ຄະນະໂຄສະນາອົບຮົມເມືອງຊໍາເໜືອ
ເປີດກອງປະຊຸມສະຫຼຸບວຽກງານໂຄສະນາອົບຮົມ ປະຈໍາປີ 2019.
ໃນວັນທີ 26 ພະຈິກ 2019 ຜ່ານມານີ້, ຄະນະໂຄສະນາອົບຮົມເມືອງຊໍາເໜືອ ໄດ້ເປີດກອງປະຊຸມສະຫຼຸບວຽກງານຄະນະໂຄສະນາອົບຮົມທົ່ວເມືອງຊໍາເໜືອ ປະຈໍາປີ ປີ 2019 ແລະ ວາງທິດທາງແຜນການ ປີ 2020 ຂື້ນທີ່ຫ້ອງປະຊຸມໃຫຍ່ຊັ້ນ 2 ຫ້ອງວ່າການເມືອງຊໍາເໜືອ ເປັນເວລາ 1 ຕອນ. ພາຍໃຕ້ການເປັນປະທານຂອງທ່ານ ແປ້ນ ໄຊຍະທໍາ ເລຂາໜ່ວຍພັກ, ຮອງຄະນະໂຄສະນາອົບຮົມແຂວງຫົວພັນ ແລະ ການເຂົ້າຮ່ວມຂອງ ທ່ານ ຫຼ້າວອນ ບຸນພະຈັນ ຄະນະປະຈໍາພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ, ຜູ້ຊີ້ນໍາວຽກງານແນວຄິດ - ທິດສະດີຂັ້ນເມືອງ, ມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ
ພະນັກງານ-ລັດຖະກອນທີ່ສັງກັດຢູ່ໂຄສະນາອົບຮົມແຂວງເຂົ້າຮ່ວມທັງໝົດ 26 ຄົນ, ຍິງ 12 ຄົນ.
ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານໂຄສະນາອົບຮົມປະຈໍາປີ 2019 ແລະ ວາງທິດທາງແຜນການປະຈໍາປີ 2020. ເຊີ່ງໄດ້ຍົກໃຫ້ເຫັນດ້ານດີຜົນງານທີ່ຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ດ້ານອ່ອນຄົງຄ້າງທີ່ຈະໄດ້ປັບປຸງແກ້ໄຂໃນຕໍ່ໜ້າ ແລະ ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບໃຫ້ຈະແຈ້ງສົມບູນຂຶ້ນຕື່ມ.
ໃນຕອນທ້າຍ ເພື່ອເຮັດໃຫ້ເນື້ອໃນກອງປະຊຸມໄດ້ຮັບການຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນນັ້ນ ກອງປະ ຊຸມໄດ້ຮັຍຟັງການໂອ້ລົມຈາກທ່ານ ແປ້ນໄຊຍະທໍາ ເລຂາໜ່ວຍພັກ, ຮອງຄະນະໂຄສະນາອົບຮົມແຂວງຫົວພັນ ທ່ານໄດ້ເໜັ້ນໜັກບາງບັນຫາດັ່ງນີ້: ເອົາໃຈໃສ່ການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ, ສະມາຊິກພັກ, ປະຊາ ຊົນບັນດາເຜົ່າຢ່າງທົ່ວເຖິງ ແລະ ວຽກງານນີ້ກໍສອດຮ້ອຍໄປທຸກຂົງເຂດວຽກງານ. ເອົາໃຈໃສ່ໃນການເຊື່ອມຊຶມເອກະ ສານການເມືອງ-ແນວຄິດ, ມະຕິຄໍາສັ່ງຂອງພັກ, ຂອງຊາດ, ລະ ບຽບກົດໝາຍຂອງລັດ, ຂອງພັກ ແລະ ນິຕິກໍາອື່ນໆ. ປາຖະກະຖາເລົ່າມູນເຊື້ອວັນສໍາຄັນຂອງພັກ, ຂອງຊາດ ແລະ ສາກົນໃຫ້ເປັນຂະບວນການທີ່ຝົດຟື້ນກວ່າເກົ່າ. ພວກເຮົາຕ້ອງເພີ່ມທະວີບົດບາດ ແລະ ຄວາມສາມາດນໍາພາຕໍ່ທຸກຂົງເຂດວຽກງານໂດຍຢຶດໜັ້ນ 6 ຫຼັກການປຽ່ນແປງໃໝ່, ທັງຕ້ອງມີຄວາມເດັດດ່ຽວປະດິດສ້າງໃນການຄົ້ນຄ້ວາກໍາລັງແຮງສັງລວມ ແລະ ນໍາໃຊ້ກາລະໂອກາດໃຫ້ມີຜົນສໍາເລັດ, ສືບ ຕໍ່ເສີມຂະຫຍາຍວຽກງານ 3 ສ້າງໃຫ້ຫຼາຍຂຶ້ນ; ກອງປະຊຸມໄດ້ສໍາເລັດລົງໃນເວລາ 11 ໂມງ 00 ຂອງວັນດັ່ງກ່າວຢ່າງຈົບງາມ.
![]() | ມື້ນີ້ | 101 |
![]() | ມື້ວານນີ້ | 230 |
![]() | ອາທິດນີ້ | 1260 |
![]() | ເດືອນນີ້ | 900 |
![]() | ທັງໝົດ | 198880 |