• ເມືອງຊຽງຄໍ້ ແຂວງຫົວພັນ ຈັດພິທີປາຖະ
  • ເມືອງກວັນ ແຂວງຫົວພັນໄດ້ສຳເລັດພິທີເ
  • ເມືອງຮ້ຽມ ແຂວງຫົວພັນ ຈັດພິທີ ປາຖະກະ
  • ເມືອງຮ້ຽມ ແຂວງຫົວພັນ ປາຖະກະຖາ ວັ້ນສ
  • ກອງປະຊຸມຄົບຄະນບໍລິຫານງານພັກເມືອງຊ
  • ເມືອງຮ້ຽມແຂວງຫົວພັນປິດຊຸດຮຽນທິດສະ
 

ເມືອງຊຽງຄໍ້ ແຂວງຫົວພັນ ຈັດພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ

ເມືອງຊຽງຄໍ້ ແຂວງຫົວພັນ ຈັດພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ   &nbs...
 

ເມືອງກວັນ ແຂວງຫົວພັນໄດ້ສຳເລັດພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະ 10 ວັນໃຫ້ເລຂາ, ຄະນະພັກບ້ານ

ເມືອງກວັນ ແຂວງຫົວພັນໄດ້ສຳເລັດພິທີ​ເປີດຊຸດ​ຝຶກ​ອົບຮົມ​ທິດ​ສະ​ດີກາ​ນ​ເມືອງ​-ການ​ປົກຄອງ ​ໄລຍະ 10 ວັນ...
 

ເມືອງຮ້ຽມ ແຂວງຫົວພັນ ຈັດພິທີ ປາຖະກະຖາ ວັນສ້າງຕັ້ງກໍາມະບານລາວ ຄົບຮອບ 67 ປີ ແລະ ວັນສ້າງພັກກອມມູນິດຫວຽດນາມ ຄົບຮອບ 93 ປີ.

ເມືອງ​ຮ້ຽ​ມ ແຂວງ​ຫົວ​ພັນ ຈັດພິທີ ປາຖະກະຖາ ວັນສ້າງຕັ້ງກໍາມະບານລາວ ຄົບຮອບ 67 ປີ ແລະ ວັນສ້າງພັກ...
 

ເມືອງຮ້ຽມ ແຂວງຫົວພັນ ປາຖະກະຖາ ວັ້ນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ

ເມືອງ​ຮ້ຽ​ມ ແຂວງ​ຫົວ​ພັນ ​ປາ​ຖະ​ກະ​ຖາ ວັ້ນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ   ...
 

ກອງປະຊຸມຄົບຄະນບໍລິຫານງານພັກເມືອງຊຽງຄໍ້ ກາງສະໄໝຂອງກອງປະຊຸມໃຫຍ່ຄັ້ງທີ XI

ກອງປະຊຸມຄົບຄະນບໍລິຫານງານພັກເມືອງຊຽງຄໍ້ ກາງສະໄໝຂອງກອງປະຊຸມໃຫຍ່ຄັ້ງທີ XI    &...
 

ເມືອງຮ້ຽມແຂວງຫົວພັນປິດຊຸດຮຽນທິດສະດີການເມືອງ-ການປົກຄອງຊັ້ນຕົ້ນຊຸດທີ III

ເມືອງ​ຮ້ຽມ ແຂວງ​ຫົວ​ພັ​ນປິດຊຸດ​ຮຽນທິດສະດີການເມືອງ - ການປົກຄອງຊັ້ນຕົ້ນຊຸດທີ III  &...
Previous
Next

ຂ່າວໃໝ່

ໂຮງຮຽນການເມືອງ - ການປົກຄອງ ແຂວງຫົວພັນ ຈັດຕັ້ງພິທີເຜີຍແຜ່ເຊື່ອມຊຶມເນື້ອໃນເອກະສານສະພາບການຊາຍແດນລາວ-ກໍາປູເຈຍ.

ໂຮງຮຽນການເມືອງ - ການປົກຄອງ ແຂວງຫົວພັນ ຈັດຕັ້ງພິທີເຜີຍແຜ່ເຊື່ອມຊຶມເນື້ອໃນເອກະສານສະພາບການຊາຍແດນລາວ-ກໍາປູເຈຍ.​

      ໃນວັນ​ທີ 6 ມີຖຸນາ 2018 ຜ່ານມາ, ໂຮງຮຽນການເມືອງ - ການປົກຄອງ ແຂວງຫົວພັນ ໄດ້ຈັດຕັ້ງພິທີເຜີຍແຜ່ເຊື່ອມຊຶມເອກະສານສະ ພາບການຊາຍແດນລະຫວ່າງລາວ - ກໍາປູເຈຍ ຂຶ້ນທີ່ຫ້ອງ​ປະຊຸມ ໂຮງຮຽນການເມືອງ - ການປົກຄອງ, ໂດຍພາຍ​ໃຕ້ການເປັນປະທານ​ຂອງ ​ທ່ານ ​ເພີດ ມາ​ປັນຍາ  ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ຊີ້ນໍາວຽກງານແນວຄິດທິດສະດີຂັ້ນແຂວງ;

ເຂົ້າຮ່ວມມີ: ບັນດາຄູ-ອາຈານ ແລະ ນັກສຶກສາມາຈາກໂຮງຮຽນການເມືອງ -  ການປົກຄອງແຂວງ, ໂຮງຮຽນຊົນເຜົ່າ ແລະ ໂຮງຮຽນວີຊາຊີບ ທັງໝົດ 200 ສະຫາຍ.

