ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະໂຄສະນາອົບຮົມ ແຂວງຫົວພັນ ແລະ ຄະນະໂຄສະນາສຶກສາ ແຂວງເຊິນລາ.
ວັນທີ 20-22 ມີນາ 2019 ຜ່ານມາ, ໂດຍປະຕິບັດຕາມບົດບັນທຶກຮ່ວມມື ລະຫວ່າງ ຄະນະໂຄສະນາອົບ ຮົມ ແຂວງຫົວພັນ ແລະ ຄະນະໂຄສະນາສຶກສາ ແຂວງເຊິນລາ ຂອງ ສສ ຫວຽດນາມ; ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ເດີນທາງໄປ
ຢ້ຽມຢາມພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາແຂວງເຊິນລາ ຂອງ ສສ ຫວຽດນາມ ເຊິ່ງນໍາໂດຍ ທ່ານ ແປ້ນ ໄຊຍະທໍາ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງຫົວພັນ ພ້ອມຄະນະ ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ຄະນະໂຄສະນາສຶກອົບຮົມແຂວງເຊິນລາຢູ່ທີ່ ດ່ານ ທ້ອງຖິ່ນ ຊຽງເຂືອງ.
ໃນວັນທີ 21 ມີນາ 2019 ທັງສອງຄະນະໂຄສະນາໄດ້ ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ຂຶ້ນທີ່ຫ້ອງປະຊຸມຂອງ ຄະນະໂຄສະນາສຶກສາ ແຂວງ ເຊິນລາ; ໂດຍການເຂົ້າຮ່ວມຂອງທ່ານ ນາງ ມາຍ ທູເຮືອງ ຄະນະປະຈໍາພັກແຂວງ ຫົວຫນ້າຄະນະໂຄສະນາສຶກສາ ແຂວງເຊິນລາ ພ້ອມຄະນະ ແລະ ທ່ານ ແປ້ນ ໄຊຍະທໍາ ຮອງຫົວຫນ້າຄະນະໂຄສະນາອົບ ຮົມແຂວງ ຫົວພັນ ພ້ອມດ້ວຍຄະນະ.
ໃນກອງປະຊຸມ ທ່ານ ນາງ ມາຍ ທູເຮືອງ ຄະນະປະຈໍາພັກແຂວງ ຫົວຫນ້າຄະນະໂຄສະນາສຶກສາ ແຂວງ ເຊິນລາ ໄດ້ມີຄໍາເຫັນກ່າວຕ້ອນຮັບ ຄະນະຜູ້ແທນຄະນະໂຄສະນາອົບຮົມແຂວງ ຫົວພັນ ພ້ອມທັງຜ່ານບົດລາຍງານ ຫມາກ ຜົນຂອງການຮ່ວມມືໃນໄລະຍະ 2 ປີຜ່ານມາຕໍ່ກອງປະຊຸມ; ຈາກນັ້ນ ທ່ານ ແປ້ນ ໄຊຍະທໍາ ຮອງຫົວຫນ້າຄະນະໂຄ ສະນາອົບຮົມແຂວງ ໄດ້ລາຍງານສະພາບລວມໃນໄລຍະຜ່ານມາຂອງ ແຂວງຫົວພັນ ແລະ ການເຄື່ອນໄຫວການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຂອງຄະນະໂຄສະນາອົບຮົມແຂວງຫົວພັນ ໂດຍຫຍໍ້ຕໍ່ທີ່ປະຊຸມ; ເຊິ່ງໃນກອງປະຊຸມຄະນະຜູ້ແທນທັງສອງຝ່າຍ ໄດ້ມີຄໍາເຫັນປຶກສາຫາລືແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາເພື່ອເຮັດໃຫ້ການ ເຄື່ອນໄຫວວຽກງານໂຄສະນາອົບຮົມທັງສອງຝ່າຍມີຜົນສໍາເລັດອັນໃໝ່ໃນຕໍ່ໜ້າ; ນອກຈາກນັ້ນ ຜູ້ແທນທັງສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ສືບຕໍ່ຮ່ວມມືກັນໃນຫຼາຍດ້ານເຊິ່ງມີເນື້ອໃນດັ່ງນີ້:
1. ສືບຕໍ່ພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນການເຮັດວຽກງານໂຄສະນາອົບຮົມ ລະຫວ່າງ ຄະນະໂຄ ສະນາອົບຮົມແຂວງຫົວພັນ ແລະ ຄະນະໂຄສະນາສຶກສາແຂວງ ເຊິນລາ 2 ປີຕໍ່ 1 ຄັ້ງໂດຍຮູບການພັດປ່ຽນກັນເປັນເຈົ້າພາບ.
2. ໃຫ້ສອງແຂວງຫົວພັນ - ເຊິນລາ ສືບຕໍ່ຮ່ວມມືກັນ ແລະ ອໍານວຍຄວາມສະດວກໃຫ້ແກ່ພະນັກງານໂຄສະນາອົບ ຮົມທັງສອງຝ່າຍ ການໄປທັດສະນະ ແລະ ປິ່ນປົວຮັກສາສຸຂະພາບ.
3. ສະເຫນີໃຫ້ຄະນະໂຄສະນາອົບຮົມ 2 ແຂວງ ສືບຕໍ່ຮ່ວມມືສົ່ງຂໍ້ມູນຂ່າວສານດ້ານຕ່າງໆໃຫ້ກັນ ແລະ ກັນຢ່າງຕໍ່ເນື່ອງ ເພື່ອຊອກວິທີການແກ້ໄຂຮ່ວມກັນ.
4. ສອງຝ່າຍຈະປະສານສົມທົບຈັດຕັ້ງຜັນຂະຫຍາຍວຽກງານຂຽນ ແລະ ແປເອກະສານ, ສ້າງປຶ້ມປະຫວັດສາດສາຍພົວພັນພິເສດເຊີນລາ-ຫົວພັນ ໃນ 2 ປີຕໍ່ຫນ້າ.
ໃນຕອນທ້າຍພິທີ ໂຄສະນາສຶກສາພັກແຂວງ ເຊິນລາ ໄດ້ມອບເຄື່ອງອຸປະກອນຄອມພິວເຕີຈໍານວນ 1 ຊຸດ ລວມມູນຄ່າທັງຫມົດ 3,500,000 ກີບ ໃຫ້ ຄະນະໂຄສະນາອົບຮົມແຂວງ ຫົວພັນ ເພື່ອນໍາໃຊ້ເຂົ້າໃນການເຮັດວຽກວິຊາສະເພາະ.
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 52 |
![]() | ມື້ວານນີ້ | 145 |
![]() | ອາທິດນີ້ | 980 |
![]() | ເດືອນນີ້ | 2097 |
![]() | ທັງໝົດ | 230364 |