59. ຄອຂ ສຳເລັດກອງປະຊຸມຊ່ອງແສງ ສະພາບຫາງສຽງ - ສັງຄົມ ປະຈຳເດືອນ 9.

ຄະນະໂຄສະນາອົບຮົມແຂວງຫົວພັນ ສຳເລັດ ກອງປະຊຸມສ່ອງແສງລາຍງານສະພາບແນວຄິດ - ຫາງສຽງສັງຄົມປະຈໍາເດືອນ 9.

    ຕອນ​ເຊົ້າ​ຂອງ​ວັນ​ທີ 22 ກັນຍາ 2022, ຄະນະ​​ໂຄສະນາ​ອົບຮົມ​ແຂວງ​ຫົວພັນ​ໄດ້​ຈັດ​ກອງ​ປະຊຸມສອງແສງລາຍງານ​ສະພາບ​ແນວ​ຄິດ - ຫາງ​ສຽງສັງຄົມ ປະຈໍາ ເດືອນ 9 ຂຶ້ນ ຢູ່​ທີ່​ຫ້ອງ​ປະຊຸມຊັ້ນ 4 ຫ້ອງ​ວ່າການ​ປົກຄອງ​ແຂວງ​ຫົວພັນ ຫຼັງເກົ່າ, ພາຍ​ໃຕ້​ການ​ເປັນ​ປະທານຂອງ ທ່ານ ​ເພີດ ມາ​ປັນຍາ​ ຮອງເລຂາ​ພັກ​ແຂວງ, ຜູ້ປະຈຳການ, ຊີ້ນໍາວຽກງານການເມືອງ - ແນວຄິດ, ວຽກງານພັກພະນັກງານ, ມີທ່ານຫົວໜ້າ, ຮອງຫົວໜ້າຄະນະ​ໂຄສະນາ​ອົບຮົມ​ແຂວງຫົວພັນ, ​ບັນດາ​ ທ່ານຄະນະກໍາມະການຄົ້ນຄວ້າ, ວິເຄາະ, ວິໄຈ, ຕິດຕາມ, ເກັບກໍາ​ຫາງ​ສຽງ-ສັງຄົມຂັ້ນແຂວງ ແລະ ຜູ້ຕາງໜ້າ​ເຂົ້າ​ຮ່ວມ​ທັງໝົດ 19 ສະຫາຍ, ຍິງ 7 ສະຫາຍ.

     ຄະນະຮັບຜິດຊອບກອງປະຊຸມໄດ້ນຳສະເໜີລາຍງານສະພາບແນວຄິດ ຫາງສຽງ - ສັງຄົມ ໃນໄລຍະ 1 ເດືອນຜ່ານມາ ປະກອບມີ 5 ຄຳສະເໜີ, 4 ຫາງສຽງ ແລະ ພ້ອມກັນຕີລາຄາຢ່າງສູງຕໍ່ກັບບັນຫາສັງຄົມຕັ້ງຂື້ນ ພ້ອມນັ້ນ ປະທານກອງປະຊຸມ ຍັງໄດ້ເຈາະຈີ້ມຕໍ່ກອງປະຊຸມເປັນຕົ້ນ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ການຈັດຕັ້ງປະຕິບັດແນວທາງຂອງພັກ, ການນຳພາ - ຊີ້ນຳ, ການຄຸ້ມຄອງລັດ - ຄຸ້ມຄອງສັງຄົມ ທີ່ສະທ້ອນທາງດ້ານບວກ ແລະ ດ້ານລົບ. ພ້ອມທັງກັນລາຍງານສະພາບແນວຄິດ ຫາງສຽງ - ສັງຄົມ, ການຄົ້ນຄວ້າ, ວິເຄາະ, ວິໄຈ ຊອກຫາສາຍເຫດ ແລະ ວິທີແກ້ໄຂ.  ຜູ້ເຂົ້າຮ່ວມກອງປະຊຸມໄດ້ພັດຜ່ຽນກັນຂື້ນລາຍງານຕີລາຄາສະພາບ ແນວຄິດ - ຫາງສຽງສັງຄົມທີ່ເກີດຂື້ນໃນສັງຄົມກໍ່ຄືໃນຂົງເຂດວຽກງານ ຂະແໜງການທີຕົນຮັບຜິດຊອບ. ກອງປະຊຸມໄດ້ຍົກສູງຄວາມຮັບຜິດຊອບໃນ ການຄົ້ນຄວ້າ, ວິເຄາະ, ວິໃຈ ຫາງສຽງທີ່ສັງຄົມຕັ້ງຂື້ນຢ່າງເລີກເຊີ່ງ, ກົງໄປກົງມາ ຖືກກັບໂຈດຂອງຫາງສຽງ ເພື່ອສືບຕໍ່ນຳພາເຮັດວຽກງານການເມືອງ ແນວຄິດ ແລະ ຊີ້ແຈງໃຫ້ສັງຄົມຮັບຊາບຢ່າງກະທັນຫັນ.

     ຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ເພີດ ມາປັນຍາ ຮອງເລຂາພັກແຂວງ, ຜູ້ປະຈຳການ, ຊີ້ນໍາວຽກງານການເມືອງ - ແນວຄິດ, ວຽກງານພັກ - ພະນັກງານ ເຊິ່ງທ່ານໄດ້ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາທ່ານຄະນະກຳມະການຄົ້ນຄວ້າ, ວິເຄາະ, ວິໃຈ ທີ່ໄດ້ເອົາໃຈໃສ່ຕິດຕາມເກັບກຳສະພາບ ຫາງສຽງ - ສັງຄົມ ລາຍງານໃຫ້ຂັ້ນເທີງເປັນປົກກະຕິ ທ່ານຍັງໄດ້ຮຽກຮ້ອງໃຫ້ ຄະນະພັກ, ຄະນະນຳແຕ່ລະຂັ້ນ, ບັນດາຄະນະກຳຄົ້ນຄວ້າ, ວິເຄາະ, ວິໃຈຕິດຕາມເກັບກຳສະພາບແນວຄິດ ຫາງສຽງ - ສັງຄົມ ເປັນເຈົ້າຮັບຜິດຊອບຕໍ່ໜ້າທີ່ ການເມືອງໃຫ້ໜັກ ແໜ້ນຄື: 1) ຄະນະພັກ, ຄະນະນຳແຕ່ລະຂັ້ນຕ້ອງເພີ່ມທະວີໃນການເຮັດວຽກງານ ນຳພາ - ຊີ້ນຳ ເຮັດວຽກງານສືກສາອົບຮົມນຳພາແນວຄິດດ້ວຍການນຳເອົາແນວທາງຂອງ ພັກ - ແຜນນະໂຍບາຍຂອງລັດ ກໍຄືການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເຜີຍແຜ່ເຊື່ອມຊືມ ໃຫ້ສັງຄົມໄດ້ຮັບຮູ້, ຮັບປະກັນສ້າງ ຄວາມເປັນເອກະພາບທາງດ້ານແນວຄິດ ແລະ ການກະທຳຂອງ ຄະນະພັກແຕ່ລະຂັ້ນ. 2) ຄະນະກຳມະການທຸກສະຫາຍຈົ່ງເຊີດຊູຄວາມຮັບຜິດຊອບເປັນເຈົ້າເຂົ້າຮ່ວມຂະບວນການລວມ, ເປັນເຈົ້າຕີດຕາມ, ກວດກາ ລາຍງານ, ວິເຄາະ, ວິໃຈ ຫາງສຽງສັງຄົມທີ່ສັງຄົມຕັ້ງຂື້ນມາ ໃຫ້ຖືກຕ້ອງຊັດເຈນ. 3) ຄະນະໂຄສະນາອົບຮົມແຂວງ ໃນນາມເປັນໃຈກາງໃນການປະສານງານໃນການຕິດຕາມເກັບກຳສະພາບແນວຄິດ ຫາງສຽງ - ສັງຄົມ ຕ້ອງສືບຕໍ່ນຳເອົາ ເອກະສານມູນເຊື້ອ ແລະ ການສືບຕໍ່ປົກປັກຮັກສາເທດສະບານເມືອງຊຳເໜືອ ໂດຍສົມທົບກັບເມືອງຊຳເໜືອ ລົງໂຄສະນາເຜີຍແຜ່ໃຫ້ສັງຄົມພາຍໃນເທດສະບານຮັບຮູ້ເຂົ້າໃຈຢ່າງເລີກເຊີ່ງ ແລະ ທົ່ວເຖີງ.

ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ຊົມເຊີມວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ

ວາລະສານອາລຸນໃໝ່

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 10  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

254894
ມື້ນີ້ມື້ນີ້51
ມື້ວານນີ້ມື້ວານນີ້200
ອາທິດນີ້ອາທິດນີ້384
ເດືອນນີ້ເດືອນນີ້693
ທັງໝົດທັງໝົດ254894

 

?>