ໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງ
ສໍາເລັດກອງປະຊຸມປະເມີນໜ່ວຍຊາວໜຸ່ມ 4 ບຸກ ຄັ້ງທີ VIIIIປະຈໍາປີ 2021
ວັນທີ 22 ຕຸລາ 2021 ນີ້, ໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ສໍາເລັດກອງປະຊຸມປະເມີນຜົນໜ່ວຍຊາວໜຸ່ມ 4 ບຸກ ຄັ້ງທີ VIIII ປະຈໍາປີ 2020. ກອງປະຊຸມໄດ້ດໍາເນີນມາເປັນເວລາ 1 ຕອນ ຢູ່ທີ່ຫ້ອງປະຊຸມຊັ້ນ IV ຫ້ອງວ່າການປົກຄອງ ແຂວງຫົວພັນ, ພາຍໃຕ້ການເປັນປະທານຂອງສະຫາຍ ພົມມາ ຮຸ່ງນະຄອນ ຄະນະປະຈໍາ, ຄະນະບໍລິຫານງານຊາວໝຸ່ມແຂວງຫົວພັນ ແລະ ສະຫາຍ ສຸກເສີ່ມຢາງຈາງ ຄະນະໜ່ວຍພັກ, ຫົວໜ້າຂະແໜງອົບຮົມຄະນະໂຄສະນາອົບຮົມແຂວງ ແລະ ພ້ອມດ້ວຍວິຊາການຄະນະຍໍລິຫານງານຊາວໜຸ່ມແຂວງ, ມີຜູ້ຕ່າງໜ້າຈາກອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກຊາວໜຸ່ມພາຍໃນໜ່ວຍເຂົ້າຮ່ວມທັງໝົດ 11 ສະຫາຍ, ຍິງ 4 ສະຫາຍ.
ກອງປະຊຸມໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ດ້ານອ່ອນຄົງຄ້າງທີ່ຈະໄດ້ປັບປຸງແກ້ໄຂໃນຕໍ່ໜ້າ ກອງປະຊຸມຍັງໄດ້ພ້ອມກັນປະປອບຄໍາຄິດເຫັນໃສ່ບົດສະຫຼຸບໃຫ້ຈະແຈ້ງສົມບູນຂຶ້ນຕື່ມ ແລະ ໄດ້ຕົກລົງເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານຕິດຕາມທິດທາງແຜນການສູ້ຊົນທີ່ໄດ້ກໍານົດໄວ້ໃນປີ 2022 ຈາກນັ້ນສະມາຊິກຊາວໜຸ່ມກໍ່ໄດ້ຜ່ານບົດສໍາຫຼວດຕົນເອງ ແລະ ໄດ້ລົງຄະແນນສຽງປິດລັບ. ເຊິ່ງພາຍໃນໜ່ວຍມີສະມາຊິກທັງໝົດ 7 ສະຫາຍ, ຍິງ 4 ສະຫາຍ, ໃນນັ້ນມີໜ້າປະເມີນຕົວຈິງແມ່ນ 6 ສະຫາຍ, ຍິງ 3 ສະຫາຍ ບໍ່ໄດ້ເຂົ້າຮ່ວມປະເມີນເນື່ອງຈາກວ່າໄປຮຽນຕໍ່ໄລຍະຍາວ ແລະ ຜ່ານການປະເມີນຕົວຈິງແມ່ນໄດ້ດີ 6 ສະຫາຍ, ຍິງ 3 ສະຫາຍ ເທົ່ກັບ 100 %.
ຕອນທ້າຍຂອງກອງປະຊຸມສະຫາຍ ພົມມາ ຮຸ່ງນະຄອນ ຄະນະປະຈໍາ, ຄະນະບໍລິຫານງານຊາວໝຸ່ມແຂວງຫົວ ພັນໄດ້ມອບໃບຢັ້ງຢືນ 4 ບຸກ ປະຈໍາປີ 2021 ແລະ ໃບຍ້ອງຍໍຂໍ້ແຂງຂັນ 4 ບຸກ 3 ປີ ຂອງຄະນະບໍລິຫານງານຊາວໜຸ່ມປະຕິວັດລາວ ແລະ ຍັງໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຄັ້ງນີ້ ກ່ອນອື່ນເພີ່ນໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໜ່ວຍຊາວໝຸ່ມຄະນະໂຄສະນາອົບຮົມແຂວງຫົວພັນ ຍາດມາໄດ້ໃນໄລຍະ 1 ປີ ຜ່ານມາ. ພ້ອມນັ້ນທ່ານໄດ້ຮຽກຮ້ອງໃຫ້ສະມາຊິກຊາວໜຸ່ມທຸກສະຫາຍຕ້ອງເປັນເຈົ້າການຢ່າງແທ້ຈິງ ແລະ ເອົາໃຈໃສ່ເຄື່ອນໄຫວຕາມພາລະບົດບາດຂອງສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວໃຫ້ຖືກຕ້ອງ, ມີປະສິດທິຜົນຕາມເນື້ອໃນຂໍ້ແຂ່ງຂັນ 4 ບຸກ ແລະ ໜັກແໜ້ນເຖີງແຜນການສູ້ຊົນທາງດ້ານການເມືອງ-ແນວຄິດ, ວຽກງານຕ່າງໆໃຫ້ໄດ້ດີຂຶ້ນເລື່ອຍໆໃນຕໍ່ໜ້າ, ສືບຕໍ່ຮັກສາມູນເຊື້ອມຊາວໜຸ່ມດີເດັ່ນໃຫ້ໄດ້ຢື້ນຢົງຕະຫຼອດໄປ.
ມີ 6 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 91 |
![]() | ມື້ວານນີ້ | 51 |
![]() | ອາທິດນີ້ | 142 |
![]() | ເດືອນນີ້ | 142 |
![]() | ທັງໝົດ | 156746 |