     ​ໃນພິທີ ທ່ານ ເພີດ ມາປັນຍາ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ, ມູນເຊື້ອຄວາມສາມັກຄີ ຂອງປະເທດສາທາລະນະລັດປະຊາທິ ປະໄຕປະຊາຊົນລາວ ແລະ ຣາຊາອານາຈັກກໍາປູເຈຍເປັນປະເທດບ້ານໃກ້ເຮືອນຄຽງ, ບ້ານພີ່ເມືອງນ້ອງ, ບ້ານແກ່ວເມືອງດອງ ທີ່ມີມູນເຊື້ອຄວາມສາມັກຄີ, ຮີດຄອງປະເພນີ, ວັດທະນະທໍາອັນເກົ່າແກ່ທີ່ເປັນເອ ກະລັກຂອງຕົນ, ການພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດໄດ້ຮັບການປັບປຸງ ແລະ ພັດທະນາຢ່າງຕໍ່ເນື່ອງ. ໃນຖານທີ່ປະເທດລາວ ແລະ ກໍາປູເຈຍ ເຄີຍຕົກເປັນຫົວເມືອງຂຶ້ນຂອງຝຣັ່ງ ແລະ ໄດ້ຮັບມໍ ລະດົກ ເສັ້ນຊາຍແດນທາງປະຫວັດສາດມາເຖິງປະຈຸບັນນີ້. ສະນັ້ນບັນດາຜູ້ນໍາຂອງຝ່າຍລາວ ແລະ ກໍາປູເຈຍ ໃນຍຸກໃໝ່ຈື່ງເຫັນຄວາມຈໍາເປັນຕ້ອງກໍານົດເສັ້ນຊາຍແດນຮ່ວມກັນໃຫ້ຖືກຕ້ອງ ແລະ ສອດຄ່ອງກັບຄວາມເປັນຈິງ ເພື່ອຜົນປະໂຫຍດແຫ່ງຊາດ, ເພື່ອແນ່ໃສ່ເສີມສ້າງ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືລະຫວ່າງສອງປະເທດກໍຄືການຮ່ວມມືພັດທະນາໃນພາກພື້ນ; ພ້ອມນັ້ນ ທ່ານ ຍັງກ່າວຕື່ມວ່າສາທາລະນະລັດປະຊາທິປະໄຕປະຊາຊົນລາວມີເສັ້ນຊາຍແດນຕິດກັບຣາຊາອານາຈັກກໍາປູເຈຍ ຢູ່ແຂວງຈໍາປາສັກ ແລະ ແຂວງອັດຕະປື ມີລວງຍາວປະມານ 535 ກິໂລແມັດ. ປີ 1995 ລັດຖະ ບານສອງປະເທດໄດ້ຕົກລົງກັນໃຫ້ມີການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມກັນໂດຍອີງໃສ່ 4 ຫຼັກການພື້ນ ຖານເຊັ່ນ: 1. ບົນພື້ນຖານຮັບຮູ້ຊາຍແດນຕິດຕໍ່ກັນ, ເຂດແດນທີ່ມີມາແຕ່ສະໄໝເປັນຫົວເມືອງຂຶ້ນໂດຍອີງຕາມແຜນທີ 1/100.000 ແລະ ແຜ່ນທີ່ອື່ນໆທີ່ກ່ຽວຂ້ອງພິມອອກແຕ່ປີ 1933 - 1953 ໂດຍພະແນກແຜນທີ່ຂອງອິນດູຈີນ, 2. ບົນພື້ນຖານຫຼັກ ການຕ່າງໆທີ່ສາກົນຮັບຮູ້ກ່ຽວກັບການຂີດເສັ້ນຊາຍແດນ, 3. ບົນພື້ນຖານຄໍານຶງເຖິງເຂດທີ່ປະຊາ ຊົນຄຸ້ມຄອງຕົວຈິງ ທີ່ສືບທອດກັນມາຫຼາຍເຊັ່ນຄົນແລ້ວ, 4. ບົນພື້ນຖານຂອງຄວາມສະເໝີພາບ, ທ່ຽງທໍາ, ສົມເຫດສົມຜົນ, ຜ່ອນສັ້ນຜ່ອນຍາວໃຫ້ກັນ, ເຄົາລົບສິດ ແລະ ຜົນປະ ໂຫຍດຂອງກັນ ແລະ ເປັນເອກະພາບຢ່າງສົມບູນ. ທັງສອງຝ່າຍສາມາດສໍາຫຼວດທິດເນັ່ງເສັ້ນຊາຍແດນຢູ່ພື້ນທີຕົວຈິງສໍາເລັດ 465 ກິໂລແມັດ, ເທົ່າກັບ 87% ຂອງເສັ້ນຊາຍແດນທັງໝົດ ແລະ ປັກຫຼັກຊາຍແດນຮ່ວມກັນແລ້ວ 121 ຫຼັກ, ຍັງ 13% ຍັງບໍ່ທັນ ໄດ້ສໍາຫຼວດ ແລະ ປັກຫຼັກໝາຍ, ປະຈຸບັນນັບແຕ່ຫຼັກໝາຍຊາຍແດນເລກທີ່ 078 ລຽບຕາມລໍານ້ຳເຊກອງຂຶ້ນໄປຫາ ແກ້ງຕໍມໍຄອຍ - ຫ້ວຍຕະເງົາ ມີຄວາມຍາວປະມານ 24 ກິໂລແມັດ ແລະ ຈາກແກ້ງຕໍມໍຄອຍຫາແກ້ງກະໂຕມ 16 ກິໂລແມັດ. ຄວາມຫຍຸ້ງຂອງບໍລິ ເວນດັ່ງກ່າວທີ່ບໍສາມາດປັກຫຼັກໝາຍຊາຍແດນໄດ້ກໍ່ຍ້ອນວ່າ ທັດສະນະສອງຝ່າຍບໍ່ຄືກັນ, ຝ່າຍລາວ ແມ່ນອີງໃສ່ 4 ຫຼັກການໄດ້ຕົກລົງກັນ ແລະ ແຜນທີທີ່ກ່ຽວຂ້ອງ, ສ່ວນກໍາປູເຈຍພັດອີງໃສ່ແຜນທີ 1 / 100.000 ປີ 1953 ເຊິງມັນຄັດກັບຫຼັກການທີ່ໜຶ່ງທີ່ໄດ້ຕົກລົງກັນຄືຕ້ອງອີງໃສ່ແຜນທີ 1 / 100.000 ປີ 1933 - 1953 ແລະ ຕ້ອງແມ່ນແຜນ ທີ່ຂອງອິນດູຈີນ, ເມື່ອມີຄວາມຫຍຸ້ງຍາກແນວນັ້ນ ນາຍົກລັດຖະມົນຕີທັງສອງປະເທດໄດ້ເຫັນດີເປັນເອກະພາບກັນວ່າ ບໍລິເວນນີ້ເປັນຈຸດຄົງຄ້າງມິດຕະພາບ ແລະ ຫ້າມໃຫ້ມີການດໍາເນີນກິດຈະການໃດໆ, ໃຫ້ຮັກສາສະພາບເດີມຢູ່ບໍລິເວນນີ້ ຈົນກ່ວາຈະມີການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນສໍາເລັດ.

