ໜ່ວຍແມ່ຍິງ ຄະນະ​ໂຄສະນາ​ອົບຮົມ​ແຂວງ ຫົວ.

ໜ່ວຍແມ່ຍິງ ຄະນະ​ໂຄສະນາ​ອົບຮົມ​ແຂວງ ຫົວພັນ ​ສໍາ​ເລັດ​ກອງ​ປະຊຸມ​ປະ​ເມີນຜົນເນື້ອໃນຂໍ້ແຂງຂັນ 3 ດີ ປະ​ຈໍາປີ 2018.

      ໃນວັນ​ທີ 28 ກັນຍາ 2018 ຜ່ານມາ. ໜ່ວຍແມ່ຍິງ ຄະນະ​ໂຄສະນາ​ອົບຮົມ​ແຂວງ​ ຫົວພັນ ໄດ້ສໍາ​ເລັດ​ກອງ​ປະ ຊຸມ​ປະ​ເມີນຜົນເນື້ອໃນຂໍ້ແຂງຂັນ 3 ດີ ປະ​ຈໍາປີ 2018 ຂຶ້ນ​ທີ່​ ຫ້ອງ​ປະຊຸມ​ຊັ້ນ IV ຫ້ອງ​ວ່າການ​ປົກຄອງ​ ແຂວງ​ຫົວພັນ, ໂດຍພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ ສະຫາຍ ​ແປ້ນ ​ໄຊ​ຍະ​ທໍາ ຮອງ​ເລຂາ​ໜ່ວຍ​ພັກ ຮອງ​ຫົວໜ້າຄະນະ​ໂຄສະ ນາ​ອົບຮົມ​ແຂວງ,​ ເຂົ້າຮ່ວມມີ: ຜູ້ຕາງໜ້າຈາກອົງການຈັດຕັ້ງມະຫາຊົນ ​ແລະ ສະມາຊິກແມ່ຍິງ​ ພາຍ​ໃນໜ່ວຍ​ເຂົ້າ​ຮ່ວມທັງໝົດ 10 ສະຫາຍ.

      ກອງ​ປະຊຸ​ມ​ໄດ້ຜ່ານມະຕິຕົກລົງ ເລກທີ 18 ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ​ລົງວັນທີ 20 ກັນຍາ 2018 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການປະເມີນກວດສອບເນື້ອໃນຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2018 ຂອງໜ່ວຍແມ່ຍິງຄະນະ​ໂຄສະນາ​ອົບຮົມ​ແຂວງ ຫົວພັນ ແລະ ຮັບ​ຟັງ​ບົດ​ສະຫຼຸບການຈັດ​ຕັ້ງ​ປະຕິບັດ​ໃນ​ໄລຍະ​ຜ່ານ​ມາ, ດ້ານດີ-ດ້ານ​ອ່ອນ​ຄົງ​ຄ້າງ​ທີ່​ຈະ​ໄດ້​ປັບ​ປຸງ​ແກ້​ໄຂ​ໃນຕໍ່ໜ້າ ກອງ​ປະຊຸມ​ຍັງ​ໄດ້​ພ້ອມ​ກັນ​ປະ​ກອບ​ຄໍາ​ຄິດ​ເຫັນ​ໃສ່​ບົດ​ສະຫຼຸບ​ ແລະ ທິດທາງແຜນການໃຫ້​ຈະ​ແຈ້ງ​ສົມບູນ​ຂຶ້ນ​ຕື່ມ ​ແລະ ​ໄດ້​ຕົກລົງເຫັນດີເປັນ​ເອກະ​ພາບ​ກັບ​ທິດ​ທາງ​ແຜນການ​ສູ້​ຊົນ​ທີ່​ໄດ້​ກໍານົດ​ໄວ້​ໃນ​ປີ 2019 ຈາກ​ນັ້ນ​ສະມາຊິກແມ່ຍິງກໍ່​ໄດ້​ຜ່ານ​ບົດ​ສໍາ​ຫຼວດຕົນ​ເອງ ​ແລະ ​ໄດ້​ລົງ​ຄະ​ແນນ​ສຽງ​ປິດ​ລັບ. ​ເຊິ່ງພາຍ​ໃນ​ໜ່ວຍ​ມີ​ສະມາຊິກ​ທັງ​ໝົດ 8 ສະຫາຍ. ຜ່ານ​ການ​ປະ​ເມີນ​ຕົວ​ຈິງ​ແມ່ນ​ໄດ້ 3 ​ດີ 8 ສະ​ຫາຍ ​ເທົ່າກັບ 100 %.

