ຄະນະໂຄສະນາອົບຮົມແຂວງສໍາເລັດການລົງຕິດຕາມ, ຊຸກຍູ້ວຽກງານໂຄສະນາອົບຮົມຢູ່ 3 ເມືອງຂອງແຂວງຫົວພັນ.
ມື້ວັນທີ 30 ມິຖຸນາ-2 ກໍລະກົດ 2021 ທີ່ຜ່ານມານີ້ຄະນະໂຄສະນາອົບຮົມແຂວງໄດ້ຕິດຕາມຊຸກຍູ້ວຽກງານ ໂຄສະນາອົບຮົມຢູ່ 3 ເມືອງໆຫົວເມືອງ, ຮ້ຽມ ແລະ ເມືອງຊ່ອນ ນໍາພາໂດຍສະຫາຍ ແປ້ນ ໄຊຍະທໍາ
ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງພ້ອມດ້ວຍຫົວໜ້າ, ຮອງຫົວໜ້າຂະແໜງ ແລະ ວິຊາຊາການຂອງຄະນະໂຄສະນາອົບຮົມແຂວງ.ເຊິງເປັນກຽດເຂົາຮ່ວມໂດຍ ສະຫາຍຮອງເລຂາຄະນະພັກເມືອງ, ຜູ້ຊີ້ນໍາວຽກງານແນວຄິດທິດສະດີຂັ້ນເມືອງ ມີພະນັກງານ, ວິຊາການທີ່ສັງກັດຢູ່ຄະນະໂຄສະນາອົບຮົມ ເມືອງ 3 ເມືອງ ທີ່ເຂົ້າຮ່ວມທັງໝົດ 35 ສະຫາຍ, ຍິງ 14 ສະຫາຍ.
ການລົງເຄືອນໄຫວວຽກງານໃນຄັ້ງນີ້ໄດ້ຮັບຟັງການລາຍງານສະພາບການເມືອງແນວຄິດ - ຫາງສຽງສັງຄົມໂດຍຫຍໍ້ຈາກ ສະຫາຍຮອງເລຂາຄະນະພັກເມືອງນອກຈາກນີ້ຍັງໄດ້ຮັບຟັງການລາຍງານການຈັດຕັ້ງເຄື່ອນໄຫວປະຕິບັດວຽກງານໂຄສະນາອົບຮົມທັງ 3 ເມືອງ ໃນໄລຍະຜ່ານມາຈາກທ່ານ ຫົວໜ້າຄະນະໂຄສະນາອົບຮົມເມືອງ ຈາກນັ້ນກໍ່ໄດ້ມີການປະ ກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນທາງດ້າວິຊາການເຊິ່ງກັນ ແລະ ກັນລະຫວ່າງບັນດາຂະແໜງການຂອງແຂວງ ແລະ ເມືອງໂດຍສະເພາະແມ່ນຍົກໃຫ້ເຫັນແບບແຜນວິທີເຮັດວຽກໃນໄລຍະຜ່ານມາຂອງແຕ່ລະຂະແໜງ, ແຕ່ລະໜ່ວຍງານໂດຍເນັ້ນໃສ່ 4 ວຽກງານຕົ້ນຕໍຄື: ວຽກງານບໍລິຫານຫ້ອງການ, ວຽກງໂຄສະນາປາຖະກະຖາ, ວຽກງານອົບຮົມ ແລະ ວຽກງານສັງລວມ-ຫ່າງສຽງສັງຄົມ. ໃນຕອນທ້າຍ ສະຫາຍສະຫາຍ ແປ້ນໄຊຍະທໍາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງກໍ່ໄດ້ເປັນ ກຽດຂຶ້ນມີຄໍາເຫັນຊີ້ນໍາເຊິ່ງສະຫາຍໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສໍາຄັນຂອງຂອງວຽກງານໂຄສະ ນາກໍ່ຄືວຽກງານແນວຄິດໂດຍສະເພາະແມ່ນການຍົກສູງວຽກງານໂຄສະນາອົບຮົມອົບຮົມໃຫ້ດີຂຶ້ນເລື້ອຍໆ ດ້ວຍການຍົກສູງຄວາມຮັບຜິດຊອບຂອງພະນັກງານຜູ້ທີ່ເຮັດວຽກງານໂຄສະນາອົບຮົມຂັ້ນຕ່າງໆໃຫ້ດີຂຶ້ນ. ຜ່ານການລົງຕິດຕາມ, ຊຸກ ຍູ້ວຽກງານໂຄສະນາອົບຮົມຄັ້ງນີ້ໄດ້ເຮັດໃຫ້ບັນດາສະຫາຍຄະນະພັກ ແລະ ພະນັກງານສະມາຊິກພັກຂອງຄະນະໂຄສະ ນາອົບຮົມເມືອງ ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ວຽກງານ ໂຄສະນາອົບຮົມຕື່ມອີກກ້າວໜຶ່ງ.
ການລົງຕິດຕາມ, ຊຸກຍູ້ວຽກງານໂຄສະນາອົບຮົມຢູ່ 3 ເມືອງເປັນເວລາ 3 ວັນ ຈິ່ງສໍາເລັດດ້ວຍໝາກຜົນອັນຈົບງາມ
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 157 |
![]() | ມື້ວານນີ້ | 217 |
![]() | ອາທິດນີ້ | 858 |
![]() | ເດືອນນີ້ | 1837 |
![]() | ທັງໝົດ | 161953 |