ແຂວງຫົວພັນໄດ້ສໍາເລັດການເຊື່ອມຊຶມເນື້ອມະຕິປະຊຸມໃຫຍ່ຄັ້ງທີ 10 ຂອງອົງຄະພັກແຂວງຫົວພັນ.
ຕອນເຊົ້າວັນທີ 25 ກຸມພາ 2021 ນີ້, ກອງປະຊຸມເຊື່ອມຊຶມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ 10 ຂອງອົງຄະພັກແຂວງຫົວພັນ ໄດ້ເປີດຂຶ້ນທີ່ສະໂມສອນຂອງແຂວງຫົວພັນ, ພາຍໃຕ້ການເປັນປະທານຂອງສະຫາຍ ເຜີດ ມາປັນຍາ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ປະຈໍາການ, ຜູ້ຊີ້ນໍາຂົງເຂດວຽກງານການເມືອງ, ວຽກງານແນວຄິດ - ທິດສະດີ ແລະ ວຽກງານພັກ-ພະນັກງານແລະ ການເຂົ້າຮ່ວມ ມີບັນດາສະຫາຍຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການທຽບເທົ່າ, ສະພາປະຊາຊົນ, ແນວລາວສ້າງຊາດ, ຫົວໜ້າຂະແໜງ, ຫົວໜ້າກອງບັນຊາການທະຫານ ແລະ ກອງບັນຊາການຕໍາຫຼວດ ອ້ອມຂ້າງແຂວງພ້ອມດ້ວຍສະມາຊິກພັກ ແລະ ພະນັກງານລັດຖະກອນເຂົ້າຮ່ວມທັງໝົດ 350 ກ່ວາຄົນ.
ກອງປະຊຸມໄດ້ເຊື່ອມຊຶມເນື້ອໃນເອກະສານສໍາຄັນດັ່ງກ່າວນີ້ ເອກະສານ ເຊື່ອມຊຶມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງຫົວພັນໄດ້ມີຜົນສໍາເລັດແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກແຂວງ. ໃນໄລຍະ 5 ປີແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ແລະ ແຜນພັດທະນາເສດ ຖະກິດ-ສັງຄົມຄັ້ງທີ VIII ຂອງແຂວງແມ່ນໄລຍະທີ່ສະພາບແວດລ້ອມສາກົນ ແລະ ພາກພື້ນມີການຜັນແປຢ່າງສະຫຼັບສັບຊ້ອນ ຊຶ່ງມີດ້ານສະດວກ ໂດຍສະເພາະບັນຫາການເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາ, ການເຊື່ອມໂຍງລະຫວ່າງປະເທດ, ດ້ານເສດຖະກິດ-ສັງຄົມ ແຕ່ຄະນະດຽວກັນຍັງມີຫຼາຍດ້ານທີ່ເປັນສິ່ງທ້າທາຍທົດສອບ ເປັນຕົ້ນການແຫ້ງ ແຍ້ງແຂ່ງຂັນ, ຂໍ້ຂັດແຍ່ງລະຫວ່າງປະເທດ, ໄພທໍາມະຊາດ, ພະຍາດໂຄວິດ-19 ລະບາດ ແລະ ອື່ນໆ ເກີດຂຶ້ນຢູ່ ຫຼາຍປະເທດ; ສໍາລັບປະເທດເຮົາກໍ່ຄືແຂວງຫົວພັນກໍ່ມີຫຼາຍດ້ານທີ່ເປັນກາລະໂອກາດ ແລະ ສິ່ງທ້າທາຍເຊັ່ນວ່າ: ບັນຫາການເງິນມີຄວາມຫຍຸ້ງຍາກ, ຄ່າຄອງຊີບສູງ, ໜີ້ສິນຫຼາຍ ຄຸມເຄືອ, ໄພທໍາມະຊາດທໍາລາຍ, ປີ 2016 ຫິມະຕົກ, ປີ 2017 ຕັກກະແຕນ, ໜູຂີລະບາດ, ປີ 2018-2019 ພະຍຸເຂົ້າປີ 2019-2020 ໂຄວິດ-19 ແລະ ຄວາມທຸກຍາກຂອງປະຊາຊົນຍັງສູງ. ແຕ່ດ້ວຍຄວາມຮັບຜິດຊອບສູງຂອງຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະ ນັກງານ, ທະຫານ-ຕໍາຫຼວດ ແລະ ປະຊາຊົນ ບັນດາເຜົ່າໄດ້ສືບຕໍ່ບຸກບືນແກ້ໄຂຂອດອັດຕັນການພັດທະນາສາມາດຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ດ້ວຍບາດກ້າວຫັນປ່ຽນໃໝ່ ເປັນຕົ້ນການເປັນເຈົ້າພາບສະເຫຼີມສະຫຼອງວັນປົດປ່ອຍຜາຖີ່ຄົບຮອບ 