. ຄະນະໂຄສະນາອົບຮົມແຂວງຫົວພັນ ສໍາເລັດການລົງຕິດຕາມການຮຽນ-ການສອນວິຊາສຶກສາພົນລະເມືອງຢູ່ ມສ ພັນຊໍາແຂວງຫົວພັນ.
ໃນມື້ວັນທີ 30 ມີນາ 2022 ຜ່ານມານີ້, ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ການລົງຕິດຕາມການຮຽນ-ການສອນວິຊາສຶກສາພົນລະເມືອງຢູ່ ມສ ພັນຊໍາ, ເຊິ່ງການລົງຕິດຕາມການຮຽນ-ການສອນ ພາຍໃຕ້ການເປັນປະທານຂອງສະຫາຍ ນ ເວີນພອນ ຄໍາພົມສົມບັດ ອໍານວຍການໂຮງຮຽນພັນຊໍາ ແລະ ທ່ານ ສຸກເສີ່ມ ຢ່າງຈາງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍທິມງານ, ຄູສອນວິຊາສຶກສາພົນລະເມືອງ ແລະ ນ້ອງນ້ອຍນັກຮຽນເຂັ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ສະຫາຍ ນ ເວີນພອນ ຄໍາພົມສົມບັດ ອໍານວຍການໂຮງຮຽນພັນຊໍາ ໄດ້ໄດ້ຝັງການລາຍງານສະພາບລວມ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຈັດຕັ້ງການຮຽນ-ການສອນໃນໄລຍະຜ່ານມາ ແລະ ໄດ້ເຂົ້າຮ່ວມໂມງສອນຕົວຈິງ 1 ຊົ່ວໂມງ ວິຊາ ສຶກສາພົນລະເມືອງ ຈຸດປະສົງກໍ່ເພື່ອສະໜອງໃຫ້ນັກຮຽນມີຄວາມຮູ້ດ້ານກົດໝາຍ, ເສດຖະ ກິດ, ການເມືອງ, ວັດທະນາທໍາສັງຄົມ, ສິດເສລີພາບຂັ້ນພື້ນຖານຂອງພົນລະເມືອງ, ສິດທິມະນຸດ ແລະ ການພົວ ພັນສາກົນ.
ການລົງຕິດຕາມການຮຽນ-ການສອນວິຊາສຶກສາພົນລະເມືອງຢູ່ ມສ ພັນຊໍາປິດລົງຢ່າງເປັນທາງການໃນເວລາ 9 ໂມງ 00 ຂອງວັນດຽວກັນຢ່າງຈົບງາມ.
ມີ 5 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 31 |
![]() | ມື້ວານນີ້ | 200 |
![]() | ອາທິດນີ້ | 364 |
![]() | ເດືອນນີ້ | 673 |
![]() | ທັງໝົດ | 254874 |