      ໃນໂອກາດດັ່ງກ່າວ ສະຫາຍ ແປ້ນ ​ໄຊ​ຍະ​ທໍາ ​​ໄດ້​​ໃຫ້​ກຽດໂອ້​ລົມ​ຕໍ່​ກອງ​ປະຊຸ​ມ, ເຊິ່ງທ່ານ​ ສະແດງຄວາມຍ້​ອງຍໍ​ຊົມ​ເຊີຍ​ຕໍ່​ຜົນງານ​ທີ່ໜ່ວຍແມ່ຍິງຄະນະ​ໂຄສະນາ​ອົບຮົມ​ແຂວງ​ ຫົວພັນ ຍາດ​ມາ​ໄດ້​ໃນ​ໄລຍະ​ 1 ປີ ຜ່ານ​ມາ. ​ພ້ອມນັ້ນທ່ານ​​ໄດ້​ຮຽກຮ້ອງ​ໃຫ້​ຄະນະໜ່ວຍ​ແມ່ຍິງທຸກສະຫາຍ ຕ້ອງຍົກສູງຄວາມສາມາດໃນການຊີ້ນໍາ - ນໍາພາ, ປັບປຸງແບບ ແຜນວີທີເຮັດວຽກໃຫ້ເໝາະສົມກັບສະພາບຕົວຈິງ, ເອົາໃຈໃສ່ເຜີຍແຜ່ສຶກ ສາອົບຮົມການເມືອງ - ແນວຄິດ, ຍົກລະດັບຄວາມຮູ້ຄວາມສາມາດ, ຄຸນສົມບັດສິນທໍາປະຕິບັດ ແລະ ນໍາໃຊ້ເຕັກນິກທີ່ທັນສະໄໝເພື່ອເຮັດໃຫ້ສະມາຊິກພາຍໃນເໜ່ວຍຂອງຕົນໃຫ້ມີຄວາມກ້າວໜ້າຂຶ້ນກວ່າເກົ່າ, ກໍາແໜ້ນບັນດາແນວທາງນະໂຍບາຍ, ກົດໝາຍ, ກົດລະບຽບຂອງແມ່ຍິງ, ມະຕິຕ່າງໆຈະເຮັດໃຫ້ການຈັດຕັ້ງປະຕິບັດ​ເນື້ອໃນ​ຂໍ້​ແຂ່ງ​ຂັນ 3 ດີໄດ້ຮັບຜົນສໍາເລັດ ແລະ ມີຄຸນນະພາບສູງ, ເອົາໃຈໃສ່ຊຸກຍູ້ສະມາ ຊິກແມ່ຍິງ ເຂົ້າຮ່ວມຂະບວນການລວມຕ່າງໆ, ພັດທະນາເສດຖະກິດຄອບຄົວ ແລະ ນໍາພາສະມາຊິກແມ່ຍິງພາຍໃນໜ່ວຍສ້າງຄັງໜ່ວຍດ້ວຍຮູບການຕ່າງໆ ທີ່ຖືກຕ້ອງຕາມກົດໝາຍເພື່ອຮັບໃຊ້ເຂົ້າໃນວຽກງານພາຍໃນໜ່ວຍຂອງຕົນ, ​ເອົາ​ໃຈ​ໃສ່​ເຄື່ອນ​ໄຫວ​ຕາມ​ພາລະ​ບົດບາດ​ຂອງ​ ສະມາຊິກແມ່ຍິງລາວ​ໃຫ້​ຖືກຕ້ອງ, ສືບ​ຕໍ່​ຮັກສາ​ມູນ​ເຊື້ອຄວາມສາມັກຄີ, ຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານຂອງ​ແມ່ຍິງໃຫ້ມີບາດ ກ້າວໃໝ່ ແລະ ກ້າວໜ້າຂຶ້ນເລື້ອຍໆ.

 

ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ຊົມເຊີມວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ

ວາລະສານອາລຸນໃໝ່

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 3  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

210142
ມື້ນີ້ມື້ນີ້29
ມື້ວານນີ້ມື້ວານນີ້168
ອາທິດນີ້ອາທິດນີ້306
ເດືອນນີ້ເດືອນນີ້4703
ທັງໝົດທັງໝົດ210142

 

?>