ໃນຕອນເຊົ້າຂອງວັນທີ່ 16 ກັນຍາ 2022 ຄະນະໂຄສະນາອົບຮົມແຂວງຫົວພັນ ຈັດພິທີເຊື່ອມຊືມເອກະສານກ່ຽວກັບການປະເມີນລັດຖະກອນ ແລະ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂວງ, ໜັກແໜ້ນ, ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ຄອນສີ ອິນທະວີ , ຮອງເລຂາໜ່ວຍພັກ, ຮອງຫົວໜ້າໂຄສະນາອົບຮົມແຂວງ ແລະ ມີພະນັກງານ-ສະມາຊີກພັກພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມທັງໝົດ 15 ສະຫາຍ, ຍິງ 6 ສະຫາຍ.
ໃນກອງປະຊຸມໄດ້ເຊື່ອມຊືມເອກະສານສຳຄັນດັ່ງກ່າວນີ້: ຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ ກມສພ, ລົງວັນທີ່ 03 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັ້ນແໜ້ນ, ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 291/ຄຈສພ ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ດຳລັດຂອງລັດຖະບານ ເລກທີ່ 300/ລບ, ລົງວັນທີ່ 13 ກັນຍາ 2017 ວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ ລັດຖະກອນ, ຄຳແນະນຳຂອງກະຊວງພາຍໃນ ເລກທີ 06/ພນ ລົງວັນທີ່ 02 ພຶດສະພາ 2018 ວ່າດ້ວຍການປະເມີນ ຜົນການປະຕິບັດວຽກງານຂອງພະນັກງານ - ລັດຖະກອນ.
ຜ່ານການເຊື່ອມຊືມເອກະສານດັ່ງກ່າວໄດ້ເຮັດໃຫ້ ສະມາຊີກພັກ, ພະນັກງານທັງໝົດມີຄວາມຮັບຮູ້ເຂົ້າໃຈ, ຄວາມໝາຍ, ຄວາມສຳຄັນ, ເນື້ອໃນເອກະສານ ເພື່ອກະກຽມໃສ່ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ ລັດຖະກອນ ແລະ ປະເມີນຜົນໜ່ວຍພັກ, ສະມາຊີກພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022, ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຜົນງານທີ່ໂດດເດັ່ນ ແນໃສ່ເຊີດຊູບົດບາດຄວາມສາມາດນຳພາຂອງໜ່ວຍພັກ ແລະ ຍົກສູງຄວາມເປັນແບບຢ່າງນຳໜ້າຂອງຖັນແຖວສະມາຊິກພັກ ຮັບປະກັນໃຫ້ພັກເຮົາມີຄວາມປອດໃສເຂັ້ງແຂງ, ໜັກແໜ້ນ, ຍົກສູງຄຸນນະພາບຂອງໜ່ວຍພັກ ແລະ ສະມາຊິກພັກ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າດ້ວຍບາດກ້າວບຸກທະລຸ ສາມາດເປັນແກນນຳທີ່ເຂັ້ມແຂງໃນລະບົບການເມືອງຢູ່ຮາກຖານ ແລະ ຮັບປະກັນເຮັດໃຫ້ການນຳພາຂອງພັກຕອບສະໜອງໄດ້ຄວາມເລັ່ງທວງຂອງການພັດທະນາປະເທດຊາດໃນເງຶ່ອນໄຂ ແລະ ສະພາບແວດລ້ອມໃໝ່ ໃຫ້ມີຄວາມສາມາດນຳພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ແລະ ແຜນພັດທະນາເສດຖະກິດ - ສັງຄົມຂອງລັດວາງອອກແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 32 |
![]() | ມື້ວານນີ້ | 200 |
![]() | ອາທິດນີ້ | 365 |
![]() | ເດືອນນີ້ | 674 |
![]() | ທັງໝົດ | 254875 |