50 ປີ, ວັນສ້າງຕັ້ງເມືອງ ວຽງໄຊຖານທີ່ຫມັ້ນຂອງການປະຕິວັດລາວຄົບຮອບ 50 ປີ, ຈັດກອງປະ ຊຸມລັດຖະບານ, ສັບປະດາວັດທະນະທໍາລະຫວ່າງແຂວງແທ່ງຮວ່າ ແລະ ເຊີນລາ ສສ ຫວຽດນາມ, ຈັດຕັ້ງການສ້ອມຮົບອິນຊີແດງ ແລະ ອື່ນໆ ມີຜົນສໍາເລັດທີ່ ໜ້າພາກພູມໃຈ. ແຕ່ກໍ່ຍັງມີບາງຈຸດອ່ອນທີ່ຕ້ອງໄດ້ແກ່ໄຂເປັນຕົ້ນແມ່ນ ການສຶກສາອົບຮົມການເມືອງ-ແນວຄິດ ແລະ ການຫັນເອົາມະຕິ IX ເປັນແຜນງານ, ໂຄງການລະອຽດ ຂອງຄະນະພັກແຕ່ລະຂັ້ນຍັງເຮັດບໍ່ເລິກເຊິ່ງ, ເຮັດແບບລວມໆ ບໍ່ແທດເຫມາະກັບຄວາມສາມາດ ແລະ ທ່າແຮງບົ່ມຊ້ອນ ເພື່ອນໍາເອົາຜົນປະໂຫຍດມາໃຫ້ແກ່ປະຊາຊົນຍັງຊັກຊ້າ, 3 ກະແສແນວຄິດຍັງຕິດຫ້ອຍຢູ່ນໍາສະມາຊິພັກ, ພະນັກງານ ແລະ ປະຊາ ຊົນບັນດາເຜົ່າຈໍານວນບໍ່ໜ້ອຍ; ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍບໍ່ທັນເຂັ້ມງວດ ແລະ ສັກສິດ, ການປະຕິບັດແບ່ງຂັ້ນຄຸ້ມຄອງລະຫວ່າງແຂວງ-ເມືອງຍັງເຮັດບໍ່ທັນໄດ້ດີ; ການກວດກາ, ການເຜີຍແຜ່ກົດໝາຍ ແລະ ການແກ້ໄຂຄະດີຍັງມີລັກສະນະຊັກຊ້າ, ການຈັດຕັ້ງປະຕິບັດວຽກງານ 3 ສ້າງບໍ່ບັນລຸຕາມຄາດໝາຍ ມະຕິກອງປະຊຸມຄັ້ງນີ້ ຍັງໄດ້ວາງທິດທາງແຜນການ, ຄາດ ໝາຍສູ້ຊົນ 5 ປີຕໍ່ໜ້າ 2021-2025 ປັບປຸງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ຫນັກແຫນ້ນ, ເພີ່ມທະວີຄວາມສາມັກຄີປວງຊົນບັນດາເຜົ່າ, ເອົາໃຈໃສ່ຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດຫມາຍ, ຕັ້ງຫນ້າພັດທະນາແຂວງຫົວພັນ ໃຫ້ຫຼຸດພົ້ນອອກຈາກ ຄວາມທຸກຍາກຕາມທິດສີຂຽວ ແລະ ຍືນຍົງ. ເພື່ອເຮັດໃຫ້ມະຕິຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາ. ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງຫົວພັນໃຫ້ບັນລຸຜົນສໍາເລັດຕາມລະດັບຄາດຫມາຍສູງສຸຄັ້ງທີ 10 ຂອງອົງຄະພັກແຂວງຫົວພັນ.ດ, ພວກເຮົາຕ້ອງໄດ້ນໍາໃຊ້ 5 ທ່າແຮງ, 5 ທາງອອກ, 5 ນະໂຍບາຍ ແລະ 5 ມາດຕະການທີ່ມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງອົງຄະພັກແຂວງໄດ້ວາງໄວ້.
ຜ່ານການເຊື່ອມຊຶມເອກະສານດັ່ງກ່າວ ໄດ້ເຮັດໃຫ້ ສະມາຊິກພັກ, ພະນັກງານທັງໝົດມີຄວາມຮັບຮູ້ເຂົ້າໃຈ, ຄວາມໝາຍສໍາຄັນ, ເນື້ອໃນ ເອກະສານ “ເຊື່ອມຊຶມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ 10 ຂອງອົງຄະພັກແຂວງຫົວພັນ.” ກອງປະຊຸມໄດ້ສໍາເລັດລົງໃນເວລາ 11 ໂມງ 30 ຂອງວັນດັ່ງກ່າວຢ່າງຈົບງາມ.
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 154 |
![]() | ມື້ວານນີ້ | 217 |
![]() | ອາທິດນີ້ | 855 |
![]() | ເດືອນນີ້ | 1834 |
![]() | ທັງໝົດ | 161950 |