ໃນຕອນເຊົ້້າວັນທີ 29 ກັນຍາ 2022 ຄະນະໂຄສະນາອົບຮົມແຂວງໄດ້ລົງຕິດຕາມຊຸກຍູ້ວຽກງານໂຄສະນາອົບຮົມ ຢູ່ທີ ຫ້ອງປະຊຸມຫ້ອງວ່າການ ເມືອງຊຳເໜືອ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳຜິວ ສີລະທົນ ຮອງເລຂາພັກເມືອງ, ຜູ້ປະຈຳການ, ຜູ້ຊີ້ນຳວຽກງານແນວຄິດ - ທິດສະດີ ຂັ້ນເມືອງ, ເຊີ່ງເປັນໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຕົງລີ ເຕັ່ງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ທ່ານ ຕຸ້ຍ ຄຳບູລະວົງ ຄະນະປະຈຳພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງຊຳເໜືອ ມີພະນັກງານຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມ ເມືອງ ເຂົ້າຮ່ວມທັງໝົດ 17 ສະຫາຍ, ຍິງ 9 ສະຫາຍ.
ການລົງເຄືອນໄຫວວຽກງານໃນຄັ້ງນີ້ໄດ້ຮັບຟັງ ບົດສະຫຼຸບການຈັດຕັ້ງເຄື່ອນໄຫວປະຕິບັດວຽກງານໂຄສະນາອົບຮົມ ປະຈຳປີ 2022 ແລະ ວາງທິດທາງແຜນການ ປະຈຳປີ 2023, ຮັບຟັງການລາຍງານສະພາບການຈັດຕັ້ງຜັນຂະຫຍາຍມະຕິ XI ຂອງພັກ, ມະຕິ X ຂອງອົງຄະນະພັກແຂວງ ໂດຍສະເພາະແມ່ນມະຕິ 4 ສະໄໝທີ XI ຂອງສູນກາງພັກ, ມະຕິ 8 ສະໄໝທີ X ຂອງອົງຄະນະພັກແຂວງ; ມະຕິຂອງກົມການເມືອງສູນກາງພັກສະບັບເລກທີ 25/ກມສພ ວ່າດ້ວຍການເພີ່ມທະວີການນຳພາຂອງພັກຕໍ່ວຽກງານວັດທະນະທຳໃນໄລຍະໃໝ່, ມະຕິເລກທີ 206/ກມສພ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ - ແນວຄິດໃນໄລຍະໃໝ່ ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຈາກຄະນະໂຄສະນາອົບຮົມເມືອງ ເຊິ່ງໄດ້ຍົກໃຫ້ເຫັນບັນຫາທີ່ຈັດຕັ້ງປະຕິບັດໄດ້ ແລະ ບາງບັນຫາທີ່ຍັງຄົງຄ້າງທີ່ຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດ. ຈາກນັ້ນກໍ່ໄດ້ມີການປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນທາງດ້ານວິຊາການລະຫວ່າງ ຄະນະໂຄສະນາອົບຮົມແຂວງ ແລະ ເມຶອງໂດຍສະເພາະແມ່ນຍົກໃຫ້ເຫັນແບບແຜນວິທີເຮັດວຽກໃນໄລຍະຜ່ານມາຂອງແຕ່ລະຂະແໜງ, ແຕ່ລະໜ່ວຍງານໂດຍເນັ້ນໃສ່ 4 ວຽກງານຕົ້ນຕໍຄື: ວຽກງານບໍລິຫານຫ້ອງການ, ວຽກງານໂຄສະນາ (ປາຖະກະຖາ, ຜ່ານສື່, ເຄື່ອນທີ່) ວຽກງານອົບຮົມ ແລະ ວຽກງານສັງລວມ - ຫາງສຽງສັງຄົມ.
ໃນຕອນທ້າຍ ທ່ານ ຕົງລີ ເຕັ່ງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງກໍ່ໄດ້ເປັນ ກຽດຂຶ້ນມີຄໍາເຫັນຊີ້ນໍາເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສໍາຄັນຂອງຂອງວຽກງານໂຄສະນາອົບຮົມກໍ່ຄືວຽກງານການເມືອງ - ແນວຄິດໂດຍສະເພາະແມ່ນການຍົກສູງຄຸນນະພາບ ວຽກງານໂຄສະນາອົບຮົມອົບຮົມ, ຄວາມຮັບຜິດຊອບຂອງພະນັກງານຜູ້ທີ່ເຮັດວຽກງານໂຄສະນາອົບຮົມຂັ້ນຕ່າງໆເພື່ອເຮັດສຳເລັດໜ້າທີ່ວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ ໃນນາມເປັນເສນາທິການທາງດ້ານວຽກງານການເມືອງ - ແນວຄິດ ກໍຄືວຽກງານໂຄສະນາອົບຮົມໃຫ້ອົງຄະນະພັກຂັ້ນຂອງຕົນ ໃຫ້ດີຂຶ້ນເລຶ້ອຍໆ. ຜ່ານການລົງຕິດຕາມ, ຊຸກຍູ້ວຽກງານໂຄສະນາອົບຮົມຄັ້ງນີ້ເປັນການປັບປຸງແບບແຜນວິທີເຮັດວຽກ, ການປະສານງານ, ລະບອບສ່ອງແສງລາຍງານໃຫ້ມີຄວາມເປັນເອກະພາບລະຫ່ວາງໂຄສະນາອົບຮົມຂັ້ນແຂວງ ແລະ ຄະນະໂຄສະນາອົບຮົມຂັ້ນເມືອງໃຫ້ດີຂຶ້ນກວ່າເກົ່າ.
ມີ 11 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 107 |
![]() | ມື້ວານນີ້ | 440 |
![]() | ອາທິດນີ້ | 2004 |
![]() | ເດືອນນີ້ | 547 |
![]() | ທັງໝົດ | 273262 |