ຄອຂ ຈັດກອງປະຊຸມສອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມ ປະຈໍາເດືອນ 5 ປີ 2022.
ຕອນເຊົ້າຂອງວັນທີ 12 ພຶດສະພາ 2022 ນີ້, ຄະນະໂຄສະນາອົບຮົມແຂວງຫົວພັນໄດ້ຈັດກອງປະຊຸມສອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມ ປະຈໍາເດືອນ 5 ປີ 2022 ຂຶ້ນ ຢູ່ທີ່ຫ້ອງປະຊຸມນ້ອຍຊັ້ນ 4 ຫ້ອງວ່າການແຂວງຫົວພັນຫຼັງເກົ່າ. ພາຍໃຕ້ການເປັນປະທານຂອງ ສະຫາຍ ອົ້ມ ອິນທະລາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ, ບັນດາທ່ານຄະນະກໍາມະການຄົ້ນຄວ້າ, ວິເຄາະ, ວິໄຈ, ຕິດຕາມ, ເກັບກໍາຫາງສຽງ-ສັງຄົມຂັ້ນແຂວງ ແລະ ຜູ້ຕາງໜ້າເຂົ້າຮ່ວມທັງໝົດ 13 ສະຫາຍ, ຍິງ 5 ສະຫາຍ.
ໃນກອງປະຊຸມໄດ້ຜ່ານມະຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 52/ຄປຈຂ.ຫພ ລົງວັນທີ 12 ມີນາ 2021 ວ່າດ້ວຍ ການແຕ່ງຕັ້ງຄະນະກໍາມະການຄົ້ນຄວ້າ, ວິເຄາະ, ວິໄຈ, ຕິດຕາມ, ເກັບກໍາສະພາບແນວຄິດ - ຫາງສຽງສັງຄົມ ຢູ່ຂັ້ນແຂວງ ແລະ ໄດ້ຜ່ານຮ່າງບົດສະຫຼຸບຫຍໍ້ກ່ຽວກັບການຕິດຕາມ, ເກັບກໍາສະພາບແນວຄິດຫາງສຽງ - ສັງຄົມ ປະຈໍາເດືອນ 5 ແລະ ແຜນການທິດທາງເດືອນ 6 ປີ 2022. ຈາກນັ້ນບັນດາທ່ານຄະນະກໍາມະການຄົ້ນຄວ້າ, ວິເຄາະ, ວິໄຈ, ຕິດຕາມ ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມຂັ້ນແຂວງ ກໍໄດ້ພັດປ່ຽນກັນລາຍງານສະພາບແນວຄິດ - ຫາງສຽງສັງຄົມ ຕໍ່ກັບການ ປະຕິບັດຫນ້າທີ່ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງ ແລະ ກອງປະຊຸມໄດ້ເອກະພາບໃຫ້ມີງົບປະມານຮັບໃຊ້ວຽກງານຫາງສຽງສັງຄົມນີ້.
ຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ອົ້ມ ອິນທະລາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ, ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມຫມາຍຄວາມສໍາຄັນຂອງວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ຫນ້າທີ່ຂອງຕົນໃຫ້ສູງຂຶ້ນ ແລະ ນໍາເອົາເນື້ອໃນຈິດໃຈຂອງປະຊຸມນີ້ໄປ ລາຍງານຕໍ່ຄະນະພັກ, ຄະນະນໍາຮັບຮູ້ເພື່ອສືບຕໍ່ແກ້ໄຂບັນຫາຫາງສຽງທີ່ນອນຢູ່ໃນຄວາມຮັບຜິດຊອບຂອງຕົນເອງ, ພ້ອມທັງເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການືເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນເພື່ອບໍ່ໃຫ້ມີຫາງສຽງເກີດຂຶ້ນ.
ກອງປະຊຸມໄດ້ປິດລົງໃນເວລາ 11:30 ຂອງວັນດັ່ງກ່າວຢ່າງຈົບງາມ.
ມີ 5 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 81 |
![]() | ມື້ວານນີ້ | 51 |
![]() | ອາທິດນີ້ | 132 |
![]() | ເດືອນນີ້ | 132 |
![]() | ທັງໝົດ | 156736 |