     ຈຸດປະສົງໃນການເຜີຍແຜ່ເຊື່ອມຊຶມເນື້ອໃນເອກະສານຄັ້ງນີ້ ແມ່ນເພື່ອເປັນການສຶກສາອົບຮົມການເມືອງແນວຄິດໃຫ້ກຸ້ມເປົ້າໝາຍຕ່າງໆໃນທົ່ວແຂວງຫົວພັນ ໃຫ້ກໍາແໜ້ນນະໂຍບາຍຂອງພັກ, ຮັບຮູ້ເຂົ້າໃຈເປັນເອກະພາບກັນ, ປຸກລະດົມຈິດໃຈຮັກຊາດ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜນ, ມີສະຕິລະຫວັງຕົວທັງເປັນເຈົ້າການໃນການແກ້ໄຂບັນຫາທີ່ຈະເກີດຂຶ້ນໃນສະເພາະໜ້າຕາມທິດການຊີ້ນໍາຂອງພັກ - ລັດ ເພື່ອເຮັດໃຫ້ເສັ້ນຊາຍແດນດັ່ງກ່າວກາຍເປັນເສັ້ນຊາຍແດນແຫ່ງມິດຕະພາບ - ສັນຕິພາບອັນແທ້ຈິງ.

ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ຊົມເຊີມວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ

ວາລະສານອາລຸນໃໝ່

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 13  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

210139
ມື້ນີ້ມື້ນີ້26
ມື້ວານນີ້ມື້ວານນີ້168
ອາທິດນີ້ອາທິດນີ້303
ເດືອນນີ້ເດືອນນີ້4700
ທັງໝົດທັງໝົດ210139

 

?>