============@@@@@===========
ໃນວັນທີ່ 27 ຫາ 29 ເດືອນ ກັນຍາ ປີ 2022 ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ລົງເຄື່ອນໄຫວຝຶກອົບຮົມຄວາມຮູ້ພື້ນຖານການເມືອງ - ການປົກຄອງ, ການສ້າງບ້ານພັດທະນາ ແລະ ເອກະສານອົບຮົມປະຊາຊົນບັນດາເຜົ່າຢູ່ລຽບຕາມຊາຍແດນ. ເປັນກຽດເຂົ້າຮ່ວມໃນຊຸດຝືກອົບຮົມຄັ້ງນີ້ມີ: ຄະນະໂຄສະນາອົບຮົມແຂວງ, ຄະນະໂຄສະນາອົບຮົມເມືອງ, ຄະນະປະຈໍາພັກເມືອງ, ພະແນກການຕ່າງປະເທດ, ໂດຍໄດ້ແບ່ງອອກເປັນ 2 ຈຸດຄື: ຈຸດທີ 1: ສະຖານທີ່ຝືກອົບຮົມແມ່ນ: ສະໂມສອນບ້ານຊ່ອນເໜືອ, ເຊິ່ງປະກອບມີ 8 ບ້ານ ເຂົ້າຝືກ, ຈຸດທີ 2: ສະຖານທີ່ຝຶກອົບຮົມແມ່ນ: ສະໂມສອນບ້ານເມືອງເປີ້, ເຊິ່ງປະກອບມີ 5 ບ້ານເຂົ້າຮ່ວມຝືກ. ມີນັກສຳມະກອນທັງໝົດ 2 ຈຸດລວມເປັນ 57 ທ່ານ. ເຊີ່ງເປົ່າໝາຍເຂົ້າຝຶກອົບຮົມແມ່ນ: ເລຂາພັກ, ນາຍບ້ານ, ຮອງນາຍບ້ານ , ຫົວໜ້າ ປກສ ບ້ານ, ຫົວໜ້າກອງຫຼອນບ້ານ, ຄະນະໜ່ວຍໄກ່ເກັ່ຍ, ຄະນະແມ່ຍິງບ້ານ, ຄະນະຊາວໝຸ່ມບ້ານ, ຄະນະແນວໂຮມບ້ານ ແລະ ເນື້ອໃນຝືກອົບຮົບຄັ້ງນີ້ປະກອບມີ 8 ບົດຄື: 1) ປະຫວັດສາດ, ມູນເຊື້ອອັນດີງາມຂອງເມືອງຊ່ອນ. 2) ລະບອບການເມືອງ ແລະ ການປົກຄອງ ໃນລະບອບ ປະຊາທິປະໄຕ ປະຊາຊົນ. 3) ຍົກສູງຄວາມສາມາດນໍາພາຂອງພັກບ້ານສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. 4) ການສ້າງບ້ານເປັນຫົວໜ່ວຍພັດທະນາ .5) ການແກ້ໄຂຄວາມທຸກຍາກ ແລະ ການຜະລິດເປັນສິນຄ້າ. 6) ຜົນຮ້າຍຂອງ 3 ກະແສແນວຄິດ (ແນວຄິດຄັບແຄບ, ແນວຄິດຄອງເດີມ ແລະ ແນວຄິດເອື້ອອິງ ). 7) ເອກະສານອົບຮົມປະຊາຊົນບັນດາເຜົ່າຢູ່ຮາກຖານ ແລະ ປະຊາຊົນລຽບຕາມຊາຍແດນ (ສຳລັບຈຸດທີ່ມີຊາຍແດນທີ່ຕິດກັບປະເທດຫວຽດນາມ). 8) ຜົນຮ້າຍຂອງຢາເສບຕິດ.
