ຄອຂ ເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າຈະຂະຫຍາຍເຂົ້າພັກໃຫ້ພະແນກການອ້ອມຂ້າງແຂວງ.
ພິທີເປີດຮຽນສະໜັບສະໜູນເປົ້າໝາຍຂະຫຍາຍເຂົ້າພັກໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກ ໄດ້ໄຂຂຶ້ນໃນເວລາ 8:30 ຂອງວັນທີ 8 ເມສາ 2022 ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຫ້ອງວ່າການປົກຄອງແຂວງຫົວພັນຫຼັງເກົ່າ. ໃນພິທີດັ່ງກ່າວນີ້ມີມະຫາຊົນຜູ້ທີ່ກ້າວໜ້າ ມາຈາກບັນດາຮາກຖານພັກ, ໜ່ວຍອ້ອມຂ້າງແຂວງ ມີມະຫາຊົນກ້າວໜ້າເຂົ້າຮຽນທັງໝົດ 11 ສະຫາຍ, ຍິງ 6 ສະຫາຍ
ໂດຍປະຕິບັດອິງຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີ 10 ແລະຄຳແນະນໍາຂອງຄະນະໂຄ ສະນາອົບຮົມສູນກາງພັກສະບັບເລກທີ 06/ຄອສພ, ລົງວັນທີ 9 ກັນຍາ 2016 ກ່ຽວກັບການນໍາໃຊ້ເອກະສານອົບຮົມເປົ້າໝາຍຂະຫຍາຍເຂົ້າພັກ ເຊິ່ງປະກອບມີ 11 ຄໍາຖາມ 11 ຄໍາຕອບ ແລະ ພາກເພີ່ມເຕີມ ອີກ 5 ຂໍ້ ກ່ຽວກັບພັກປະຊາຊົນປະຕິວັດລາວມາຈັດຕັ້ງເຜີຍແຜ່, ຮໍ່າຮຽນໃຫ້ມະຫາຊົນກ້າວໜ້າເຂົ້າໃຈຢ່າງເລິກເຊິ່ງ ເພື່ອແນ່ໃສ່ສ້າງເງື່ອນໄຂ ແລະ ມາດຖານຄົບຖ້ວນຕາມກົດລະບຽບຂອງພັກວາງອອກໃຫ້ມະຫາຊົນກ້າວໜ້າມີຈິດໃຈບຸກບືນເປັນເຈົ້າການ, ເປັນທິດທາງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ແລະ ກະກຽມພ້ອມເຂົ້າເຄື່ອນໄຫວໃນອົງການຈັດຕັ້ງຂອງພັກປະຊາຊົນປະຕິວັດລາວ, ກົດລະ ບຽບຂອງພັກໄດ້ກໍານົດຢ່າງຈະແຈ້ງວ່າ: “ມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າພັກຕ້ອງໄດ້ຜ່ານຂະບວນການ, ການທົດສອບຈາກວຽກງານຕົວຈິງ, ຜ່ານການຮຽນສະໜັບສະໜູນ, ຮຽນກົດລະບຽບຂອງພັກ’’ ທາງນີ້ກໍ່ຍົກລະດັບໃນທຸກດ້ານເປັນຕົ້ນແມ່ນການຮໍ່າຮຽນທິດສະດີ ມາກ-ເລນິນ, ຄວາມສາມາດດ້ານການເມືອງ ແລະ ຮັບປະກັນດ້ານຄຸນທາດການເມືອງໃຫ້ໜັກແໜ້ນ, ສາມາດກໍາໄດ້ແນວທາງຂອງພັກ - ລັດວ່າງອອກພ້ອມທັງເປັນແບບຢ່າງນໍາໜ້າໃຫ້ແກ່ມະຫາຊົນຜູ້ທີ່ກຽມເຂົ້າເປັນມະຫາຊົນກ້າວໜ້າ. ພິທີດັ່ງກ່າວໄດ້ປິດລົງໃນເວລາ 16: 00 ຂອງວັນດັ່ງກ່າວຢ່າງຈົບງາມ.
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 84 |
![]() | ມື້ວານນີ້ | 51 |
![]() | ອາທິດນີ້ | 135 |
![]() | ເດືອນນີ້ | 135 |
![]() | ທັງໝົດ | 156739 |