ໃນວັນທີ່ 13 ມັງກອນ 2022 ທີ່ຜ່ານມານີ້ ກອງໂຄສະນາເຄື່ອນທີ່ ຄະນະໂຄສະນາອົບຮົມແຂວງ ໄດ້ສົມທັບກັບ ຄະນະໂຄສະນາອົບຮົມເມືອງຊຳເໜືອລົງໂຄສະນາເຄື່ອນທີ່ຢູ່ ບ້ານ ຫາດກອກ ເມືອງຊຳເໜືອ ແຂວງຫົວພັນ ເຊີ່ງນຳພາໂດຍ ທ່ານ ອົ້ມ ອີນທະລາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍທີມງານຂອງແຂວງ ແລະ ເມືອງ, ມີຄະນະພັກ, ນາຍບ້ານ, ອົງການຈັດຕັ້ງຕ່າງໆຂອງ ບ້ານຫາດກອກ, ມີເຖົ້າແກ່ແນວໂຮມບ້ານ ແລະ ປະຊາຊົນເຂົ້າຮ່ວມທັງໝົດ 105 ຄົນ ຍີງ 75 ຄົນ.
ການລົງໂຄສະນາເຄື່ອນທີ່ຄັ້ງນີ້ທາງທີມງານໄດ້ນຳເອົາ ສາລະຄະດີເລື່ອງ: 60ປີພາຍໃຕ້ການນຳພາຂອງພັກ, ມູນເຊື້ອແຫ່ງການຕໍ່ສູ້ປົດປ່ອຍຊາດ, ຜົນຮ້າຍຂອງຢາເສບຕິດ, ການແກ້ໄຂ້ຄວາມທຸກຍາກ, ຄອບຄົວຕົບແບບ ແລະ ການປູກຝັງ - ລ້ຽງສັດຕ່າງໆໄປສ່າຍສະເນ (ຮູບເງົາ) ໃຫ້ແກ່ປະຊາຊົນບ້ານດັ່ງກ່າວໄດ້ເຫັນ, ຮັບຮູ້, ເຊື່ອມຊຶມ, ຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ແລະ ການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ - ການເງີນ ໃຫ້ດໍາເນີນໄປເປັນລະບົບ, ຖືກຕ້ອງ ແລະ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ນຳເອົາເປັນບົດຮຽນໃນການຜະລິດເປັນສີນຄ້າ ແກ້ໄຂ້ຄວາມທຸກຍາກເພື່ອມາສ້າງສາພັດທະນາຄອບຄົວ ແລະ ບ້ານໃຫ້ນັບມື້ດີຂື້ນ.
ພິທີເປີດຮຽນສະໜັບສະໜູນເປົ້າໝາຍຂະຫຍາຍເຂົ້າພັກໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກ ໄດ້ໄຂຂຶ້ນໃນເວລາ 8:30 ຂອງວັນທີ 6 ມັງກອນ 2023 ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຫ້ອງວ່າການປົກຄອງແຂວງຫົວພັນຫຼັງເກົ່າ. ໃນພິທີດັ່ງກ່າວນີ້ມີມະຫາຊົນຜູ້ທີ່ກ້າວໜ້າ ມາຈາກບັນດາຮາກຖານພັກ, ໜ່ວຍພັກອ້ອມຂ້າງແຂວງ ມີມະຫາຊົນກ້າວໜ້າເຂົ້າຮຽນທັງໝົດ 5 ສະຫາຍ, ຍິງ 2 ສະຫາຍ.