ຊຸດຝືກອົບຮົມຄັ້ງນີ້ແມ່ນແນໃສ່ສ້າງຄວາມເຂັ້ມແຂງໃຫ້ອໍານາດການປົກຄອງບ້ານ ເພື່ອເຮັດວຽກງານການເມືອງ - ແນວຄິດຂັ້ນເມືອງ ແລະ ຂັ້ນຮາກຖານກຸ່ມບ້ານຈຸດສຸມ ມີຄວາມເຊື່ອມຊຶມກ່ຽວກັບວຽກງານການເມືອງ - ແນວຄິດ, ກໍາແໜ້ນແນວທາງນະໂຍບາຍຂອງພັກ - ລັດໃນໄລຍະໃໝ່ ໂດຍສະເພາະແມ່ນເພື່ອຍົກສູງລະດັບຄວາມຮູ້, ຄວາມສາມາດໃຫ້ແກ່ພະນັກງານຂັ້ນບ້ານ. ເພື່ອເປັນການຍົກລະດັບຄວາມຮູ້ວິຊາສະເພາະກ່ຽວກັບວຽກງານໂຄສະນາສຶກສາອົບຮົມ, ຮູ້ຂຽນເອກະສານທາງການ ແລະ ຮູ້ເຄື່ອນໄຫວໂຄສະນາເຮັດວຽກງານການເມືອງ - ແນວຄິດແທດເໝາະກັບແຕ່ລະເປົ້າໝາຍ. ເພື່ອໃຫ້ສະມາຊິກພັກ, ພະນັກງານ ແລະ ປະຊາຊົນຢູ່ຮາກຖານມີຄວາມຮັບຮູ້, ມີຄວາມເຂົ້າໃຈສາມາດດຳເນີນການສ້າງບ້ານພັດທະນາຕາມ4ເນື້ອໃນ4ຄາດໝາຍມີປະສິດທິພາບສູງຂຶ້ນຕື່ມ. ໃນຊຸດຝຶກອົບຮົມໃຊ້ເວລາຮຽນທັງໝົດ 3 ວັນ.
ຜ່ານການຝືກອົບຮົມຈະສາມາດເຮັດໃຫ້ຜູ້ຮຽນຮັບຮູ້ ແລະ ເຂົ້າໃຈເຖິງພາລະບົດບາດ, ເຂົ້າໃຈຕໍ່ແນວທາງຂອງພັກ - ລັດ ຮູ້ເຮັດວຽກງານສຶກສາອົບຮົມແນວຄິດ, ຮູ້ນຳພາ - ຊີ້ນຳ, ຮູ້ຫັນເປັນແຜນການ, ແຜນງານນຳພາປະຊາຊົນພາຍໃນບ້ານຂອງຕົນໄດ້ຮັບການພັດທະນາເສດຖະກິດ, ແນວຄິດມີຄວາມເປັນເອກະພາບ. ໄດ້ນໍາເອົາແນວທາງຂອງພັກ - ລັດລົງຈັດຕັ້ງເຊື່ອມຊຶມຢູ່ບັນດາບ້ານເຮັດໃຫ້ແນວຄິດຂອງປະຊາຊົນມີທ່າປ່ຽນແປງ, ຮູ້ການຮ່ວມມືລະຫວ່າງເພື່ອນມິດ, ການພົວພັນໄປມາຫາສູ່, ການຄ້າຂາຍໂດຍສອດຄ່ອງກັບລະບຽບກົດໝາຍດີຂຶ້ນ. ເພື່ອຍົກໃຫ້ເຫັນຜົນຮ້າຍຂອງ 3 ກະແສແນວຄິດ ແລະ ວິທີແກ້ໄຂ 3 ກະແສແນວຄິດ. ການຄຸ້ມຄອງພົນລະເມືອງ, ເຂດນໍ້າແດນດິນຂອງຄະນະພັກ, ອຳນາດການປົກຄອງ ມີຄວາມສະດວກຂຶ້ນ.
ມີ 21 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 111 |
![]() | ມື້ວານນີ້ | 230 |
![]() | ອາທິດນີ້ | 1270 |
![]() | ເດືອນນີ້ | 910 |
![]() | ທັງໝົດ | 198890 |