ຄອຂ ສໍາເລັດການປະເມີນຜົນການຈັດຕັ້ງປະຕິບັດວຽກງານພະນັກງານ, ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ ປະຈໍາປີ 2021.
ວັນທີ 17-18 ພະຈິກ 2021 ຜ່ານມານີ້, ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ສໍາເລັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານພະນັກງານ - ລັດຖະກອນ, ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021. ກອງປະຊຸມໄດ້ດໍາເນີນມາເປັນເວລາ 2 ວັນ ຢູ່ທີ່ຫ້ອງປະຊຸມຊັ້ນ IV ຫ້ອງວ່າການປົກຄອງ ແຂວງຫົວພັນ, ພາຍໃຕ້ການເປັນປະທານຂອງທ່ານ ຕົງ ລີເຕັ່ງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ. ມີບັນດາທ່ານຕາງໜ້າມາຈາກພະແນກພາຍໃນແຂວງ, ຄະນະກວດກາພັກ, ພະແນກກວດກາລັດ, ຈັດຕັ້ງແຂວງ ພ້ອມດ້ວຍພະນັກງານ- ລັດຖະກອນ, ສະມາຊິກພັກ ເຂົ້າຮ່ວມທັງໝົດ 18 ສະຫາຍ, ຍິງ 7 ສະຫາຍ.
ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງບົດສະຫຼຸບການນໍາພາ-ຊີ້ນໍາຂອງຄະນະພັກ ໃນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງປະຈໍາປີ 2021, ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານພະນັກງານ - ລັດຖະກອນປະຈໍາປີ 2021 ແລະ ແຜນການປະຈໍາປີ 2022 ເຊີ່ງໄດ້ຍົກໃຫ້ເຫັນດ້ານດີຜົນງານທີ່ຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ດ້ານອ່ອນຄົງຄ້າງທີ່ຈະໄດ້ປັບປຸງແກ້ໄຂໃນຕໍ່ໜ້າ ແລະ ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບໃຫ້ຈະແຈ້ງສົມບູນຂຶ້ນຕື່ມ. ກອງປະຊຸມໄດ້ຜ່ານບົດສໍາຫຼວດຕົນເອງ ແລະ ລົງຄະແນນສຽງປິດລັບເພື່ອປະເມີນຜົນພະນັກງານ-ລັດຖະກອນ ແລະ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຜ່ານການປະເມີນຜົນຕົວຈິງສະມາຊິກພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແມ່ນໄດ້ 17 ສະຫາຍ, ຍິງ 7 ສະຫາຍເທົ້າກັບ 100 % ແລະ ສະເໜີຄະນະພັກຂັ້ນເທິງຮັບຮອງເອົາເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຄັ້ງທີ 4 ປີ 2021 ແລະ ຜົນການປະເມີນຂອງພະນັກງານ - ລັດຖະກອນ ແມ່ນໄດ້ປະເພດດີຫຼາຍ 17 ສະຫາຍ, ຍິງ 7 ສະຫາຍ ເທົ້າກັບ 100 %.
ຕອນທ້າຍຂອງພິທີໄດ້ຮັບຟັງການໂອ້ລົມຂອງທ່ານ ຕົງ ລີເຕັ່ງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ, ໄດ້ເໜັ້ນໜັກວ່າ: ພະນັກງານ, ສະມາຊິກພັກ ຕ້ອງພ້ອມກັນສືບຕໍ່ສູ້ຊົນຕັ້ງໜ້າເປັນແບບຢ່າງດ້ານແນວຄິດ ແລະ ການກະທໍາ ກໍຄືຄຸນສົມບັດສິນທໍາປະຕິວັດ, ພ້ອມກັນເສີຍຂະຫຍາຍຄວາມເປັນເຈົ້າການ, ໃຊ້ຫົວຄິດປະດິດສ້າງໃຫ້ສູງກວ່າເກົ່າ, ນໍາເອົາເນື້ອໃນກອງປະຊຸມຄັ້ງນີ້ໄປຜັນຂະຫຍາຍເຂົ້າສູ່ຂະເເໜງການຂອງຕົນ, ເຮັດໃຫ້ທຸກຄົນເຊື່ອມຊຶມ ແລະ ປະຕິບັດໃຫ້ຖືກຕ້ອງ ໃຫ້ກາຍເປັນຂະບວນການເຄື່ອນໄຫວຂອງມະຫາຊົນຢ່າງກ້ວາງຂວາງ ແລະ ບັນລຸຜົນຕົວຈິງ.
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 149 |
![]() | ມື້ວານນີ້ | 217 |
![]() | ອາທິດນີ້ | 850 |
![]() | ເດືອນນີ້ | 1829 |
![]() | ທັງໝົດ | 161945 |