ໃນພິທີ ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ໄດ້ຮັບຟັງການເຊື່ອມຊືມເອກະສານຕ່າງໆ ກ່ຽວກັບການນໍາໃຊ້ເອກະສານອົບຮົມເປົ້າໝາຍຂະຫຍາຍເຂົ້າພັກ ເຊິ່ງປະກອບມີ 17 ຄໍາຖາມ 17 ຄໍາຕອບ ກ່ຽວກັບພັກປະຊາຊົນປະຕິວັດລາວມາຈັດຕັ້ງເຜີຍແຜ່, ຮໍ່າຮຽນໃຫ້ມະຫາຊົນກ້າວໜ້າເຂົ້າໃຈຢ່າງເລິກເຊິ່ງ ເພື່ອແນ່ໃສ່ສ້າງເງື່ອນໄຂ ແລະ ມາດຖານຄົບຖ້ວນຕາມກົດລະບຽບຂອງພັກວາງອອກໃຫ້ມະຫາຊົນກ້າວໜ້າມີຈິດໃຈບຸກບືນເປັນເຈົ້າການ, ເປັນທິດທາງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ແລະ ກະກຽມພ້ອມເຂົ້າເຄື່ອນໄຫວໃນອົງການຈັດຕັ້ງຂອງພັກປະຊາຊົນປະຕິວັດລາວ, ກົດລະ ບຽບຂອງພັກໄດ້ກໍານົດຢ່າງຈະແຈ້ງວ່າ: “ມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າພັກຕ້ອງໄດ້ຜ່ານຂະບວນການ, ການທົດສອບຈາກວຽກງານຕົວຈິງ, ຜ່ານການຮຽນສະໜັບສະໜູນ, ຮຽນກົດລະບຽບຂອງພັກ’’ ທາງນີ້ກໍ່ຍົກລະດັບໃນທຸກດ້ານເປັນຕົ້ນແມ່ນການຮໍ່າຮຽນທິດສະດີ ມາກ-ເລນິນ, ຄວາມສາມາດດ້ານການເມືອງ ແລະ ຮັບປະກັນດ້ານຄຸນທາດການເມືອງໃຫ້ໜັກແໜ້ນ, ສາມາດກໍາໄດ້ແນວທາງຂອງພັກ - ລັດວ່າງອອກພ້ອມທັງເປັນແບບຢ່າງນໍາໜ້າໃຫ້ແກ່ມະຫາຊົນຜູ້ທີ່ກຽມເຂົ້າເປັນມະຫາຊົນກ້າວໜ້າ.
ຕອນເຊົ້າວັນທີ 4 ມັງກອນ 2023 ນີ້ ແຂວງຫົວພັນໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ ແລະ ຜັນຂະຫຍາຍຜົນສຳເລັດກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ, ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງທົ່ວປະເທດ ເຊີ່ງພິທີໄດ້ຈັດຂື້ນຢູ່ທີສະໂມສອນຫຼັງໃໝ່ແຂວງຫົວພັນ ໂດຍໃຫ້ກຽດເຂົ້າຮວ່ມຂອງ ສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຫົວພັນ, ມີບັນດາທ່ານ ຄະນະປະຈຳ, ການນຳແຂວງ, ການນຳເມືອງ, ພະແນກການອ້ອມຂ້າງແຂວງ, ອົງການທະຫານ, ຕຳຫລວດ ແລະບັນດາຫ້ອງການ ຂອງເມືອງຊຳເໜືອເຂົ້າທັງໝົດ 521 ສະຫາຍ ຍິງ 161 ສະຫາຍ.
ກອງປະຊຸມໄດ້ຮັບຟັງການເຜີຍແຜ່ເນື້ອໃນເອະສານສຳຄັນເຊີ່ງປະກອບມີ: ມະຕິກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ບົດຄຳເຫັນໂອ້ລົມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປລາວ, ຜົນສຳເລັດວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ. ໃນການເຜີຍແຜ່ ເຊື່ອມຊືມບັນດາເນື້ອໃນເອກະສານໃນຄັ້ງນີ້ກໍ່ເພື່ອເຮັດໃຫ້ພະນັກງານນໍາພາ - ຄຸ້ມຄອງທຸກຂັ້ນ, ພະນັກງານສະມາຊິກພັກ, ລັດຖະກອນທະຫານ, ຕໍາຫຼວດໄດ້ຮັບຮູ້, ເຂົ້າໃຈ, ກຳແໜ້ນ, ເຊື່ອມຊຶມ ແລະ ເປັນເອກະພາບຢ່າງສູງກັບທັດສະນະ, ທິດທາງວິທີການ ແລະມາດຕະການທີ່ກອງປະຊຸມກໍ່ສ້າງຮາກຖານເມືອງຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ 3 ສ້າງວາງອອກ, ສ້າງຄວາມຕັດສິນໃຈເດັດດ່ຽວແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃນຕໍ່ໜ້າ. ເປັນບ່ອນອີງໃຫ້ແກ່ຄະນະພັກ, ຄະນະນຳແຕ່ລະຂັ້ນ ໃນການຜັນຂະຫຍາຍເນື້ອໃນກອງປະຊຸມດັ່ງກ່າວ ໃຫ້ເປັນແຜນງານ, ໂຄງການລະອຽດ ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ແລະ ແຜນພັດທະນາຂະແໜງການ, ທ້ອງຖີ່ນຕົນ; ບົນຈິດໃຈນັ້ນ, ຍູ້ແຮງການຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ຊີວິດຕົວຈີງກາຍເປັນຂະບວນຟົດຟື້ນ, ກວ້າງຂວາງ.
ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 11:00 ຂອງວັນດຽວກັນ.
ຕອນເຊົ້າ ຂອງວັນທີ 8 ທັນວາ 2022 ຄະນະໂຄສະນາອົບຮົມແຂວງໄດ້ສົມທົບກັບເມືອງຊຳເໜືອ ລົງເຄື່ອນໄຫວເຮັດວຽກງານ ການເມືອງ - ແນວຄິດໃຫ້ປະຊາຊົນທີ່ຖືກໂຄງການ ຂຸດຄົ້ນບໍ່ແຮ່ມັງການ ຢູ່ບ້ານຫົວຄັງ ເມືອງຊຳເໜືອ ແຂວງຫົວພັນ ພາຍໃຕ້ການເປັນປະທານຂອງທ່ານ ອົ້ມ ອິນທະລາ, ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍທີມງານຂອງແຂວງ ແລະ ເມືອງ, ມີຄະນະພັກ, ນາຍບ້ານ, ອົງການຈັດຕັ້ງຕ່າງໆຂອງບ້ານຫົວຄັງ, ມີເຖົ້າແກ່ແນວໂຮມບ້ານ ແລະ ປະຊາຊົນເຂົ້າຮ່ວມທັງໝົດ 180 ກວ່າຄົນ.
ການລົງເຄື່ອນໄຫວເຮັດວຽກຄັ້ງນີ້ແມ່ນແນ່ໃສເຮັດໃຫ້ອຳນາດການປົກຄອງ ແລະ ປະຊາຊົນພາ່ຍໃນບ້ານຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງ ພັກ - ລັດ. ແຜນພັດທະນາເສດຖະກິດ - ສັງຄົມກໍ່ຄືການແກ້ໄຂ້ຄວາມທຸກຍາກຂອງປະຊາຊົນໂດຍສະເພາະແມ່ນແນວທາງຂອງພັກ - ລັດ ໃນການສຳຫຼວດ ແລະ ຂຸດຄົ້ນແຮ່ທາດຕ່າງໆເພື່ອສ້າງລາຍຮັບເຂົ້້າງົບປະມານ, ເພື່ອໃຫ້ອຳນາດການປົກຄອງ ແລະ ປະຊາຊົນມີຄວາມເຂົ້າໃຈ, ມີຄວາມເປັນເອກະພາບ ແລະ ໃຫ້ການຮ່ວມໄມ້ ຮ່ວມມືກັບບໍລິສັດຕໍ່ການຂຸດຄົ້ນແຮ່ມັງການໃນຄັ້ງນີ້ພ້ອມກັນປືກສາຫາລື ແລະ ມີຜົນປະໂຫຍດຮ່ວມກັນລະຫວ່າງບໍລິສັດ ແລະ ການພັດທະນາບ້ານຫົວຄັ້ງ.
ຕອນທ້າຍ ທ່ານ ອົ້ມ ອິນທະລາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຍັງໄດ້ຮຽກຮ້ອງມາຍັງຄະນະພັກ, ອຳນາດການປົກຄອງບ້ານ ແລະ ປະຊາຊົນຈົ່ງເອົາໃຈໃສ່ໃນການພັດຖະນາເສດຖະກິດຄອບຄົວໃຫ້ມີຄວາມຢູ່ດີກີນດີຫຼຸດພົ້ນອອກຈາກຄວາມທຸກຍາກ ສີ່ງສຳຄັນແມ່ນການເຕົ້າໂຮມຄວາມສາມັກຄີພາຍໃນບ້ານໃຫ້ເປັນປືກແຜ່ນ. ພ້ອມກັນນີ້ກໍ່ຍັງຮຽກຮ້ອງໃຫ້ບ້ານ ແລະ ບໍລິສັດຕ້ອງເພີ່ມທະວີຄວາມສາມັກຄີຊ່ວຍເຫຼືອເຊີ່ງກັນ ແລະ ກັນ ພ້ອມກັນນັບຖືຮິດຄອງປະເພນີ ແລະ ຄົບລົບລະບຽບກົດໝາຍຂອງບ້ານ ເມືອງ, ພ້ອມກັນພັດທະນາບໍລິສັດ ແລະ ບ້ານໃຫ້ມີຄວາມຈະເລີນກ້າວໜ້າ ແລະ ໄດ້ຮັບຜົນປະໂຫຍດສູງສຸດ.
ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 11:00 ຂອງວັນດຽວກັນ
ໃນຕອນເຊົ້າວັນທີ 09 ທັນວາ 2022 ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ຈັດພິທີປາຖະກະຖາວັນສຳຄັນຂອງຊາດ-ຂອງພັກຄື: ວັນສະຖາປານາ ສປປ ລາວ ຄົບຮອບ 47 ປີ (02/12/1975 - 02/12/2022), ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ (13/12/1920 - 13/12/2022) ແລະ ເຊື່ອມຊືມ ມະຕິ 5 ສະໄໝທີ 11 ຂອງ ຄະນະບໍລິຫານງານສູນກາງພັກ. ເຊີ່ງຈັດຢູ່ທີຫ້ອງປະຊຸມນ້ອຍຂອງ ຄະນະໂຄສະນາອົບຮົມແຂວງ ພາຍໃຕ້ການເປັນປະທານ ແລະ ປາຖະກະຖາ ຂອງ ສະຫາຍ ຕົງລີ ເຕັ່ງ, ກຳມະການພັກແຂວງ, ຫົວໜ້າໂຄສະນາອົບຮົມແຂວງ ແລະ ມີສະມາຊີກພັກ - ພະນັກງານ ພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ພິທີດັ່ງກ່າວໄດ້ເລົ່າຄືນມູນເຊື້ອທີ່ມີຄວາມໜາຍສຳຄັນ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມເຖິງຊີວິດ, ການເຄື່ອນໄຫວປະຕິວັດ, ຜົນງານ, ຄຸນງາມຄວາມດີ ແລະ ການເສີມຂະຫຍາຍ, ສືບທອດມໍລະດົກອັນລໍ້າຄ່າຂອງ ປະທານ ໄກສອນ ພົມວິຫານ ເພື່ອທົບທວນຫວນຄືນມູນເຊື້ອ ແລະ ໄຊຊະນະປະຫວັດສາດຂອງພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ຜົນສຳເລັດໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການຊີ້ນຳ - ນຳພາ ຂອງພັກ - ລັດເຮົາ, ຖືເອົາໂອກາດນີ້ ເປັນການເພີ່ມທະວີການສຶກສາອົບຮົມພະນັກງານ, ສະມາຊິກພັກ, ນັກຮົບ, ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ກ່ຽວກັບນໍ້າໃຈຮັກຊາດ, ມູນເຊື້ອສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນ, ນໍ້າໃຈຕໍ່ສູ້ອັນອົງອາດກ້າຫານຂອງກອງທັບ ແລະ ປະຊາຊົນເຮົາ; ເພື່ອສືບຕໍ່ບຸກທະລຸທາງດ້ານແນວຄິດ ຈິນຕະນາການ, ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ສ້າງຄວາມຮັບຮູ້ແນວຄິດ ແລະ ການກະທຳ, ສົ່ງເສີມດ້ານດີ, ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ຕ່າງໆທີ່ເກີດຂຶ້ນ, ສ້າງຄວາມເຊື່ອຫມັ້ນຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າຕໍ່ການນຳພາຂອງພັກ ການຄຸ້ມຄອງຂອງລັດ, ເພີ່ມທະວີຄວາມຮັບຜິດຊອບປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາແລະ ພັດທະນາປະເທດຊາດ ເພື່ອນໍາເອົາປະເທດຊາດກ້າວຂຶ້ນສູ່ຄວາມວັດທະນະຖາວອນ
ຕອນທ້າຍຍັງໄດ້ເຊື່ອມຊືມ ມະຕິ 5 ສະໄໝທີ່ 11 ຂອງຄະນະບໍລິຫານງານສູນກາງພັກ ເພື່ອນຳເອົາເນື້ອໃນມະຕິກອງປະຊຸມເຊື່ອມຊືມໃຫ້ ສະມາຊິກພັກ - ພະນັກງານ ນຳພາຈັ້ດຕັ້ງປະຕິບັດເຂົ້າຢູ່ວຽກງານຕົວຈິງ, ມີການແບ່ງຄວາມຮັບຜິດຊອບຍ່າງຈະແຈ້ງ ເພື່ອພ້ອມກັນແຂ່ງຂັນສົ່ງເສີມດ້ານດີຕັ້ງໜ້າ ແລະ ສູ້ຊົນແກ້ໄຂ້ໃຫ້ໝົດໄປເທື່ອລະກ້າວ.
ມີ 14 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 103 |
![]() | ມື້ວານນີ້ | 230 |
![]() | ອາທິດນີ້ | 1262 |
![]() | ເດືອນນີ້ | 902 |
![]() | ທັງໝົດ | 198882 |