67. ຄອຂ ເຂົ້າຮ່ວມກອງປະຊຸມສ່ອງແສງການປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຣນີກ

ຄະນະໂຄສະນາອົບຮົມແຂວງຫົວພັນ ເຂົ້າຮ່ວມກອງປະຊຸມສ່ອງແສງການປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຣນີກ (ເວັບໄຊ)

ໃນຕອນເຊົ້າຂອງວັນທີ 1 ພະຈິກ 2022 ນີ້ ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ( Video Conference ) ສ່ອງແສງການປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຣນີກ (ເວັບໄຊ) ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ ແລະ ບັນດາຄະນະໂຄສະນາອົບຮົມແຂວງ 18 ແຂວງໃນທົ່ວປະເທດ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ວັນຕຸລາ ຣັກນຸດ, ກຳມະການພັກ, ຫົວໜ້າກົມຂໍ້ມູນຂ່າວສານ. ຄະນະໂຄສະນາອົບຮົມແຂວງຫົວພັນ ໃຫ້ກຽດເຂົ້າຮ່ວມ ແມ່ນ ທ່ານ ຕົ່ງລີ ເຕັ່ງ, ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ວິຊາການຮັບຜິດຊອບວຽກງານໂຄສະນາຜ່ານສື່ເອເລັກໂຕຣນີກ (ເວັບໄຊ) ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຮນິກ(ເວັບໄຊ) ໃນທົ່ວປະເທດ ຄັ້ງນີ້ໄດ້ພ້ອມກັນຮັບຟັງຜົນສໍາເລັດໃນການປະຕິບັດວຽກງານດັ່ງກ່າວ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກທີ່ແຕກຕ່າງກັນ ຂອງແຕ່ລະແຂວງ, ກອງປະຊຸມແມ່ນແນ່ໃສ່ເພື່ອກໍາໄດ້ສະພາບລວມ ແລະ ປັບປຸງເນື້ອໃນ, ສ້າງຄວາມຮັບຮູ້-ເຂົ້າໃຈ ໃຫ້ເລິກເຊີ່ງ ເພື່ອຄວາມເປັນເອກະພາບກັນ, ໃນການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສືເອລັກໂຕນິກໃຫ້ໄປຄຽງຄູ່ກັບການຫັນເປັນທັນ ສະໄໝຕາມທິດທາງທີ່ວາງໄວ້. ຫຼັງຈາກນັ້ນ ຄະນະຮັບຜິດຊອບແຕ່ລະແຂວງກໍ່ມີຄຳເຫັນແລກປ່ຽນໃນການຈັດຕັ້ງປະຕິບັດໄລຍະຜ່ານມາ ອັນເປັນບົດຮຽນທີ່ສຳຄັນທີ່ສຸດໃນການລາຍງານຈັດຕັ້ງປະຕິບັດວຽກງານດັ່ງກ່າວເຊີ່ງມີທັງດ້ານດີຜົນງານ, ຂໍ້ສະດວກ, ຂໍ້ຫຍຸ້ງຫຍາກ ແລະ ທິດທາງແຜນການປະຕິບັດບັນດາແຂວງໃນທົ່ວປະເທດ ໃນຕໍ່ໜ້າໃຫ້ດີຂື້ນເທື່ອລະກ້າວ.

   ໃນຕອນທ້າຍຂອງກອງປະຊຸມ ທ່ານ ວັນຕຸລາ ຣັກນຸດ, ກຳມະການພັກ, ຫົວໜ້າກົມຂໍ້ມູນຂ່າວສານ ຍັງໄດ້ມີຄຳເຫັນຕໍ່ກອງປະຊຸມ ກ່ອນອື່ນທ່ານກໍ່ໄດ້ຍ້ອງຍໍໍຊົມເຊີຍຕໍ່ ຄະນະພັກ, ຄະນະນຳ ຜູ້ຊີ້ນຳວຽກງານໂຄສະນາຜ່ານສື່ນັບແຕ່ຂັ້ນສູນກາງ ແລະ ຂັ້ນແຂວງ ກໍ່ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານໄອທີ ພັດທະນາວຽກງານດັ່ງກ່າວໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝຂື້ນເລື້ອຍໆ. ຈາກນັ້ນທ່ານຍັງໄດ້ ຮຽກຮ້ອງໃຫ້ຄະນະພັກ, ຄະນະນํາ ເພີ່ມທະວີ ແລະ ຍົກສູງຄວາມຮັບຜິດຊອບໃນການນຳພາ - ຊີ້ນຳ ວຽກງານໂຄສະນາຜ່ານສື່ ເອເລັກໂຕຮນິກໃຫ້ມີການເຄື່ອນໄຫວຢ່າງປົກະຕິແລະ ກາຍເປັນເສນາທິການທາງດ້ານຂໍ້ມູນໃຫ້ຄະນະພັກ, ຄະນະນໍາຂອງຕົນໃນການໂຄສະນາແນວທາງ, ນະໂຍບາຍ, ມະຕິຄຳສັ່ງ. ຄະນະທີ່ຖືກແຕ່ງຕັ້ງຮັບຜິດຊອບຄຸ້ມຄອງເວັບໄຊຂອງຄະນະໂຄສະນາອົບຮົມແຂວງ ຕ້ອງເພີ່ມທະວີໃນການຕິດຕາມ ກວດກາ ການອອນລາຍຂອງໜ້າກະດານຂ່າວ, ປະສານສົມທົບ ແລກປ່ຽນບົດຮຽນ ໃນຂອດການຈັດຕັ້ງປະຕິບັດວຽກງານ ກັບ ຄະນະແອັດມິນສູນກາງໃຫ້ເປັນປົກກະຕິວ່ອງໄວ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ມີປະສິດທິພາບສູງຂຶ້ນໄປເລື້ອຍໆໃນຕໍ່ໜ້າ.

ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ຊົມເຊີມວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ

ວາລະສານອາລຸນໃໝ່

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ສະຖິຕິຜູ້ເຂົ້າຊົມ:

210151
ມື້ນີ້ມື້ນີ້38
ມື້ວານນີ້ມື້ວານນີ້168
ອາທິດນີ້ອາທິດນີ້315
ເດືອນນີ້ເດືອນນີ້4712
ທັງໝົດທັງໝົດ210151

 

?>