ຄອຂ ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ
ຄັ້ງທີ 4 ປະຈໍາປີ 2021.
ຕອນເຊົ້າວັນທີ 13 ພຶດສະພາ 2022 ຜ່ານມານີ້, ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ 4 ປະຈໍາປີ 2022. ຢູ່ທີ່ຫ້ອງປະຊຸມຊັ້ນ IV ຫ້ອງວ່າການ ແຂວງຫົວພັນຫຼັງເກົ່າ, ພາຍໃຕ້ການເປັນປະທານຂອງສະຫາຍ ນ ລອງຄໍາ ພອນມີໄຊ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ. ມີບັນດາສະຫາຍທີ່ຕາງໜ້າມາຈາກຄະນະກວດກາພັກ, ພະແນກກວດກາລັດແຂວງ, ຄະນະຈັດຕັ້ງແຂວງ ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມທັງໝົດ 17 ສະຫາຍ, ຍິງ 7 ສະຫາຍ.
ໃນພິທີ່ຜູ້ເຂົ້າຮ່ວມໄດ້ຮັບຟັງບົດສະຫຼຸບຜົນການປະເມີນການກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ແລະ ທິດທາງແຜນການປະຈໍາປີ 2022 ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ. ເຊີ່ງໄດ້ຍົກໃຫ້ເຫັນດ້ານດີຜົນງານທີ່ຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ເຊິ່ງສະແດງ ອອກໜ່ວຍພັກໂຄສະນາອົບຮົມສ້າງໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ເປັນຄັ້ງທີ່ 4 ປະຈໍາປີ 2021 ປະກອບມີສະມາຊິກພັກທັງໝົດ 19 ສະຫາຍ, 8 ສະຫາຍ, ສໍາຮອງ 0 ສະຫາຍ, ດ້ານອ່ອນຄົງຄ້າງທີ່ຈະໄດ້ປັບປຸງແກ້ໄຂໃນຕໍ່ໜ້າ ແລະ ພ້ອມກັນປະກອບຄໍາຄິດຄໍາເຫັນປຶກສາຫາລືໃສ່ບົດສະຫຼຸບໃຫ້ຈະແຈ້ງສົມບູນຂື້ນຕື່ມ. ຫຼັງຈາກນັ້ນໄດ້ຜ່ານມະຕິຕົກລົງຮັບຮອງໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ປະຈໍາປີ 2021, ໃນພິທີ່ດັ່ຍັງໄດ້ມອບໃບຍ້ອງຍໍດີເດັ່ນໃນການຈັດຕັ້ງປະຕິບັດວຽງານຂອງພະນັກງານ-ລັດຖະກອນຂອງຄະນະໂຄສະນາອົບຮົມແຂວງ ຈໍານວນ 16 ສະຫາຍ ເປັນກຽດຂຶ້ນມອບໂດຍສະຫາຍ ນ ລອງຄໍາ ພອນມີໄຊ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ.
ໃນນັ້ນຕອນທ້າຍຂອງພິທີໄດ້ຮັບຟັງການໂອ້ລົມຂອງສະຫາຍ ນ ລອງຄໍາ ພອນມີໄຊ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ. ໄດ້ເໜັ້ນໜັກວ່າຕ້ອງພ້ອມກັນສືບຕໍ່ສູ້ຊົນໃຫ້ວິຊາສະເພາະ, ໜ້າທີການເມືອງທີ່ຈັດຕັ້ງມອບໝາຍໃຫ້, ເສີມຂະຫຍາຍບັນດາບົດຮຽນທີ່ບັນດາສະຫາຍມີຜ່ານມາໃຫ້ອຸດົມສົມບູນຂື້ນເລື່ອຍໆ, ພ້ອມກັນຮັກສາມູນເຊື້ອທີ່ດີງາມຂອງບັນດາສະຫາຍ ຖອດຖອນບົດຮຽນນໍາກັນ ປະຕິບັດອ້າຍຮູ້ສອງນ້ອງຮູ້ໜຶ່ງ, ທັງກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ເພີ່ມທະວີການຮຽນຮູ້ຂອງພວກເຮົາໃຫ້ຫຼາຍ, ເພື່ອພ້ອມກັນກ້າວໜ້າພວກເຮົາເປັນເສນາທິການທາງດ້ານການເມືອງ - ແນວຄິດ, ເປັນຜູ້ຜັນຂະຫຍາຍແນວທາງ, ເປັນຜູ້ນໍາເອົາແນວທາງ, ເປັນຜູ້ເກັບທ້ອນແນວທາງ ແລະ ປະຕິບັດໄດ້ສໍາໃດ, ຍັງຄ້າງອັນໃດ, ມີບັນຫາອັນໃດ, ຕ້ອງຮຽນຮູ້ຄົ້ນຄ້ວາຍົກລະດັບຄວາມຮູ້ຂອງພວກເຮົາຄື: ຄໍາຂວັນຮູ້ນໍາພາຮອບດ້ານ ເຮັດໃຫ້ຄຸນນະພາບວຽກງານຂອງຄະນະໂຄສະນາອົບຮົມແຂວງສູງຂຶ້ນ, ຈະສືບຕໍ່ປະຕິບັດຕາມທິດທາງແຜນການ, ຈັດຕັ້ງປະຕິບັດບັນດາເນື້ອໃນມາດຖານ, ເງື່ອນໄຂໃນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ຄັ້ງ 5 ເຮັດໃຫ້ໜ່ວຍພັກສາມາດເຮັດລ້ອນໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້.
ມີ 49 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 74 |
![]() | ມື້ວານນີ້ | 145 |
![]() | ອາທິດນີ້ | 1002 |
![]() | ເດືອນນີ້ | 2119 |
![]() | ທັງໝົດ | 230386 |