍລິຫານງານພັກເມືອງຊຽງຄໍ້ ກາງສະໄໝຂອງກອງປະຊຸມໃຫຍ່ຄັ້ງທີ XI    &...
 

ເມືອງຮ້ຽມແຂວງຫົວພັນປິດຊຸດຮຽນທິດສະດີການເມືອງ-ການປົກຄອງຊັ້ນຕົ້ນຊຸດທີ III

ເມືອງ​ຮ້ຽມ ແຂວງ​ຫົວ​ພັ​ນປິດຊຸດ​ຮຽນທິດສະດີການເມືອງ - ການປົກຄອງຊັ້ນຕົ້ນຊຸດທີ III  &...
Previous
Next

ຂ່າວໃໝ່

64. ຄອຂ ສຳເລັດການລົງເຮັດວຽກຢູ່ 3 ເມືອງຂອງແຂວງ

 ຄະນະໂຄສະນາອົບຮົມແຂວງໄດ້ລົງເຄື່ອນໄຫວເຮັດວຽກ ຢູ່ ເມືອງຂອງແຂວງຫົວພັນ.

ໃນວັນທີ 19-21 ຕຸລາ 2022 ທີ່ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງ ໄດ້ລົງເຄື່ອນໄຫວເຮັດວຽກ 3 ເມືອງຂອງແຂວງຫົວພັນຄື: ເມືອງວຽງໄຊ, ເມືອງຊຳໃຕ້ ແລະ ເມືອງກວັນ ນໍາພາໂດຍ ທ່ານ ຕົງລີ ເຕັ່ງ, ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍ ທີມງານຂອງ ຄະນະໂຄສະນາອົບຮົມແຂວງ ໃຫ້ກຽດຕ້ອນຮັບໂດຍ ສະຫາຍຮອງເລຂາຄະນະພັກເມືອງ, ຜູ້ຊີ້ນໍາວຽກງານແນວຄິດທິດສະດີຂັ້ນເມືອງ ມີ ຫົວໜ້າໂຄສະນາອົບຮົມເມືອງ ແລະ ພະນັກງານ, ວິຊາການຂອງ ຄະນະໂຄສະນາອົບຮົມເມືອງ 3 ເມືອງ ເຂົ້າຮ່ວມຕ້ອນຮັບ.

ການລົງເຄືອນໄຫວວຽກງານໃນຄັ້ງນີ້ ໄດ້ຮັບຟັງ ບົດສະຫຼຸບການຈັດຕັ້ງເຄື່ອນໄຫວປະຕິບັດວຽກງານໂຄສະນາອົບຮົມ ປະຈຳປີ 2022 ແລະ ວາງທິດທາງແຜນການ ປະຈຳປີ 2023, ຮັບຟັງການລາຍງານສະພາບການຈັດຕັ້ງຜັນຂະຫຍາຍມະຕິ XI ຂອງພັກ, ມະຕິ X ຂອງອົງຄະນະພັກແຂວງ ໂດຍສະເພາະແມ່ນມະຕິ 4 ສະໄໝທີ XI ຂອງສູນກາງພັກ, ມະຕິ 8 ສະໄໝທີ X ຂອງອົງຄະນະພັກແຂວງ; ມະຕິຂອງກົມການເມືອງສູນກາງພັກສະບັບເລກທີ 25/ກມສພ ວ່າດ້ວຍການເພີ່ມທະວີການນຳພາຂອງພັກຕໍ່ວຽກງານວັດທະນະທຳໃນໄລຍະໃໝ່, ມະຕິເລກທີ 206/ກມສພ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ - ແນວຄິດໃນໄລຍະໃໝ່ ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຈາກຄະນະໂຄສະນາອົບຮົມເມືອງ ເຊິ່ງໄດ້ຍົກໃຫ້ເຫັນບັນຫາທີ່ຈັດຕັ້ງປະຕິບັດໄດ້ ແລະ ບາງບັນຫາທີ່ຍັງຄົງຄ້າງທີ່ຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດ. ຈາກນັ້ນກໍ່ໄດ້ມີການປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນທາງດ້ານວິຊາການລະຫວ່າງ ຄະນະໂຄສະນາອົບຮົມແຂວງ ແລະ ເມຶອງ ໂດຍສະເພາະແມ່ນຍົກໃຫ້ເຫັນແບບແຜນວິທີເຮັດວຽກໃນໄລຍະຜ່ານມາຂອງແຕ່ລະຂະແໜງ, ແຕ່ລະໜ່ວຍງານໂດຍເນັ້ນໃສ່ 4 ວຽກງານຕົ້ນຕໍຄື: ວຽກງານບໍລິຫານຫ້ອງການ, ວຽກງານໂຄສະນາ (ປາຖະກະຖາ, ຜ່ານສື່, ເຄື່ອນທີ່) ວຽກງານອົບຮົມ ແລະ ວຽກງານສັງລວມ - ຫາງສຽງສັງຄົມ.

ຜ່ານການລົງຕິດຕາມ, ຊຸກຍູ້ວຽກງານໂຄສະນາອົບຮົມຄັ້ງນີ້ເປັນການປັບປຸງແບບແຜນວິທີເຮັດວຽກ, ການປະສານງານ, ລະບອບສ່ອງແສງລາຍງານໃຫ້ມີຄວາມເປັນເອກະພາບລະຫ່ວາງໂຄສະນາອົບຮົມຂັ້ນແຂວງ ແລະ ຄະນະໂຄສະນາອົບຮົມຂັ້ນເມືອງໃຫ້ດີຂຶ້ນກວ່າເກົ່າ.

ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ຊົມເຊີມວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ

ວາລະສານອາລຸນໃໝ່

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 24  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

210147
ມື້ນີ້ມື້ນີ້34
ມື້ວານນີ້ມື້ວານນີ້168
ອາທິດນີ້ອາທິດນີ້311
ເດືອນນີ້ເດືອນນີ້4708
ທັງໝົດທັງໝົດ210147

 

?>